ສປປ ລາວ ສືບຕໍ່ເຄື່ອນໄຫວຢ່າງຫ້າວຫັນໃນກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝທີ 81

28/09/2026 21:28
Email Print 83
KPL - Asean 2024 ໃນໂອກາດກອງປະຊຸມພາກອະພິປາຍທົ່ວໄປ ຂອງສະມັດຊາໃຫຍ່ ອົງການ ສປຊ ສະໄໝທີ 81 ທີ່ພວມດຳເນີນຢູ່ ນິວຢອກ, ສະຫະລັດອາເມລິກາ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ສືບຕໍ່ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມປິ່ນອ້ອມ ແລະ ພົບປະສອງຝ່າຍກັບບັນດາປະເທດເພື່ອນມິດ ແລະ ອົງການເຄືອຂ່າຍ ສປຊ.

ສປປ ລາວ ຢ້ຳຄືນຄວາມໝາຍໝັ້ນ ໃນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນທ້າຍປີ 2026 ໃນກອງປະຊຸມປະຈຳປີ ລະດັບລັດຖະມົນຕີ ສຳລັບປະເທດດ້ອຍພັດທະນາ (LDCs) ຈັດຂຶ້ນພາຍໃຕ້ການເປັນປະທານຂອງລັດຖະມົນຕີຕ່າງປະເທດເນປານ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຢ້ຳຄືນຄວາມໝາຍໝັ້ນອັນໜັກແໜ້ນ ຂອງ ສປປ ລາວ ເພື່ອຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ໃນທ້າຍປີ 2026. ໃນນີ້, ກອງປະຊຸມ ໄດ້ຢ້ຳຄືນຄວາມສຳຄັນໃນການເລັ່ງລັດການຈັດຕັ້ງປະຕິບັດແຜນປະຕິບັດງານໂດຮາ ແລະ ເປົ້າໝາຍການພັດທະນາແບບຍືນຍົງຢ່າງເຕັມສ່ວນ. ສຳລັບ ສປປ ລາວ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຍົກໃຫ້ເຫັນວ່າ ການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ ບໍ່ແມ່ນຈຸດສິ້ນສຸດຂອງວຽກງານການພັດທະນາ, ແຕ່ເປັນຂີດໝາຍທາງປະຫວັດສາດ ແລະ ບາດກ້າວໃໝ່ ຂອງການພັດທະນາ ທີ່ມີຄຸນນະພາບ ແລະ ຍືນຍົງ. ພ້ອມກັນນັ້ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ຄູ່ຮ່ວມພັດທະນາ ສືບຕໍ່ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ທຶນຮອນ ທີ່ມີຄວາມສອດຄ່ອງກັບຄວາມຕ້ອງການທາງດ້ານການພັດທະນາ ຂອງບັນດາປະເທດ ທີ່ຢູ່ໃນຂະບວນການຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ (LDCs) ຫຼື ໄດ້ຫຼຸດພົ້ນອອກຈາກສະຖານະພາບດັ່ງກ່າວ ແຕ່ຍັງສືບຕໍ່ຢູ່ໃນໄລຍະຂ້າມຜ່ານ ເພື່ອຮັບປະກັນໃຫ້ແກ່ການພັດທະນາທີ່ມີຄຸນນະພາບ ແລະ ຍືນຍົງ, ພ້ອມທັງສາມາດຮັບມືກັບສິ່ງທ້າທາຍຂອງຍຸກສະໄໝໃໝ່ ໄດ້ຢ່າງທັນການ ແລະ ມີປະສິດທິພາບ.

