ສົ່ງເສີມສິດທິດ້ານແຮງງານໃນຂະແໜງກາເຟ-ຊາ ແລະ ປ່າໄມ້ໃນລາວ

01/10/2026 09:35
Email Print 83
KPL - Asean 2024 ພິທີນຳສະເໜີໂຄງສ້າງຄວາມກ້າວໜ້າ ໃຫ້ແກ່ລະບົບປົກປ້ອງສັງຄົມ ແລະ ສິດທິດ້ານແຮງງານໃນຂະແໜງກາເຟ, ຊາ ແລະ ປ່າໄມ້ ໄລຍະ II (SOLAR II) ຈັດຂຶ້ນໃນວັນທີ 29 ກັນຍາ 2026 ໂດຍໄດ້ຮັບທຶນສະໜັບສະໜູນຈາກສະຫະພາບເອີຣົບ (EU) ແລະ ນຳພາໂດຍອົງການແຮງງານສາກົນ (ILO) ເພື່ອສ້າງຄວາມເຂັ້ມແຂງດ້ານສິດທິດ້ານແຮງງານ, ການປົກປ້ອງສັງຄົມ ແລະ ສະພາບການເຮັດວຽກທີ່ດີໃນຂະແໜງກາເຟ, ຊາ ແລະ ປ່າໄມ້ຂອງ ສປປ ລາວ.

     ຂປລ. ໂຄງການນີ້, ຈະຈັດຕັ້ງປະຕິບັດ ໄລຍະປີ 2026-2030 ດ້ວຍງົບປະມານ 3,5 ລ້ານເອີໂຣ  ໂດຍຕໍ່ຍອດຈາກຜົນສຳເລັດ ແລະ ບົດຮຽນຂອງໂຄງການ SOLAR ໄລຍະທີ I ຊຶ່ງໄດ້ເຮັດວຽກຮ່ວມກັບກະສິກອນ ແລະ ຄູ່ຮ່ວມງານທ້ອງຖິ່ນໃນພາກໃຕ້ ຂອງ ສປປ ລາວ ລະຫວ່າງປີ 2021 ແລະ 2024. ໂຄງການໄລຍະທຳອິດໄດ້ເຂົ້າເຖິງກະສິກອນຫລາຍກວ່າ 12.600 ຄົນ ແລະ ໄດ້ເພີ່ມຄວາມເຂົ້າໃຈກ່ຽວກັບປະກັນສັງຄົມ, ຄວາມປອດໄພ ແລະ ສຸຂະພາບແຮງງານ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ໄດ້ອຳນວຍຄວາມສະດວກໃຫ້ແກ່ແຮງງານຈຳນວນ 806 ຄົນ ໃນການລົງທະບຽນເຂົ້າກອງທຶນປະກັນສັງຄົມແຫ່ງຊາດ.

    ໂຄງການ SOLAR II ຈະນຳໃຊ້ ແລະ ຜັນຂະຫຍາຍວິທີການເຫລົ່າ ນີ້ຢູ່ 16 ເມືອງ ໃນ 7 ແຂວງພາກເໜືອ ແລະ ພາກກາງ ເພື່ອເຂົ້າເຖິງແຮງງານ ແລະ ຜູ້ຜະລິດຂະໜາດນ້ອຍ ປະມານ 32.000 ຄົນ. ຄາດວ່າຜູ້ໄດ້ຮັບຜົນປະໂຫຍດຢ່າງໜ້ອຍ 50% ເປັນເພດຍິງ ແລະ ເປັນຊົນເຜົ່າ 25%. ໂຄງການດັ່ງກ່າວ, ຈັດຕັ້ງປະຕິບັດໂດຍອົງການແຮງງານສາກົນ ແລະ ອົງການ Oxfam ຮ່ວມກັບລັດຖະບານ, ອົງການຕາງໜ້າຜູ້ອອກແຮງງານ, ອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ອົງການຈັດຕັ້ງທາງສັງຄົມ ໂດຍຈະສຸມໃສ່ 4 ຂົງເຂດວຽກ ຄື: ການເຂົ້າເຖິງປະກັນສັງຄົມ, ສະຖານທີ່ເຮັດວຽກທີ່ປອດໄພ ແລະ ມີສຸຂະພາບດີ, ການເປັນຕົວແທນຮ່ວມກັນ, ການປຶກສາຫາລືທາງສັງຄົມ ແລະ ຄວາມສະເໝີພາບລະຫວ່າງ ຍິງ-ຊາຍ ແລະ ການມີສ່ວນຮ່ວມ. ໂຄງການ SOLAR II ຈະສ້າງຄວາມກ້າວໜ້າໃຫ້ແກ່ສິດທິຂອງຜູ້ອອກແຮງງານ ໂດຍການສ້າງຄວາມເຂັ້ມແຂງດ້ານການໃຫ້ບໍລິການຂັ້ນທ້ອງຖິິ່ນ, ການສ້າງຄວາມອາດສາມາດຂອງຜູ້ມີສ່ວນຮ່ວມທີ່ສຳຄັນ ແລະ ສ້າງຄວາມເຂັ້ມແຂງໃຫ້ຊຸມຊົນທ້ອງຖິ່ນ.

