ເອກະສານ 3 ສະບັບ ເຫັນໄດ້ວິທີການຢູ່ຮ່ວມກັນ ລະຫວ່າງ ສປ ຈີນ- ສ.ອາເມລິກາ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍ ພັນລະຍາ ທ່ານນາງ ເຜີງລີ້ຢວນ ໄດ້ຢ້ຽມຊົມຫໍສຳເນົາ ເອກະສານແຫ່ງຊາດ ສະຫະລັດ ອາເມລິກາ ໂດຍມີ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສະຫະລັດ ອາເມລິກາ ພ້ອມດ້ວຍ ທ່ານ ນາງ ເມລາເນຍ ພັນລະຍາ. ການຢ້ຽມຊົມ ຂອງປະມຸກລັດສອງປະເທດຄັ້ງນີ້ ບໍ່ພຽງແຕ່ ເປັນການຫວນຄືນ ເຖິງອະດີດ, ຍັງເປັນການຮັບເອົາ ສະຕິປັນຍາ ຈາກປະຫວັດສາດ ເພື່ອປັບທິດທາງການເສີມຂະຫຍາຍ ສາຍພົວພັນ ສອງປະເທດໃຫ້ຖືກຕ້ອງ. ວັນທີ 23 ກັນຍາ2026, ເມື່ອ ທ່ານ ສີ ຈິ້ນຜິງ ເດີນ ທາງ ຮອດ ນະຄອນຫລວງວໍຊິງຕັນປະເທດ ສະຫະລັດ ອາເມລິກາ ດ້ວຍເຮືອບິນພິເສດ, ທ່ານ ໂດນັນ ທຣຳ ປະທາ ນາທິບໍດີ ສະຫະລັດ ອາເມລິກາ ພ້ອມພັນລະຍາ ໄດ້ໃຫ້ການຕ້ອນຮັບ ຢ່າງອົບ ອຸ່ນ. ທ່ານ ສີ ຈິ້ນຜິງ ຍ່າງລົງຈາກເຮືອບິນ, ຈັບມືກັບ ທ່ານ ໂດນັນທຣຳ ຢ່າງສະໜິດສະໜົມ ແລະ ທັກທາຍສະບາຍດີ ເຊິ່ງກັນ ແລະ ກັນ. ການຕ້ອນຮັບໃນລະດັບສູງສຸດແບບນີ້ ແມ່ນບໍ່ຄ່ອຍເຫັນໃນປະຫວັດ ການຕ່າງປະເທດຈີນ-ອາເມລິກາ. ຢູ່ໃນຫໍສຳເນົາເອກະສານແຫ່ງຊາດ ສະ ຫະລັດ ອາເມລິກາ ໄດ້ເກັບຮັກສາຟີມວິດີໂອ ຕອນໜຶ່ງ ທີ່ໄດ້ບັນທຶກ “ການຈັບມື ທີ່ຂ້າມຜ່ານ ມະຫາສະໝຸດປາຊີ ຟິກ” ອີກຄັ້ງໜຶ່ງ. ໃນວັນທີ 21 ກຸມພາ 1972, ເຮືອບິນພິເສດຂອງ ທ່ານ ຣີຊາດ ມີວຣາວສນິກຊັນ ປະທານາທິບໍດີ ສະຫະລັດ ອາເມລິກາ ໃນເວລານັ້ນ ໄດ້ລົງຈອດຢູ່ນະຄອນຫລວງປັກກິ່ງ ປະເທດຈີນ. ທ່ານ ນິກຊັນ ພ້ອມພັນລະຍາຍ່າງລົງຈາກເຮືອບິນ. ທ່າມກາງ ສຽງຕົບມືຢ່າງຟົດຟື້ນ, ທ່ານ ນິກຊັນ ໄດ້ຍ່າງໄປໜ້າໂດຍໄວ ເປັນເຈົ້າການຈັບມືກັບທ່ານ ໂຈ່ວເອີນໄຫລ ນາຍົກລັດຖະມົນຕີຈີນ ໃນເວລານັ້ນທີ່ລໍຖ້າຢູ່ທີ່ນັ້ນ, ທ່ານທັງສອງ ຈັບມືກັນ ຢ່າງແໜ້ນ ເປັນເວລາດົນ ເຖິງໜຶ່ງນາທີປາຍ. ພາບນີ້ ໄດ້ກາຍເປັນໜຶ່ງ ໃນພາບອະມະຕະໃນປະຫວັດ ການຕ່າງປະເທດຈີນ-ອາເມລິກາ. ສ່ວນ “ການຈັບມື ທີ່ຂ້າມຜ່ານ ມະຫາສະໝຸດ ປາຊີຟິກ” ຄັ້ງນັ້ນ ບໍ່ພຽງແຕ່ໄດ້ຫັນປ່ຽນທິດ ທາງສາຍພົວພັນຈີນ-ອາເມລິກາເທົ່ານັ້ນ ຍັງໄດ້ປ່ຽນແປງສະພາບສາກົນ ຢ່າງເລິກເຊິ່ງອີກດ້ວຍ. ກຳປັ່ນໃຫຍ່ແຫ່ງສາຍພົວພັນ ຈີນ-ອາເມລິກາ ພໍຮອດຈຸດເວລາອັນສຳຄັນ ມັກຈະມີການທູດປະມຸກລັດ ກຳນົດທິດທາງເດີນເຮືອ. ໃນການຢ້ຽມຢາມ ສ.