ສປປ ລາວ ຍົກສູງຄວາມສຳຄັນຂອງວຽກງານການເຊື່ອມໂຍງ ໃນກອງປະຊຸມປະຈຳປີ ລັດຖະມົນຕີກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ກອງປະຊຸມປະຈຳປີ ລັດຖະມົນຕີກຸ່ມປະເທດກຳລັງພັດທະນາທີ່ບໍ່ມີຊາຍແດນຕິດທະເລ (LLDCs) ໄດ້ຢ້ຳຄືນຄວາມໝາຍໝັ້ນໃນການຈັດຕັ້ງປະຕິບັດແຜນງານ Awaza (Awaza Programme of Action) ສຳລັບສົກປີ 2024-2034 ຢ່າງເປັນຮູບປະທຳ. ກອງປະຊຸມຄັ້ງນີ້ ໄດ້ສະແດງຄວາມຍິນດີຕໍ່ການແຕ່ງຕັ້ງຄະນະກຳມະການລະດັບສູງ ເພື່ອອຳນວຍຄວາມສະດວກດ້ານການຂົນສົ່ງຂ້າມຊາຍແດນ ໂດຍເລຂາທິການໃຫຍ່ ສປຊ ຊຶ່ງເປັນໜຶ່ງໃນຂໍ້ລິເລີ່ມພາຍໃຕ້ແຜນງານ Awaza.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ຂອງ ສປປ ລາວ ໃນວຽກງານການເຊື່ອມໂຍງ-ເຊື່ອມຈອດ ເປັນຕົ້ນແມ່ນໂຄງການລົດໄຟ ລາວ-ຈີນ, ການເປີດນຳໃຊ້ທ່າເຮືອຫວຸ້ງອ່າງ ແລະ ການເຂົ້າຮ່ວມແລວທາງລົດໄຟທີ 2 ຂອງອົງການຮ່ວມມືທາງລົດໄຟສາກົນ (OSJD) ໂດຍມີເປົ້າໝາຍແນໃສ່ຈັດຕັ້ງຜັນຂະຫຍາຍຍຸດທະສາດການຫັນປ່ຽນຈາກປະເທດ “ທີ່ບໍ່ມີຊາຍແດນຕິດຈອດກັບທະເລ” ໄປສູ່ “ປະເທດເຊື່ອມໂຍງ-ເຊື່ອມຈອດ” ໃຫ້ເປັນຮູບປະທຳຢ່າງແທ້ຈິງ. ພິເສດ, ກອງປະຊຸມຄັ້ງນີ້ ໄດ້ຮັບຮອງເອົາຖະແຫຼງການລັດຖະມົນຕີ LLDC ເພື່ອເປັນທິດທາງໃຫ້ແກ່ການຮ່ວມມືໃນຕໍ່ໜ້າ ໂດຍສຸມໃສ່ສອງຂົງເຂດບຸລິມະສິດ ຄື: ການຫັນປ່ຽນທາງດ້ານດິຈິຕອນ ແລະ ການສ້າງຄວາມເຂັ້ມແຂງ ເພື່ອຮັບມືກັບໄພຂົ່ມຂູ່ທີ່ເກີດຈາກສະພາບການປ່ຽນແປງດິນຟ້າອາກາດ.

ລາວ-ອົດສະຕຣາລີ ຮັດແໜ້ນສາຍພົວພັນຮ່ວມມື ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະ ແລະ ແລກປ່ຽນກັບ ທ່ານ ນາງ ເພັນນີ ວອງ (Penny Wong) ລັດຖະມົນຕີຕ່າງປະເທດອົດສະຕຣາລີ ເພື່ອຮັດແໜ້ນສາຍພົວພັນຮ່ວມມືສອງຝ່າຍ. ໃນໂອກາດນີ້, ທັງສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການພົວພັນຮ່ວມມື ໃນໄລຍະຜ່ານມາ ພ້ອມທັງແລກປ່ຽນຄວາມຄິດເຫັນກ່ຽວກັບສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ສຳລັບການຮ່ວມມື ພາຍໃຕ້ຂອບອາຊຽນ, ສປປ ລາວ ແລະ ອົດສະຕຣາລີ ໄດ້ຢ້ຳຄວາມສຳຄັນຂອງການພົວພັນຮ່ວມມື ອາຊຽນ-ອົດສະຕຣາລີ ກໍຄື ການປະກອບສ່ວນອັນສຳຄັນ ຂອງອົດສະຕຣາລີ ເຂົ້າໃນຄວາມພະຍາຍາມ ຂອງອາຊຽນ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ພິເສດ, ໄດ້ຊົມເຊີຍຜົນສຳເລັດ ຂອງກອງປະຊຸມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ທີ່ໄດ້ຈັດຂຶ້ນໃນເດືອນກໍລະກົດ ທີ່ຜ່ານມາ ໂດຍສະເພາະການຮັບຮອງເອົາຖະແຫຼງການຮ່ວມລັດຖະມົນຕີຕ່າງປະເທດ ອາຊຽນ-ອົດສະຕຣາລີ ວ່າດ້ວຍສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາເວັນອອກສ່ຽງໃຕ້. ບົນຈິດໃຈດັ່ງກ່າວ, ທັງສອງຝ່າຍໄດ້ຢ້ຳຄືນຄວາມໝາຍໝັ້ນຮ່ວມກັນ ເພື່ອສືບຕໍ່ຮັດແໜ້ນການຮ່ວມມື ທັງພາຍໃຕ້ຂອບສອງຝ່າຍ ແລະ ຫຼາຍຝ່າຍ ເພື່ອປະກອບສ່ວນເຂົ້າໃນການສົ່ງເສີມສັນຕິພາບ, ສະຖຽນລະພາບ ແລະ ຄວາມຍືນຍົງ ຢູ່ໃນພາກພື້ນ ແລະ ທົ່ວໂລກ.

