ສ.ເກົາຫລີ ມີລາຍໄດ້ ຈາກການຈັດເກັບພາສີສູງ ເປັນປະຫວັດສາດ ໃນປີິ 2026
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ, ເມື່ອບໍ່ດົນມານີ້, ຕົວເລກ ຄາດການ ກ່ຽວກັບ ທ່າອ່ຽງ ການເງິນສະບັບ ປັບປຸງ ສຳລັບ ປີ 2026 ຈາກ ກະຊວງ ການເງິນ ແລະ ເສດຖະກິດ ສ.ເກົາຫລີ ລະບຸວ່າ: ລາຍໄດ້ ຈາກການ ຈັດເກັບພາສີ ໃນປີ 2026 ຈະບັນລຸ 478,6 ລ້ານລ້ານວອນ ເພີ່ມຂຶ້ນສູງສຸດ ເປັນປະຫວັດສາດ, ໃນຂະນະທີ່ ອຸດສາຫະກຳ ເຊມິຄອນດັກເຕີ (Semiconductor) ໄດ້ເຕີບໂຕຢ່າງວ່ອງໄວ.
ຕົວເລກ ດັ່ງກ່າວ ສູງກວ່າ ວົງເງິນ ການຈັດເກັບ ພາສີ ໃນປີ 2025 ລວມມີ 373,9 ລ້ານລ້ານວອນ ແລະ ສູງກວ່າ ຕົວເລກ ສະຖິຕິເດີມ ທີ່ເຄີຍກຳນົດໄວ້ ໃນປີ 2022 395,9 ລ້ານລ້ານວອນ .
ກະຊວງ ດັ່ງກ່າວ ຄາດວ່າ ລາຍໄດ້ ຈາກການເກັບພາສີ ນິຕິບຸກຄົນໃນປີ 2026 ຈະລວມມີ 136,4 ລ້ານລ້ານວອນ, ເພີ່ມຂຶ້ນ 61.2% ເມື່ອທຽບໃສ່ປີຕໍ່ປີ ໂດຍໄດ້ຮັບແຮງໜຸນ ຈາກຜົນກຳໄລ ຂອງ ບໍລິສັດທີ່ເພີ່ມຂຶ້ນ ໂດຍສະເພາະ ກຸ່ມຜູ້ຜະລິດຊິບລາຍໃຫຍ່ ສອງແຫ່ງຂອງປະເທດ ຄື: ຊຳຊຸງ ເອເລັກໂຕຣນິກ ແລະ ເອສເຄ ໄຮນິກສ໌, ເຊິ່ງຄາດວ່າ ກຳໄລ ຈາກການ ດຳເນີນງານລວມ ຂອງ ສອງລາຍໃຫຍ່ນີ້ ຈະລວມມີ 638 ລ້ານລ້ານວອນ, ເຊິ່ງເປັນຕົວສູງກວ່າຕົວເລກ 91 ລ້ານລ້ານວອນ ໃນປີ 2025./
ສ່ວນລາຍໄດ້ ຈາກການເກັບພາສີ ບຸກຄົນທຳມະດາ ຄາດວ່າ ຈະລວມມີ 152,4 ລ້ານລ້ານວອນ, ເພີ່ມຂຶ້ນ 16,9% ເຊິ່ງເປັນ ຜົນມາຈາກ ຄ່າຈ້າງ ທີ່ຂະຫຍາຍຕົວ ຢ່າງວ່ອງໄວ ເນື່ອງຈາກ ການຈ່າຍໂບນັດ ຕາມຜົນປະກອບການ ໃນພາກເຊມິຄອນດັກເຕີ ແລະ ພາກການເງິນ ລວມທັງ ແຜນການ ຈ່າຍເງິນປັນຜົນພິເສດ ຢ່າງມະຫາສານ ຂອງຊຳຊຸງ./