ອາເມລິກາ ເທື່ອນີ້, ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ການບັນລຸເປົ້າໝາຍຟື້ນຟູ ຄວາມຈະເລີນຮຸ່ງເຮືອງ ທີ່ຍິ່ງໃຫຍ່ ຂອງປະຊາຊາດຈີນ ກັບການເຮັດໃຫ້ ສ.ອາເມລິກາ ຍິ່ງໃຫຍ່ອີກຄັ້ງ ແມ່ນໄປຄຽງຄູ່ກັນໂດຍບໍ່ຂັດກັນ, ສອງຝ່າຍຄວນຍຶດໝັ້ນ ຄວາມຫ່ວງໃຍເຖິງປະຊາຊົນ, ສະແດງໃຫ້ເຫັນຄວາມເປັນເຈົ້າການ ທາງປະຫວັດສາດ, ຊຸກຍູ້ພາລະກິດ ມິດຕະພາບ ລະຫວ່າງ ປະຊາຊົນສອງຊາດຈີນ-ອາເມລິກາ ໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ, ຮ່ວມກັນສ້າງໂລກ ທີ່ດີງາມກວ່າເກົ່າ. ຢູ່ໃນຫໍສຳເນົາເອກະສານແຫ່ງຊາດອາເມລິກາ ຍັງໄດ້ຮັກສາຮູບປະຫວັດສາດ ກ່ຽວກັບ ປະຊາຊົນສອງຊາດຈີນ-ອາເມລິກາ ຄຽງບ່າຄຽງໄຫລ່ສູ້ຮົບຮ່ວມກັນ ໃນສົງຄາມໂລກ ຄັ້ງທີສອງນຳອີກ. ປີ 2026 ເປັນປີຄົບຮອບ 85 ປີ ແຫ່ງການເດີນທາງມາ ສປ ຈີນຕໍ່ຕ້ານຟາດຊິດຍີ່ປຸ່ນ ຂອງກອງທະຫານອາກາດ ອາສາສະໝັກ ອາເມລິກາ ຫລື Flying Tigers (ກຳລັງເສືອບິນ). ເມື່ອ 85 ປີກ່ອນ, ໃນເວລາທີ່ປະຊາຊາດຈີນ ຕໍ່ຕ້ານຟາດຊິດຍີ່ປຸ່ນ ຢ່າງຫຍຸ້ງຍາກລຳບາກທີ່ສຸດ, ນັກບິນອາເມລິກາ ຊຸດໜຶ່ງໄດ້ເດີນທາງຂ້າມທະວີບ ຂ້າມມະຫາສະໝຸດ ຂຶ້ນສູ່ສະໜາມຣົບຈີນ ໂດຍໄດ້ບຸກເບີກ “ເສັ້ນທາງການບິນໜອກອູດ ” ຂ້າມຜ່ານພູຫິມະໄລ ເຊິ່ງໄດ້ຊຸບຫຼໍ່ຈິດໃຈ “ກຳລັງເສືອບິນ” ທີ່ປົກປ້ອງສັນຕິພາບ, ຮ່ວມທຸກຮ່ວມສຸກ, ສົ່ງເສີມມິດຕະພາບດ້ວຍການເສຍສະຫລະຊີວິດ ແລະ ເລືອດເນື້ອ. ຄວາມຊົງຈຳທາງປະຫວັດສາດດັ່ງກ່າວ ເປັນຊັບສົມບັດທາງຈິດໃຈອັນລ້ຳຄ່າທີ່ສອງປະເທດຈີນ-ອາເມຣິກາ ຮ່ວມກັນຖະໜອມຫວງແຫນ ແລະ ສືບສານກັນມາໂດຍຕະຫຼອດ. ໂອກາດກ່າວຄຳປາໄສໃນພິທີຕ້ອນຮັບທີ່ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບຂາວອາເມຣິກາ, ທ່ານ ສີ ຈິ້ນຜິງ ໄດ້ຊີ້ໃຫ້ເຫັນ ຢ່າງຈະແຈ້ງວ່າ: “ສອງຝ່າຍ ສປ ຈີນ-ສ.ອາເມລິກາ ຕ້ອງຮັກສາເສັ້ນແດງ ທີ່ບໍ່ປະທະກັນ ແລະ ບໍ່ເປັນປໍລະປັກກັນ, ກໍຍ່ອມຈະສາມາດບຸກເບີກເສັ້ນທາງອັນຖືກຕ້ອງ ທີ່ສອງປະເທດໃຫຍ່ຢູ່ຮ່ວມກັນ ໃນໂລກໜ່ວຍນີ້ ໄດ້ຢ່າງແນ່ນອນ.”