ລາວ-ຣູວັນດາ ຊຸກຍູ້ການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນ ທ່ານຮອງນາຍົກລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ພົບປະກັບ ທ່ານ Olivier Jean Patrick Nduhungirehe, ລັດຖະມົນຕີຕ່າງປະເທດ ຣູວັນດາ ເພື່ອສົ່ງເສີມການພົວພັນຮ່ວມມື ລະຫວ່າງ ສປປ ລາວ ແລະ ຣູວັນດາ ໂດຍຊຸກຍູ້ການຮ່ວມມືທາງດ້ານການຄ້າ, ການລົງທຶນ, ກະສິກຳ, ແຮງງານ ແລະ ບໍ່ແຮ່. ພ້ອມກັນນັ້ນ, ໃນນາມຕາງໜ້າໃຫ້ແກ່ເລຂາທິການໃຫຍ່ ຂອງອົງການຟຣັງໂກໂຟນີ, ທ່ານລັດຖະມົນຕີຕ່າງປະເທດ ຣູວັນດາ ໄດ້ສະແດງຄວາມຍິນດີ ເພື່ອຕ້ອນຮັບຄະນະຜູ້ແທນ ສປປ ລາວ ໃນໂອກາດທີ່ຈະເຂົ້າຮ່ວມກອງປະຊຸມສຸດຍອດຟຣັງໂກໂຟນີ ທີ່ມີແຜນຈະຈັດຂຶ້ນໃນເດືອນພະຈິກ 2026 ທີ່ຈະມາເຖິງນີ້.

UNESCAP ຢືນຢັນຄວາມໝາຍໝັ້ນໃນການສະໜັບສະໜູນ ສປປ ລາວ ໃນໄລຍະຂ້າມຜ່ານອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນໂອກາດພົບປະກັບ ທ່ານ ນາງ Armina Salsiah Alisjahbana, ຮອງເລຂາທິການໃຫຍ່ ອົງການ ສປຊ, ເລຂາບໍລິຫານຄະນະກຳມາທິການເສດຖະກິດ-ສັງຄົມ ປະຈຳພາກພື້ນອາຊີ-ປາຊີຟິກ ຂອງອົງການ ສປຊ (UNESCAP), ທ່ານ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນດ້ານເຕັກນິກວິຊາການ ແລະ ທຶນຮອນ ຂອງ UNESCAP ໃນໄລຍະທີ່ຜ່ານມາ. ທ່ານຮອງເລຂາທິການໃຫຍ່ ອົງການ ສປຊ ໄດ້ຢືນຢັນຄືນຄວາມໝາຍໝັ້ນໃນການສືບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນການຈັດຕັ້ງປະຕິບັດວາລະການພັດທະນາແບບຍືນຍົງ 2030, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ສະບັບທີ 10, ລວມທັງການຮ່າງບົດລາຍງານແຫ່ງຊາດ ແບບສະໝັກໃຈ ສະບັບທີ 4 (VNR4). ທີ່ສຳຄັນ, ເພື່ອຮັບປະກັນໃຫ້ແກ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ, ທ່ານຮອງເລຂາທິການໃຫຍ່ ຍັງໄດ້ໃຫ້ຄວາມໝາຍໝັ້ນໃນການສະໜັບສະໜູນຄວາມພະຍາຍາມ ຂອງ ສປປ ລາວ ໃນການພັດທະນາພື້ນຖານໂຄງລ່າງ ທີ່ມີຄວາມທົນທານຕໍ່ສະພາບການປ່ຽນແປງດິນຟ້າອາກາດ ຊຶ່ງເປັນໜຶ່ງໃນວຽກງານທີ່ສຳຄັນ ຂອງອົງການ ສປຊ ພາຍໃຕ້ສະມັດຊາໃຫຍ່ ສປຊ ສະໄໝທີ 81.

KPL