ສປ ຈີນ ໄດ້ຊຸກຍູ້ການປັບປຸງ ໂຄງປະກອບການລົງທຶນ ໃຫ້ດີຂຶ້ນຢ່າງຕໍ່ເນື່ອງ

06/10/2026 03:40
Email Print 83
KPL - Asean 2024 ປີ​ນີ້, ການ​ລົງ​ທຶນ​ ໃນ​ຂົງ​ເຂດ​ ກຳ​ລັງ​ການ​ຜະ​ລິດ​ ທີ່​ມີ​ຄຸນ​ນະ​ພາບ​ໃໝ່​ຂອງ​ ສປ ຈີນ​ ໄດ້​ສືບ​ຕໍ່ ຮັກ​ສາ​ສະ​ພາບ​ ທ່າ​ອຽງ​ເພີ່ມ​ຂຶ້ນ ​ເປັນ​ຢ່າງ​ດີ ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ,ການ​ລົງ​ທຶນ​ ໃນ​ດ້ານ​ຄວາມ​ກ້າວ​ໜ້າ ​ຂອງ​ເຕັກ​ນິກ​,ການ​ຍົກ​ລະ​ດັບ​ ອຸດ​ສາ​ຫະ​ກຳ​​ ແລະ ​ການ​ລົງ​ທຶນ​ທີ່​ກ່ຽວ​ຂ້ອງອື່ນໆ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ອົງ​ການ​ສະ​ຖິ​ຕິ​ ແຫ່ງ​ຊາດ​ຈີນ​ ໄດ້​ແຈ້ງ​ໃຫ້​ຮູ້​ວ່າ: ປີ​ນີ້, ການ​ລົງ​ທຶນ​ ໃນ​ຂົງ​ເຂດ​ ກຳ​ລັງ​ການ​ຜະ​ລິດ​ ທີ່​ມີ​ຄຸນ​ນະ​ພາບ​ໃໝ່​ຂອງ​ ສປ ຈີນ​ ໄດ້​ສືບ​ຕໍ່ ຮັກ​ສາ​ສະ​ພາບ​ ທ່າ​ອຽງ​ເພີ່ມ​ຂຶ້ນ ​ເປັນ​ຢ່າງ​ດີ ນັບ​ແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ,ການ​ລົງ​ທຶນ​ ໃນ​ດ້ານ​ຄວາມ​ກ້າວ​ໜ້າ ​ຂອງ​ເຕັກ​ນິກ​,ການ​ຍົກ​ລະ​ດັບ​ ອຸດ​ສາ​ຫະ​ກຳ​​ ແລະ ​ການ​ລົງ​ທຶນ​ທີ່​ກ່ຽວ​ຂ້ອງອື່ນໆ​ ໄດ້​ມີ​ຈັງ​ຫວະ​ເຕີບ​ໂຕ​ເລັ່ງ​ໄວ​ຂຶ້ນ, ການ​ລົງ​ທຶນ​ໃນ​ຂົງ​ເຂດ ​ທີ່​ສຳ​ຄັນ​ໄດ້​ເພີ່ມ​ຂຶ້ນ ​ຢ່າງ​ອ່າວ​ໄວ,ໂຄງ​ປະ​ກອບ​ການ​ລົງ​ທຶນ​ໄດ້​ຮັບ​ການ​ປັບ​ປຸງ ​ໃຫ້​ດີ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ.ໂດຍ​ລວມ​ແລ້ວ, ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ ສປ ​ຈີນ​ ໄດ້​​ປາ​ກົດ​ໃຫ້​ເຫັນ​ສະ​ພາບ​ທ່າ​ອຽງ​ການ ​ພັດ​ທະ​ນາ​ ໄປ​ໃນ​ທາງ​ທີ່​ດີ ​ອັນ​ໃໝ່,ຄຸ​ນ​ນະ​ພາບ​ ແລະ ​ປະ​ສິດ​ທິ​​ຜົນ ດ້ານ​ການ​ລົງ​ທຶນ​ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ​ຢ່າງ​ບໍ່​ຢຸດ​ຢັ້ງ. ການ​ໃຊ້​ນະ​ໂຍ​ບາຍ​ຕ່າງໆ​ ຢ່າງ​ປະ​ສານ​ງານ​ກັນ​ມີ​ຜົນ​ດີ​ ຕໍ່​ການ​ຊຸກ​ຍູ້ ​ແລະ​​ ປ່ອຍຄວາມ​ສາ​ມາດ​ບົ່ມ​ຊ້ອນ ​ດ້ານ​ການ​ລົງ​ທຶນ ​ຕື່ມ​ອີກ,ຊ່ວຍ​ຊຸກ​ຍູ້ ​ການ​ພັດ​ທະ​ນາ​ ໃນ​ຄຸນ​ນະ​ພາບ​ສູງ ​​ຂອງ​ເສດ​ຖະ​ກິດ-ສັງ​ຄົມ ​ດ້ວຍ​ການ​ລົງ​ທຶນ ​ທີ່​ມີ​ປະ​ສິດ​ທິ​ຜົນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL