ມາເລເຊຍ ເລີ່ມປະຕິບັດ ການສົ່ງຊາວມຽນມາ ກັບຄືນປະເທດ ໄລຍະທຳອິດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 29 ກັນຍາແລ້ວນີ້, ລັດຖະບານ ມາເລເຊຍ ໄດ້ເລີ່ມປະຕິບັດ ການສົ່ງຊາວມຽນມາ ທີ່ຖືກກັກຂັງ 1.476 ຄົນ ກັບຄືນປະເທດ ໄລຍະທຳອິດ.ການເຄື່ອນໄຫວດັ່ງກ່າວ ໄດ້ຈັດຂຶ້ນຢູ່ ຖານທັບເຮືອລູມູດ. ຫລັງຈາກ ຜ່ານການກວດສຸຂະພາບ ແລະ ການກວດສອບ ເອກະສານແລ້ວ, ຜູ້ຖືກສົ່ງກັບປະເທດ ໄດ້ຖືກຂົນສົ່ງໄປ ຖານທັບ ດ້ວຍລົດເມ 46 ຄັນ ແລະ ຂຶ້ນກຳປັ່ນກອງທັບເຮືອມຽນມາ ໂດຍມີ ເຮືອຂອງມາເລເຊຍ ເຮັດໜ້າທີ່ປ້ອງກັນຕະຫລອດທາງ ໄປສູ່ເຂດຊາຍແດນ ທາງທະເລ. ກຸ່ມທຳອິດທີ່ຖືກສົ່ງ ກັບຄືນປະເທດ ປະກອບ ມີຜູ້ຊາຍ 1.370 ຄົນ, ຜູ້ຍິງ 79 ຄົນ ແລະ ຜູ້ອາຍຸບໍ່ເຕັມ ກະສຽນ 27 ຄົນ.ກ່ອນໜ້າທີ່, ທ່ານ ອັນວາ ອິບຣາຮິມ ນາຍົກລັດຖະມົນຕີ ມາເລເຊຍ ກ່າວວ່າ: ພາຍຫລັງ ການປຶກສາຫາລື ລະຫວ່າງ ສອງປະເທດ, ມຽນມາ ໄດ້ເຫັນດີຮັບເອົາ ຜູ້ຖືກກັກຂັງ ກັບຄືນປະເທດ ປະມານ 5.000 ຄົນ, ສ່ວນການສົ່ງຄືນຜູ້ຖືກກັກຂັງ ໃນໄລຍະຕໍ່ໄປ ຈະຈັດຕັ້ງປະຕິບັດໂດຍອີງໃສ່ ການຢືນຢັນຕົວຕົນ ແລະ ການປະສານງານ ລະຫວ່າງ ສອງຝ່າຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
