ສປ ຈີນ-ອາຊຽນ ລົງເລິກການຮ່ວມມື ດ້ານອຸດສາຫະກຳບໍ່ແຮ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ກອງປະຊຸມ ຖະແຫລງຂ່າວ ກ່ຽວກັບການຮ່ວມມື ດ້ານອຸດສາຫະກຳບໍ່ແຮ່ ລະຫວ່າງ ສປ ຈີນ (ເຂດກວາງຊີ) ກັບ ອາຊຽນ 2026 ໄດ້ຈັດຂຶ້ນ ຢູ່ນະຄອນໜານໜິງ ເຂດປົກຄອງຕົນເອງ ເຜົ່າຈ້ວງກວາງຊີຂອງ ສປ ຈີນ. ກອງປະຊຸມຄັ້ງນີ້ ເພື່ອລົງເລິກ ການຮ່ວມມື ທີ່ຕິດແທດຕົວຈິງ ໃນຂົງເຂດບໍ່ແຮ່ ລະຫວ່າງ ເຂດກວາງຊີ ຂອງ ສປ ຈີນ ກັບ ອາຊຽນ, ກອງປະຊຸມການຮ່ວມມື ດ້ານອຸດສາຫະກຳບໍ່ແຮ່ ລະຫວ່າງ ສປ ຈີນ (ເຂດກວາງຊີ) ກັບ ອາຊຽນ 2026 ຈະຈັດຂຶ້ນ ລະຫວ່າງ ວັນທີ 5-6 ພະຈິກໜ້ານີ້. ຫຼັງຈາກນັ້ນ, ງານວາງສະແດງ ອຸດສາຫະກຳ ບໍ່ແຮ່ ສາກົນກວາງຊີ 2026 ຈະຈັດຂຶ້ນ ລະຫວ່າງ ວັນທີ 6-7 ພະຈິກໜ້ານີ້.ກອງປະຊຸມ ອຸດສາຫະກຳບໍ່ແຮ່ ຄັ້ງນີ້ ຈັດຂຶ້ນພາຍໃຕ້ຫົວຂໍ້ “ການເສີມສ້າງ ຄວາມເຂັ້ມແຂງ ດ້ວຍດິຈິຕອນ ແລະ ປັນຍາປະດິດ ເພື່ອການຮ່ວມມື, ການປະດິດສ້າງ ແລະ ການພັດທະນາ ອຸດສາຫະກຳບໍ່ແຮ່ ຈີນ-ອາຊຽນ”. ກອງປະຊຸມຄັ້ງນີ້ ຈະປະກອບມີ 4 ພາກສ່ວນຫລັກ ຄື: ການແລກປ່ຽນຂັ້ນສູງ, ການສຳມະນາດ້ານການຮ່ວມມື ໃນອຸດສາຫະກຳ ແລະ ກອງປະຊຸມສົ່ງເສີມ ອຸດສາຫະກຳບໍ່ແຮ່ ລະດັບຊາດ, AI+ການພັດທະນາການປະດິດສ້າງສີຂຽວ ໃນອຸດສາຫະກຳບໍ່ແຮ່ ແລະ ການຮ່ວມມື ດ້ານການສຳຫລວດ ໄລຍະໄກ ແລະ ການແລກປ່ຽນ ບຸກຄະລາກອນ ລວມທັງໝົດ ຈະຈັດກິດຈະກຳສຳຄັນ 10 ລາຍການ. ນອກຈາກນີ້, ກອງປະຊຸມ ຍັງຈະຈັດກອງປະຊຸມ ສົ່ງເສີມ ອຸດສາຫຳກຳ ບໍ່ແຮ່ ລະດັບຊາດ ພິເສດ ສຳລັບ ສປປ ລາວ, ຕີມໍເລສເຕ ແລະ ການາ ອີກດ້ວຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