ຜົນເສຍຫາຍຈາກການຊຸດໂຊມ ທາງດ້ານນິເວດທົ່ວໂລກ ໃນທຸກປີ ສູງເຖິງ 6.300 ຕື້ໂດລາສະຫະລັດ

ຂປລ.ວິທະຍຸໂທລະພາບສູນກາງຈີນ,ວັນທີ 28 ກັນຍານີ້, ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ຫລື FAO ໄດ້ປະກາດບົດລາຍງານ “ສະພາບປ່າໄມ້ທົ່ວໂລກປີ 2026”, ໂດຍຊີ້ໃຫ້ເຫັນວ່າ, ຄາດວ່າ ຜົນເສຍຫາຍ ດ້ານເສດຖະກິດຍ້ອນການຊຸດໂຊມ ທາງດ້ານນິເວດຂອງໂລກສູງເຖິງ 878 ຕື້ໂດລາ ຫາ 6.300 ຕື້ໂດລາສະຫະລັດຕໍ່ປີ. ບົດລາຍງານຍັງເນັ້ນໜັກວ່າ: ການຟື້ນຟູປ່າໄມ້ ແລະ ທິວທັດແມ່ນມາດຕະການ ທີ່ມີປະສິດທິຜົນສູງ ເພື່ອຮັບມືກັບບັນຫາດ້ານຄວາມໝັ້ນຄົງ ຂອງສະບຽງອາຫານ ແລະ ສິ່ງທ້າທາຍ ດ້ານການພັດທະນາ. ອົງການ FAO ຊີ້ໃຫ້ເຫັນຕື່ມວ່າ: ການຟື້ນຟູປ່າໄມ້ ແລະ ທິວທັດບໍ່ພຽງແຕ່ມີປະສິດທິຜົນ ດ້ານນິເວດເທົ່ານັ້ນ, ຍັງມີມູນຄ່າ ດ້ານເສດຖະກິດ ທີ່ພົ້ນເດັ່ນອີກດ້ວຍ. ຖ້າສາມາດຟື້ນຟູ ທີ່ດິນທີ່ຊຸດໂຊມ ຫລາຍກວ່າ 1 ຕື້ເຮັກຕາ, ຈະສາມາດສ້າງຜົນປະໂຫຍດປະມານ 1.800 ຕື້ໂດລາສະຫະລັດຕໍ່ປີ. ປັດຈຸບັນ, ລວມມີ 91 ປະເທດ ແລະ ເຂດແຄວ້ນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະຟື້ນຟູປ່າໄມ້ໃຫ້ໄດ້ ຫລາຍກວ່າ 190 ລ້ານເຮັກຕາ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