     ທ່ານ ນາງ ແກ້ວ ຈັນທະວິໄຊ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກ່າວວ່າ: ສິດທິແຮງງານ ແລະ ການປົກປ້ອງທາງສັງຄົມ ແມ່ນພ້ືນຖານທີ່ສຳຄັນສຳລັບວຽກງານທີ່ມີຄຸນຄ່າ ແລະ ເປັນທຳ ກໍຄືການພັດທະນາແບບຍືນຍົງ. ຜ່ານການຮ່ວມມືຂອງພວກເຮົາກັບຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມຂັ້ນສູນກາງ ແລະ ທ້ອງຖິ່ນ, ພວກເຮົາມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃນການໃຫ້ບໍລິການ ແລະ ຂະຫຍາຍການເຂົ້າເຖິງການປົກປ້ອງສັງຄົມ ໂດຍສະເພາະແມ່ນຜູ້ອອກແຮງງານໃນລະບົບຕ່ອງໂສ້ມູນຄ່າກະສິກຳ ແລະ ປ່າໄມ້. SOLAR II ເປັນສ່ວນໜຶ່ງຂອງແຜນງານການຮ່ວມມືລະ ຫວ່າງທີມເອີຣົບ ແລະ ສປປ ລາວ ເພື່ອເພີ່ມທະວີການຄ້າ, ການລົງທຶນ ແລະ ການເຊື່ອມໂຍງແບບຍືນຍົງ ແລະ ຮອບດ້ານໃນຂະແໜງກະສິກຳ ແລະ ປ່າໄມ້ (TICAF) ແລະ ຍຸດທະສາດ Global Gateway ຂອງສະຫະພາບເອີຣົບ.

    ທ່ານ ມາກ ກາລາເຮີ (Mark Gallagher) ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຜ່ານຍຸດທະສາດ Global Gateway ແລະ ແຜນງານຫລັກຂອງພວກເຮົາ TICAF, ສະຫະພາບເອີຣົບ ກຳລັງສະໜັບສະໜູນ ສປປ ລາວ ເພື່ອສ້າງໂອກາດໃຫ້ຫລາຍຂຶ້ນສຳລັບຜູ້ທີ່ເຮັດວຽກໃນຂະແໜງກາເຟ, ຊາ ແລະ ປ່າໄມ້. SOLAR II ຈະເສີມສ້າງລະບົບຕ່ອງໂສ້ມູນຄ່າການລົງທຶນ ໂດຍການພັດທະນາຊັບພະຍາກອນມະນຸດທີ່ຍືນຍົງ, ຊ່ວຍໃຫ້ຜູ້ອອກແຮງງານ ມີຄວາມປອດໄພຂຶ້ນ, ໄດ້ຮັບການປົກປ້ອງ ແລະ ມີຄວາມພ້ອມໃນການຮັບມືກັບສິ່ງທ້າທາຍຕ່າງໆໄດ້ດີກວ່າ.

   ທ່ານ ລາສ ໂຢຮັນເຊນ (Lars Johansen) ຮອງຜູ້ອຳນວຍການອົງການແຮງງານສາກົນປະຈຳລາວ ໄດ້ເນັ້ນເຖິງຄວາມສຳຄັນຂອງການຜັນຂະຫຍາຍຜົນສຳເລັດ ຂອງໂຄງການໃນໄລຍະທຳອິດ ຄື: SOLAR I ໄດ້ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການເຮັດວຽກຢ່າງໃກ້ຊິດຕິດແທດກັບສະຖາບັນຂັ້ນທ້ອງຖິ່ນ ແລະ ການສ້າງຄວາມອາດສາມາດໃນຂັ້ນຮາກຖານ. ສ່ວນ SOLAR II ຈະສືບຕໍ່ຈາກບົດຮຽນເຫລົ່ານີ້ ເພື່ອປັບປຸງການເຂົ້າເຖິງຂ້ໍມູນຂ່າວສານ-ການບໍລິການ ແລະ ເຮັດໃຫ້ຜູ້ອອກແຮງງານຫລາຍຄົນ ໄດ້ຮັບຜົນປະໂຫຍດຈາກສິດທິຂອງເຂົາເຈົ້າ ໃນບ່ອນເຮັດວຽກ ແລະ ຈາກລະບົບການປົກປ້ອງສັງຄົມ.

   ໃນໂອກາດນີ້, ຍັງໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາໂຄງການ, ພ້ອມທັງຈັດກອງປະຊຸມວິຊາການ ເພື່ອປຶກສາຫາລື ແລະ ແລກປ່ຽນກ່ຽວກັບສິ່ງທ້າທາຍຕ່າງໆທ່ີແຮງງານໃນກຸ່ມເປົ້າໝາຍຜະເຊີນ ແລະ ທິດທາງໃນການຈັດຕັ້ງປະຕິບັດຕົວຈິງໃນຕໍ່ໜ້າ.

KPL