ສນຊ ຫາລືກະກຽມບຸນກິນຈຽງ ຊົນເຜົ່າມົ້ງ ປະຈຳປີ 2026

01/10/2026 09:29
Email Print 83
KPL - Asean 2024 ເມື່ອບໍ່ດົນມານີ້, ສູນກາງແນວລາວສ້າງຊາດ (ສນຊ) ຈັດກອງປະຊຸມປຶກສາຫາລື ເພື່ອກະກຽມຄວາມພ້ອມຮອບດ້ານໃນການຈັດບຸນກິນຈຽງ (ນໍ່ເປ້ເຈົາ) ຂອງຊົນເຜົ່າມົ້ງ ປະຈໍາປີ 2026 ໂດຍການເປັນປະທານຂອງ ທ່ານລາວປາວຊົ່ງ ນະວົງໄຊ ຮອງປະທານສູນກາງແນວລາວສ້າງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ອະດີດຮອງປະທານປະເທດ, ມີອະດີດຮອງປະທານສະພາແຫ່ງຊາດ, ພ້ອມດ້ວຍບັນດາຫົວໜ້າກົມ-ຮອງກົມ,ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     

     ຂປລ. ການປຶກສາຫາລືຄັ້ງນີ້, ໄດ້ສຸມໃສ່ການປະກອບຄຳຄິດຄຳເຫັນຢ່າງເລິກເຊິ່ງ ຕໍ່ກັບແຜນການຈັດບຸນກິນຈຽງ ຊຶ່ງເປັນຮີດຄອງປະເພນີອັນດີງາມທີ່ມີມູນເຊື້ອຄວາມເຊື່ອຖືມາເປັນເວລາຍາວນານ ແລະ ເປັນເອກະລັກທີ່ໂດດເດັ່ນຂອງຊົນເຜົ່າມົ້ງ. ພ້ອມນີ້, ກໍເພື່ອຮັບປະກັນໃຫ້ການຈັດບຸນນໍ້ເປ້ເຈົາ ດໍາເນີນໄປຢ່າງຖືກຕ້ອງຕາມຮີດຄອງປະເພນີ ທີ່ປູ່ຍ່າຕາຍາຍເຄີຍປະຕິບັດຜ່ານມາຢ່າງແທ້ຈິງ, ເປັນບຸນເຕົ້າໂຮມຄວາມສາມັກຄີປະຊາຊົນບັນດາເຜົ່າ, ເປັນກິດຈະກໍາໜຶ່ງໃນການສົ່ງເສີມ ແລະ ດຶງດູດນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມ.

    ກອງປະຊຸມຄັ້ງນີ້, ໄດ້ແລກປ່ຽນບົດຮຽນ ແລະ ທັດສະນະຢ່າງກົງໄປກົງມາ ເພື່ອວາງແຜນການກະກຽມດ້ານເນື້ອໃນ, ຂັ້ນຕອນການຈັດງານ, ການຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ເພື່ອໃຫ້ບຸນປະເພນີໃນແຕ່ລະປີ ມີຄວາມເປັນເອກະພາບ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມຕາມຄາດໝາຍ. ສ່ວນວັນ, ເວລາທີ່ຈະອະນຸມັດຈັດບຸນນໍ້ເປ້ເຈົາ ໃນປີ 2026 ແມ່ນຍັງຢູ່ໃນຂັ້ນຕອນຄົ້ນຄວ້າ. ຫລັງຈາກນັ້ນ, ຈະມີຄໍາແນະນໍາລະອຽດເພື່ອແຈ້ງການເຖິງແນວລາວສ້າງຊາດ ແລະ ອົງການປົກຄອງແຕ່ລະຂັ້ນເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕບັດເປີດງານດັ່ງກ່າວ.

ຂ່າວ-ພາບ: ຂິດ

KPL