ຄຊປປລ ສ່ອງແສງຜົນງານໄຕມາດ III ແລະ ກຳນົດແຜນໄຕມາດ IV ປີ 2026
ຂປລ. ໂດຍການເປັນປະທານຮ່ວມຂອງສະຫາຍ ທອງລີ ສີສຸລິດ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ, ສະຫາຍ ວັນສີ ກົວມົວ ກໍາມະການສູນກາງພັກ, ຮອງເລຂາຄະນະບໍລິຫານງານພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ (ຄອສພ), ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ຄອສພ, ມີບັນດາເລຂາ- ຮອງເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ-ອົງການ ແລະ ນະຄອນຫລວງວຽງຈັນ, ພ້ອມດ້ວຍຄະນະໜ່ວຍຊາວໜຸ່ມທີ່ຂຶ້ນກັບ ຄອສພ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານວຽກງານພົ້ນເດັ່ນ ຂອງ ຄຊປປລ, ຄຊປປລ ຄອສພ, ໂຄງການອາສາສະໝັກຕະລຸມບອນບໍາລຸງນັກຮຽນອ່ອນ ຢູ່ເຂດຫ່າງໄກສອກຫລີກ, ອັດຕາການປະລະການຮຽນ ຂອງຂະແໜງສຶກສາທິການ ແລະ ກິລາ ທີ່ໄດ້ຮ່ວມມືກັບສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຮັບຟັງການລາຍງານວຽກງານເຕັກໂນໂລຊີ ແລະ ການສື່ສານໄລຍະໃໝ່. ພ້ອມນີ້ຜູ້ຕາງໜ້າຈາກ ຄຊປປລ ບັນດາກະຊວງ, ອົງການ ແລະ ນະຄອນຫລວງວຽງຈັນ ໄດ້ພ້ອມກັນປະກອບຄໍາເຫັນໃສ່ບົດລາຍງານວຽກງານພົ້ນເດັ່ນໄຕມາດ III ປີ 2026 ແລະ ສະເໜີແຜນການເຄື່ອນໄຫວໄຕມາດ IV ປີ 2026.
ສະຫາຍ ທອງລີ ສີສຸລິດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ບໍ່ແມ່ນພຽງແຕ່ຮັບຟັງການລາຍງານຜົນງານພົ້ນເດັ່ນຕາມລະບຽບການບໍລິຫານທົ່ວໄປເທົ່ານັ້ນ, ແຕ່ແມ່ນບັ້ນດໍາເນີນຊີວິດການເມືອງອັນສໍາຄັນ ເພື່ອຮັບຟັງການສ່ອງແສງ ເພື່ອຍົກໃຫ້ເຫັນເຖິງສະພາບຄວາມເປັນຈິງຢ່າງພາວະວິໄສ, ເພື່ອຕີລາຄາຄືນຄວາມຮັບຜິດຊອບການເມືອງ ແລະ ຄວາມເປັນເສນາທິການຂອງຄະນະພັກ, ຄະນະນຳຊາວໜຸ່ມແຕ່ລະຂັ້ນ ຕໍ່ກັບສະພາບການທີ່ປະເທດຊາດ ແລະ ສັງຄົມເຮົາພວມຜະເຊີນໜ້າ. ພັກ ແລະ ລັດຖະບານຍາມໃດກໍຢັ້ງຢືນວ່າຊາວໜຸ່ມ- ເຍົາວະຊົນ ແມ່ນກະດູກສັນຫລັງ, ແມ່ນແຂນຂວາທີ່ໄວ້ວາງໃຈຂອງພັກ ແລະ ແມ່ນກຳລັງຕະລຸມບອນໃນທຸກສະໜາມຮົບ. ໃນປັດຈຸບັນ, ປະເທດຊາດຂອງພວກເຮົາພວມຜ່ານຜ່າໄລຍະຫົວລ້ຽວຫົວຕໍ່ ທີເຕັມໄປດ້ວຍສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລວມເຖິງຜົນກະທົບຢ່າງໜັກໜ່ວງຈາກໄພພິບັດທຳມະຊາດ ຊຶ່ງສະມາຊິກຊາວໜຸ່ມ- ເຍົາວະຊົນກໍແມ່ນກຸ່ມສ່ຽງທີ່ໄດ້ຮັບຜົນກະທົບໂດຍກົງ. ໃນທ່າມກາງສະພາບການທີ່ຫຍຸ້ງຍາກດັ່ງກ່າວນີ້, ບົດບາດຂອງອົງການຈັດຕັ້ງ ຊາວໜຸ່ມ ຍິ່ງຕ້ອງໄດ້ຮັບການເຊີດຊູ ແລະ ພົ້ນເດັ່ນຂຶ້ນກວ່າເວລາໃດໝົດ ເພື່ອເປັນກຳລັງແຮງຫລັກແຫລ່ງ, ເປັນທີ່ເພິ່ງທາງດ້ານຈິດໃຈ ແລະ ເປັນຜູ້ສະກັດກັ້ນທຸກປາກົດການຫຍໍ້ທໍ້ໃນສັງຄົມ.
ຂ່າວ: ທະນູທອງ; ພາບ: ວັນເພັງ
