ສະຫຼຸບຄວາມຄືບໜ້າການປະຕິບັດໂຄງການກະສິກຳ ເພື່ອໂພຊະນາການໄລຍະ 2 ຄັ້ງທີ 4

05/10/2026 11:08
Email Print 83
KPL - Asean 2024 ກອງປະຊຸມສະຫຼຸບການຕິດຕາມກວດກາຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານ ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 (ຄກພ 2) ຄັ້ງທີ 4 ຈັດຂຶ້ນໃນວັນທີ 2 ຕຸລາ 2026 ຢູ່ນະຄອນຫຼວງວຽງຈັນ

ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພັກກາວັນ ພິດສະໄໝ ຫົວໜ້າກົມແຜນການ ແລະ ການຮ່ວມມື ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ເອນີກາ ບາຊູ ຫົວໜ້າຫ້ອງການຜູ້ໃຫ້ທຶນອີຟັດ ປະຈໍາ ສປປ ລາວ ແລະ ທ່ານ ຟູມີໂຕະ ໂມຣີນາກະ ຫົວໜ້າພະແນກໂພຊະນາການອົງການອາຫານໂລກ ປະຈຳ ສປປ ລາວ, ມີບັນດາຮອງຫົວໜ້າກົມ, ຮອງຫົວໜ້າສະຖາບັນທີ່ກ່ຽວຂ້ອງຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີຜູ້ຕາງໜ້າຈາກກະຊວງ, ສູນກາງສະຫະພັນແມ່ຍິງລາວ, ທະນາຄານແຫ່ງ ສປປ ລາວ, ພ້ອມດ້ວຍບັນດາຊ່ຽວຊານພາຍໃນ ແລະ ຕ່າງປະເທດ, ຜູ້ປະສານງານໂຄງການຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜ່ານກອງປະຊຸມທາງໄກ ແລະ ໄດ້ຮັບຟັງການລາຍງານຜົນຂອງການຕິດຕາມຊຸກຍູ້ຄວາມຄືບໜ້າໃນການຈັດຕັ້ງປະຕິບັດໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ຂອງທີມງານຊຸກຍູ້ຕິດຕາມ Mission ຈາກຜູ້ໃຫ້ທຶນອົງການ IFAD, ພ້ອມທັງປຶກສາຫາລືກັນບາງບັນຫາທີ່ຕິດພັນກັບການຈັດຕັ້ງປະຕິບັດໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2.

ໂອກາດນີ້, ທ່ານ ນາງ ພັກກາວັນ ພິດສະໄໝ ໄດ້ສະແດງຄວາມຂອບໃຈຕໍ່ທີມງານຄະນະຕິດຕາມຊຸກຍູ້ໂຄງການຈາກອົງການ IFAD ທີ່ໄດ້ເສຍສະລະເວລາລົງຕິດຕາມຊຸກຍູ້ ແລະ ໃຫ້ຄຳແນະນຳທີ່ສ້າງສັນແກ່ໂຄງການ ໂດຍທ່ານໄດ້ໃຫ້ຄຳໝັ້ນສັນຍາວ່າກະຊວງກະສິກຳ ແລະ ສິ່ງແວດລ້ອມ ຈະແກ້ໄຂບັນດາຊ່ອງວ່າງຕ່າງໆທີ່ໄດ້ລະບຸໄວ້ ແລະ ເພີ່ມທະວີການນຳພາ-ຊີ້ນຳການຈັດຕັ້ງປະຕິບັດໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 (AFN II) ໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ ເພື່ອປັບປຸງຊີວິດການເປັນຢູ່ ແລະ ໂພຊະນາການຂອງຊຸມຊົນຢູ່ໃນເຂດຊົນນະບົດໃຫ້ນັບມື້ນັບດີຂຶ້ນໄປເລື້ອຍໆ.

ໂຄງການກະສິກຳເພື່ອໂພຊະນາການ ໄລຍະ 2 ແມ່ນໂຄງການໜຶ່ງຂອງລັດຖະບານ ແຫ່ງ ສປປ ລາວ ໂດຍມີເປົ້າໝາຍແນໃສ່ການສ້າງເງື່ອນໄຂ ແລະ ສົ່ງເສີມໃຫ້ຊາວກະສິກອນທຳການຜະລິດ (ການລ້ຽງ-ການປູກ) ໃຫ້ກຸ້ມຢູ່ກຸ້ມກິນ ຄໍ້າປະກັນດ້ານສະບຽງອາຫານ ກ້າວໄປສູ່ການຂາຍເປັນສິນຄ້າ ເພື່ອສ້າງລາຍຮັບມາສູ່ຄອບຄົວ, ທັງນີ້ ກໍເພື່ອເປັນການຕອບສະໜອງນະໂຍບາຍຂອງລັດຖະບານໃນການຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນບັນດາເຜົ່າອອກໄປເທື່ອລະກ້າວ.

ຂໍ້ມູນ-ພາບ: ຂ່າວສານກະສິກຳ

KPL