ໄຂການແຂ່ງຂັນ ໂອລິບປິກ ດາລາສາດ-ຟີຊິກດາລາສາດສາກົນ

ຂປລ.ວິທະຍຸກະຈ່າຍສຽງຫວຽດນາມ, ການແຂ່ງຂັນ ໂອລິມປິກ(Olympic) ດາລາສາດ ແລະ ຟີຊິກດາລາ ສາດ ສາກົນຄັ້ງທີ 19 ປີ 2026 (IOAA 2026) ໄດ້ໄຂຂຶ້ນ ໃນວັນທີ 26 ກັນຍາ, ຢູ່ມະຫາວິທະຍາໄລ Phenikaa (ຮ່າໂນ້ຍ)ຂອງ ສສ ຫວຽດນາມ. ການແຂ່ງຂັນໃນປີນີ້ໄດ້ເຕົ້າໂຮມ 66 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມ ລວມມີ 67 ທີມ (ໃນນັ້ນມີ 65 ທິມສາກົນ ແລະ 2 ທິມ ຫວຽດນາມ), ດ້ວຍຜູ້ເຂົ້າແຂ່ງຂັນຢ່າງເປັນທາງການ 320 ຄົນ, ເພີ່ມຂຶ້ນເກືອບ 100 ຄົນ ເມື່ອທຽບກັບປີ 2025. ໃນໂອກາດນີ້ ທ່ານ ເລຕຽນເຈົາ ຮອງນາຍົກລັດຖະມົນຕີ ຫວຽດນາມ, ເນັ້ນໜັກວ່າ“ ໃນໂລກ ທີ່ມີການຜັນແປ ຫລາຍຢ່າງ, ວິທະຍາສາດ ແມ່ນພາສາສາລວມ ມີກຳລັງແຮງເພື່ອນຳເອົາມະນຸດ ເຂົ້າໃກ້ກັນຫລາຍກວ່າ ຜ່ານຄວາມຮູ້, ຄວາມຈິງ ແລະ ດ້ວຍຈິດໃຈການຮ່ວມມື. ສະນັ້ນ, ການ ແຂ່ງຂັນ ຂອງພວກເຮົາ ມີຄວາມໝາຍໄປເໜືອກວ່າ ການແຂ່ງຂັນ. ນັ້ນນບໍ່ພຽງແຕ່ເປັນການແຂ່ງຂັນໃຫ້ແກ່ ຜູ້ເຂົ້າຮ່ວມທີ່ດີເດັ່ນເທົ່ານັ້ນ, ຫາກຍັງແມ່ນເວທີປາໄສໃຫ້ແກ່ ນັກວິທະຍາສາດໜຸ່ມ, ແຫ່ງທີ່ ນັກຮຽນໄດ້ແບ່ງ ປັນພູມປັນຍາ, ສະແດງພອນສະຫວັນ ຂອງເຂົາເຈົ້າ, ແລະ ສ້າງບັນດາການປະພຶດໃໝ່ຕື່ມອີກ.”/.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
