ເປີດກອງປະຊຸມຄົບຄະນະວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII
ຂປລ.ກອງປະຊຸມວິສາມັນຄັ້ງນີ້, ໄຂຂຶ້ນໃນຂະນະທີ່ສະພາບແວດລ້ອມສາກົນ ຍັງສືບຕໍ່ບໍ່ມີຄວາມແນ່ນອນ, ບັນຫາໄພທໍາມະຊາດທີ່ນັບມື້ນັບຮຸນແຮງຂ້ຶນ, ສະພາບຄວາມເຄ່ັງຕຶງ, ຈຸດເຄັ່ງຮ້ອນຢູ່ຫລາຍພາກພື້ນຂອງໂລກ ສືບຕໍ່ເປັນສິ່ງທ້າທາຍ ແລະ ກະທົບຕໍ່ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ ແລະ ເສດຖະກິດຂອງໂລກ. ຢູ່ພາຍໃນປະເທດກຳລັງຜະເຊີນໜ້າກັບສິ່ງທ້າທາຍ ແລະ ທົດສອບຫລາຍປະການໃຫ້ແກ່ການນໍາພາ - ຊີ້ນໍາຂອງສູນກາງພັກ ກໍຄື ການຄຸ້ມຄອງ-ບໍລິຫານຂອງລັດ ເພື່ອການແກ້ໄຂບັນຫາຕ່າງໆ ເປັນຕົ້ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພນໍ້າຖ້ວມຢູ່ຫລາຍທ້ອງຖ່ິນ ໄດ້ສົ່ງຜົນກະທົບຮ້າຍແຮງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ, ສ້າງຄວາມເສຍຫາຍຕໍ່ພື້ນຖານເສດຖະກິດ, ການແພ່ລະບາດຂອງພະຍາດອະຫິວາໝູອາຟຣິກາ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການພັດທະນາ, ການຜະລິດ-ທຸລະກິດໃນວົງກວ້າງ. ການບຸກລຸກ ແລະ ລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ, ກຸ່ມແກ້ງສໍ້ໂກງທາງໂທລະຄົມມະນາຄົມ (ສະແກັມເມີ, ຄໍເຊັນເຕີ) ບັນຫາອາວຸດເຖື່ອນ, ລົດເຖື່ອນ, ຢາເສບຕິດ, ການກໍ່ອາຊະຍາກໍາ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ກໍຍັງແຜ່ລາມ ແລະ ຍັງບໍ່ສາມາດແກ້ໄຂໄດ້ໃຫ້ຂາດຕົວເທື່ອ. ທັງໝົດນັ້ນ, ໄດ້ສົ່ງຜົນກະທົບເຮັດໃຫ້ຊີວິດການເປັນຢູ່ ຂອງປະຊາຊົນ, ພະນັກງານ, ທະຫານ, ຕໍາຫລວດ ມີຄວາມຫຍຸ້ງຍາກ-ຝືດເຄືອງຫລາຍສົມຄວນ.
![]()
ກອງປະຊຸມດັ່ງກ່າວ ຈະໄດ້ດຳເນີນໃນລະຫວ່າງວັນທີ 28 ກັນຍາ ຫາ 2 ຕຸລາ 2026 ຊຶ່ງຈະໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ເນື້ອໃນເອກະສານສຳຄັນຈຳນວນໜຶ່ງ ເພື່ອເປັນການຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນຕ້ົນການປັບປຸງ ແລະ ພັດທະນາບັນດາພາກສ່ວນເສດຖະກິດ ຕາມທິດສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ; ການຍົກສູງຄຸນນະພາບ ຂອງຊັບພະຍາກອນມະນຸດ ຕອບສະໜອງໃຫ້ແກ່ການພັດທະນາໃນເງື່ອນໄຂໃໝ່; ນະໂຍບາຍນໍາໃຊ້ປັນຍາຊົນໃນເງື່ອນໄຂໃໝ່. ນອກນັ້ນ, ຍັງຈະໄດ້ຮັບຟັງລັດຖະບານ ລາຍງານຄວາມຄືບໜ້າການແກ້ໄຂບັນຫາລົດເຖື່ອນ ແລະ ການລັກລອບຂຸດຄົ້ນຊັບພະຍາກອນທໍາມະຊາດ (ແຮ່ທາດ) ໃນຂອບເຂດທົ່ວປະເທດ ແລະ ປຶກສາຫາລືວຽກງານສຳຄັນຈຳນວນໜຶ່ງ. ໃນໂອກາດດ່ັງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄຳເຫັນ ແລະ ຮຽກຮ້ອງມາຍັງບັນດາສະຫາຍກໍາມະການສູນກາງພັກ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ, ວິເຄາະ, ວິໄຈ ແຕ່ລະບັນຫາໃຫ້ເລິກເຊິ່ງ, ເສີມຂະຫຍາຍປະຊາທິປະໄຕ ປະກອບຄໍາເຫັນຢ່າງພາວະວິໄສ ເພື່ອໃຫ້ທິດຊີ້ນໍາຖືກເປົ້າໝາຍ; ສະເໜີວິທີການ ແລະ ມາດຕະການແກ້ໄຂບັນຫາໃຫ້ຖືກຕ້ອງ-ຈະແຈ້ງ ແລະ ເຊື່ອໝັ້ນວ່າ ກອງປະຊຸມສູນກາງຄົບຄະນະວິສາມັນຄັ້ງນີ້ ຈະເປັນກອງປະຊຸມແຫ່ງການເສີມຂະຫຍາຍປະຊາທິປະໄຕພາຍໃນພັກ, ການສະຫລຸບທິດສະດີ-ພຶດຕິກໍາ, ການບຸກເບີກ- ປະດິດສ້າງໃໝ່ ໃນການນໍາພາຂອງພັກ, ການບຸກທະລຸສ້າງການຫັນປ່ຽນທີ່ແຂງແຮງ ແລະ ຕັ້ງໜ້າ ໃນການນໍາພາຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກເຮົາໃຫ້ປະກົດຜົນເປັນຈິງ.
ພາບ: ປະຊາຊົນ