ຕໍ່ກັບເລື່ອງນີ້, ທ່ານ ໂດນັນ ທຣຳ ໄດ້ຕອບຮັບວ່າ: “ຂ້າພະເຈົ້າຄອງຄອຍ ຮ່ວມກັບ ທ່ານ ປະທານ ສີ ຈິ້ນຜິງ ສືບຕໍ່ຮ່ວມມືກັນເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ສອງປະເທດອາເມລິກາ-ຈີນ.”ຢູ່ພາກ “ມໍລະດົກປະຫວັດສາດ” ເຊິ່ງເປັນພາກສຸດທ້າຍຂອງການວາງສະແດງ ແບບແລກປ່ຽນກັນກັບຜູ້ຊົມໃນຫໍສຳເນົາ ເອກະສານແຫ່ງຊາດ ອາເມລິກາ ໄດ້ວາງສະແດງຮູບພາບຂອງໝີແພນດາ ທີ່ໜ້າຮັກສອງໂຕ ເຊິ່ງເປັນການສະໜອງ ແງ່ມູມພິເສດຢ່າງໜຶ່ງ ສຳລັບຄົນທັງຫລາຍໃນການສັງເກດມິດຕະພາບຈີນ-ອາເມລິກາ.ເມື່ອ 54 ປີກ່ອນ, ໃນຈຸດເວລາອັນສຳຄັນທາງປະຫວັດສາດ ແຫ່ງການທັບມ້າງ ສະພາບບໍ່ໄປບໍ່ມາຂອງສາຍພົວພັນຈີນ-ອາເມລິກາ, ໝີແພນດາສອງໂຕ ທີ່ມີຊື່ວ່າ “ຫລິງຫລິງ” ແລະ “ຊິງຊິງ” ເຊິ່ງໄດ້ແບກຫາບໜ້າທີ່ອັນໜັກໜ່ວງ ແຫ່ງການເຊື່ອມສານມິດຕະພາບ ອັນເລິກເຊິ່ງລະຫວ່າງ ປະຊາຊົນສອງຊາດ ເດີນທາງໄປນະຄອນຫລວງວໍຊິງຕັນ. ເມື່ອພວກມັນເດີນທາງໄປເຖິງ, ຊາວອາເມຣິກາ 8.000 ກວ່າຄົນ ໄດ້ຝ່າສາຍຝົນອອກມາຕ້ອນຮັບ. ໝີແພນດາສອງໂຕດັ່ງກ່າວ ປະກົດຕົວຢູ່ອາເມຣິກາເດືອນທຳອິດ ກໍມີຜູ້ເຂົ້າຊົມ ຫລາຍກວ່າ 1 ລ້ານຄົນ.ໃນໄລຍະຢ້ຽມຢາມ ສ.ອາເມລິກາ ເທື່ອນີ້, ທ່ານ ສີ ຈິ້ນຜິງ ໄດ້ແບ່ງປັນຂ່າວດີ ອີກຂ່າວໜຶ່ງ ໃນພິທີຕ້ອນຮັບ ທີ່ທຳນຽບຂາວ ສ.ອາເມລິກາ: “ຍັງອີກບໍ່ເທົ່າໃດມື້, ໝີແພນດາທີ່ຊື່ວ່າ ‘ຜິງຜິງ’ແລະ ‘ຟູຊ່ວງ’ ຈະມາດຳລົງຊີວິດຢູ່ສວນສັດ ອັດແລນຕາ ແລະ ຈະໄດ້ພົບໜ້າກັບ ປະຊາຊົນອາເມລິກາ.”ຄວາມຫວັງຂອງສາຍພົວພັນ ຈີນ-ອາເມລິກາ ຢູ່ນຳປະຊາຊົນ, ພື້ນຖານຢູ່ນຳປະຊາ ຊົນ, ອະນາຄົດແມ່ນຢູ່ນຳຊາວໜຸ່ມ ແລະ ພະລັງຊີວິດຊີວາ ແມ່ນຢູ່ນຳທ້ອງຖິ່ນ.ໃນການຢ້ຽມຢາມເທື່ອນີ້, ປະມຸກລັດສອງປະເທດເຫັນດີ ເສີມຂະຫຍາຍເນື້ອໃນ ທິດທາງສາຍພົວພັນຈີນ-ອາເມຣິກາຕື່ມອີກ, ຮ່ວມກັນສ້າງສາຍພົວພັນ ທີ່ໝັ້ນຄົງ ທາງຍຸດທະສາດ ທີ່ສ້າງສັນ ຢູ່ບົນພື້ນຖານເຄົາລົບ, ຍຸດຕິທຳ ແລະ ເທົ່າທຽມກັນ.ດັ່ງຕົວໜັງສື ທີ່ແກະສະຫລັກຢູ່ເທິງແທ່ນຮູບແກະສະຫລັກ ທີ່ປາກທາງເຂົ້າຫໍສຳເນົາເອກະສານແຫ່ງຊາດ ສະຫະລັດ ອາເມລິກາວ່າ: “ອະດີດລ້ວນແຕ່ເປັນອາລຳພະບົດ”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
