ຂະໜາດເງິນກູ້ ໃນສົກປີ 2030 ຈະເພີ່ມຂຶ້ນ 1 ເທົ່າ

28/09/2026 18:05
Email Print 83
KPL - Asean 2024 ທ່ານ ນາງ ​ໂຈ່ວ​ເຈ່ຍ​ຢີ ຜູ້​ວ່າ​ການ ທະ​ນາ​ຄານ​ລົງ​ທຶນ ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ກ່າວ​ວ່າ: ພວກ​ເຮົາໄດ້​ວາງ​ເປົ້າ​ໝາຍ ​ການ​ພັດ​ທະ​ນາ ສຳ​ລັບ​ໄລ​ຍະ​ຕໍ່​ໄປ, ຄື ຂະ​ໜາດ​ເງິນ​ກູ້​ ໃນສົກປີ 2030 ຈະ​ເພີ່ມ​ຂຶ້ນ 1 ເທົ່າ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 28 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ປະ​ຈຳ​ປີ​ ຂອງ​ຄະ​ນະ​ກຳ​ມະ​ການ​ບໍ​ລິ​ຫານ ທະ​ນາ​ຄານ​ລົງ​ທຶນ ​ພື້ນ​ຖານ​ໂຄງ​ລ່າງ​ ອາ​ຊີ ຫລື AIIB ​ສະ​ໄໝ​ທີ 11 ຈັດ​ຂຶ້ນ​ຢູ່​ນະ​ຄອນຫລວງ​ໂດ​ຮາ​ ປະ​ເທດ​ກາ​ຕາ. ໃນ​ໂອ​ກາດ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ ນາງ ​ໂຈ່ວ​ເຈ່ຍ​ຢີ ຜູ້​ວ່າ​ການ ທະ​ນາ​ຄານ​ລົງ​ທຶນ ​ພື້ນ​ຖານ​ໂຄງ​ລ່າງ​ອາ​ຊີ ກ່າວ​ວ່າ: ພວກ​ເຮົາໄດ້​ວາງ​ເປົ້າ​ໝາຍ ​ການ​ພັດ​ທະ​ນາ ສຳ​ລັບ​ໄລ​ຍະ​ຕໍ່​ໄປ, ຄື ຂະ​ໜາດ​ເງິນ​ກູ້​ ໃນສົກປີ 2030 ຈະ​ເພີ່ມ​ຂຶ້ນ 1 ເທົ່າ, ແລະ ລະ​ດົມ​ທຶນ​ຮອນ​ເພີ່ມ​ຕື່​ມ ​ເພື່ອ​ສະ​ໜັບ​ສະ​ໜູນ​ ກາ​ນ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ. ນັບ​ແຕ່ ຂ້າ​ພະ​ເຈົ້າ ​ຂຶ້ນ​ຮັບ​ຕຳ​ແໜ່ງ​ເປັນ​ຕົ້ນ​ມາ, ໄດ້​ໄປ​ຢ້ຽມ​ຢາມ​ປະ​ມານ 30 ປະ​ເທດ​ ສະ​ມາ​ຊິກ ທະ​ນາ​ຄານ AIIB, ​ທຸກ​ປະ​ເທດ ​ລ້ວນ​ແຕ່​ ຖື​ເອົາ​ການ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ ​ເປັນ​ເສົາ​ຄ້ຳ​ສຳ​ຄັນ​ ໃນ​ວາ​ລະ​ການ​ພັດ​ທະ​ນາ​ ຂອງ​ປະ​ເທດ​ຕົນ, ​ພ້ອມ​ທັງ ຫວັງ​​ວ່າ ທະ​ນາ​ຄານ AIIB ຈະ​ສະ​ໜອງ​ການ​ລະ​ດົມ​ທຶນ ຫລາຍກວ່າ​ເກົ່າ​ ເຂົ້າ​ໃນ​ຂົງ​ເຂດ​ພື້ນ​ຖານ​ໂຄງ​ລ່າງ ເຊິ່ງ​ລວມ​ທັງ ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ ​ດ້ານ​ຄົມ​ມະ​ນາ​ຄົມ ເຊັ່ນ: ທາງ​ຫຼວງ, ທາງ​ລົດ​ໄຟ, ທ່າ​ກຳ​ປັ່ນ, ການ​ບິນ​ພົນ​ລະ​ເຮືອນ ແລະ ​ອື່ນໆ. ທຸກ​ຄົນ​ລ້ວນ​ແຕ່​ເນັ້ນ​ໜັກ ​ເຖິງ​ການ​ຫັນ​ເປັນ​​ ດິ​ຈິ​ຕອນ, ເຊິ່ງ​ລວມ​ເຖິງ​ການ​ນຳ​ໃຊ້​ໂອ​ກາດ​ ການ​ພັດ​ທະ​ນາ ທີ່​ເກີດ​ຈາກ​ເຕັກ​ໂນ​ໂລ​ຊີ​ປັນ​ຍາ​ປະ​ດິດ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL