ກອງກຳປັ່ນປ້ອງກັນການເດີນເຮືອ ຊຸດທີ 48 ຂອງກອງທັບເຮືອຈີນ ສິ້ນສຸດການຢ້ຽມຢາມ ມິດຕະພາບຕໍ່ ມຽນມາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນທີ 28 ກັນຍານີ້, ກອງກຳປັ່ນປ້ອງກັນ ການເດີນເຮືອ ຊຸດທີ 48 ຂອງກອງທັບເຮືອຈີນ ໄດ້ເດີນທາງອອກຈາກ ທ່າກຳປັ່ນຢາງກຸ້ງ ພ້ອມທັງ ໄດ້ສິ້ນສຸດການຢ້ຽມຢາມ ມິດຕະພາບຕໍ່ ມຽມມາເປັນເວລາ 5 ວັນ. ໃນໄລຍະການຢ້ຽມຢາມ, ກອງທັບເຮືອ ສອງປະເທດຈີນ-ມຽນມາ ໄດ້ດຳເນີນການແລກປ່ຽນ ທີ່ຕິດແທດຕົວຈິງ ຢ່າງຮອບດ້ານ. ນາຍ ແລະ ພົນທະຫານຈີນ ໄດ້ເຂົ້າຊົມຖານຝຶກຊ້ອມ ຂອງກອງທັບເຮືອມຽນມາ, ນາຍ ແລະ ພົນທະຫານ ທັງສອງປະເທດໄດ້ຮຽນຮູ້ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ ໃນກິດຈະກຳການເຂົ້າຊົມກຳປັ່ນ ແລະ ການແລກປ່ຽນ ດ້ານວິຊາການ ເປັນຕົ້ນ. ຜູ້ບັນຊາການ ຂອງກອງກຳປັ່ນຈີນ ຢືນຢັນວ່າ: ສປ ຈີນ ແລະ ມຽນມາ ເປັນປະເທດ ບ້ານໃກ້ ເຮືອນຄຽງ ທີ່ມີສາຍພູ ແລະ ສາຍນ້ຳຕິດຈອດກັນ, ມີໄມຕີຈິດມິດຕະພາບຕໍ່ກັນ ທຸກເຊັ່ນຄົນ, ກອງທັບເຮືອຈີນ ຍິນດີຮ່ວມກັບ ມຽນມາ ສືບຕໍ່ລົງເລິກ ການຮ່ວມມື ດ້ານຄວາມໝັ້ນຄົງ ທາງທະເລ ດ້ວຍການຍຶດໝັ້ນ ແນວຄວາມຄິດ ການພັດທະນາໂດຍສັນຕິ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