ສປ ຈີນ ເນັ້ນໜັກເຖິງ ຄວາມສຳຄັນ ຂອງສັນຕິພາບ-ການພັດທະນາ ໃນການຕໍ່ສູ້ກັບ ການຈຳແນກເຊື້ອຊາດ

ຂປລ.ວິທະຍຸໂທລະພາບ ສູນກາງຈີນ, ວັນທີ 28 ກັນຍານີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າ ຖາວອນຂອງ ສປ ຈີນ ປະຈຳ ອົງການ ສະຫະ ປະຊາຊາດ ໄດ້ປະກອບຄວາມເຫັນ ໃນກອງປະຊຸມ ລະດັບສູງ ເພື່ອລະນຶກຄົບຮອບ 25 ປີຂອງການຮັບຮອງເອົາ “ຖະແຫລງການ ແລະ ໂຄງການ ດຳເນີນງານດູບານ” ໂດຍໄດ້ເນັ້ນເຖິງ ຄວາມສຳຄັນ ຂອງສັນຕິພາບ ແລະ ການພັດທະນາ ທີ່ມີຕໍ່ການຕໍ່ສູ້ກັບ ການຈຳແນກເຊື້ອຊາດ. ທ່ານ ຟູ້ຊົ່ງ ໄດ້ກ່າວວ່າ: 25 ປີກ່ອນ, ເນື້ອໃນ “ຖະແຫລງການ ແລະ ໂຄງການດຳເນີນງານດູບານ” ໄດ້ກຳນົດເປົ້າໝາຍ ອັນສູງສົ່ງ ໃນການກຳຈັດລັດທິ ຈຳແນກເຊື້ອຊາດ ໃນທຸກຮູ້ແບບ. ການຢູ່ລອດ ແລະ ຄວາມປອດໄພຂອງຊີວິດ ແມ່ນພື້ນຖານຂອງ ສິດທິມະນຸດທັງໝົດ, ຕ້ອງຍຶດໝັ້ນແກ້ໄຂ ຄວາມຂັດແຍ້ງ ແລະ ບັນຫາຈຸດສຸມໃນສາກົນ ດ້ວຍສັນຕິວິທີ, ປ້ອງກັນ ແລະ ຕໍ່ສູ້ຄວາມຮຸນແຮງ ແລະ ອາດຊະຍາກຳ ຈາກຄວາມຄຽດຊັງ ເນື່ອງຈາກ ການຈຳແນກເຊື້ອຊາດ ແລະ ສາສະໜາ. ການກຳຈັດລັດທິ ຈຳແນກ ເຊື້ອຊາດຜິວພັນ ແມ່ນໜ້າທີ່ຮ່ວມ ຂອງປະເທດຕ່າງໆ, ສປ ຈີນ ຕັ້ງໜ້າສະໜັບສະໜູນ ແລະ ມີສ່ວນຮ່ວມ ເຂົ້າໃນຄວາມພະຍາຍາມຕ່າງໆ ຂອງປະຊາຄົມໂລກ ໃນການຕໍ່ຕ້ານລັດທິ ຈຳແນກເຊື້ອຊາດຜິວພັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
