ເອີຣົບ ນຳເຂົ້າເຊື້ອໄຟຟໍສຊີລ ຈຳນວນ 1 ແສນລ້ານເອີໂຣ
Email
Print
83
KPL - Asean 2024
ທ່ານ ແດນ ຢໍເກນເຊນ ກຳມະທິການ ດ້ານພະລັງງານ ຂອງ ສະຫະພາບ ເອີຣົບ (EU) ເປີດເຜີຍວ່າ: ສະຫະພາບ ເອີຣົບ ຕ້ອງໃຊ້ ງົບປະມານ ເພີ່ມເຕີມ 1 ແສນລ້ານເອີໂຣ, ສໍາລັບການນໍາເຂົ້າ ເຊື້ອໄຟຟໍສຊິລ ໃນປະລິມານ ເທົ່າເດີມ ນັບຕັ້ງແຕ່ ເກີດສົງຄາມ
ຂປລ. ສຳນັກຂ່າວຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ທ່ານ ແດນ ຢໍເກນເຊນ ກຳມະທິການ ດ້ານພະລັງງານ ຂອງ ສະຫະພາບ ເອີຣົບ (EU) ເປີດເຜີຍວ່າ: ສະຫະພາບ ເອີຣົບ ຕ້ອງໃຊ້ ງົບປະມານ ເພີ່ມເຕີມ 1 ແສນລ້ານເອີໂຣ, ສໍາລັບການນໍາເຂົ້າ ເຊື້ອໄຟຟໍສຊິລ ໃນປະລິມານ ເທົ່າເດີມ ນັບຕັ້ງແຕ່ ເກີດສົງຄາມ ສ.ອາເມລິກາ-ອີຣານ ເຊິ່ງ ສະຫະພາບ ເອີຣົບ ບໍ່ໄດ້ຮັບແກັສ ຫລື ນໍ້າມັນເພີ່ມຂຶ້ນເລີຍ ເຖິງແມ່ນວ່າ ຈະຈ່າຍເງິນ ຢ່າງມະຫາສານ.
ທ່ານ ແດນ ຢໍເກນເຊນ ທີ່ເຂົ້າຮ່ວມ ກອງປະຊຸມ ລັດຖະມົນຕີ ກະຊວງພະລັງງານ ຂອງ ສະຫະພາບ ເອີຣົບໃນນະຄອນຫລວງ ດັບລິນ ຂອງ ອຽກລັງ ລະບຸວ່າ: ລາຄາ ພະລັງງານ ທົ່ວໂລກ ທີ່ ເພີ່ມສູງຂຶ້ນ ພວມສົ່ງຜົນກະທົບ ຕໍ່ຂະແໜງອຸດສາຫະກຳ ແລະ ຜູ້ບໍລິໂພກໃນເອີຣົບ ແລະ ເອີຣົບ ພວມກ້າວເຂົ້າໄປສູ່ ລະດູໜາວ ທີ່ເບິ່ງຄືວ່າ ຈະເຕັມໄປດ້ວຍຄວາມທ້າທາຍ ໃນການ ກຳຈັດ ຄວາມບໍ່ແນ່ນອນຕ່າງໆ ໃຫ້ໝົດໄປ./
