ການອະພິປາຍທົ່ວໄປ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ທ່ານ ຮານເຈີ້ງ ຮອງປະທານປະເທດຈີນ ໄດ້ເຂົ້າຮ່ວມການອະພິປາຍທົ່ວໄປ ຂອງກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 81 ແລະ ກ່າວຄຳປາໄສ ຢູ່ສຳນັກງານໃຫຍ່ ອົງການສະຫະປະຊາຊາດ ທີ່ນະຄອນນິວຢອກຂອງ ສ.ອາເມລິກາ. ທ່ານ ຮານເຈີ້ງ ກ່າວວ່າ: ສະພາບການສາກົນ ໃນປັດຈຸບັນ ມີການປ່ຽນແປງທີ່ວຸ້ນວາຍ ແລະ ສະຫລັບຊັບຊ້ອນ, ຄວາມຂັດແຍ້ງທາງພູມສາດການເມືອງເກີດຂຶ້ນຢ່າງບໍ່ຢຸດເຊົາ, ຊ່ອງຫວ່າງ ແຫ່ງການພັດທະນາ ຂະຫຍາຍກວ້າງອອກ ຢ່າງຕໍ່ເນື່ອງ ແລະ ສິ່ງທ້າທາຍທົ່ວໂລກ ເກີດຂຶ້ນຢ່າງບໍ່ຢຸດຢັ້ງ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ສະເໜີຂໍ້ລິເລີ່ມ ການພັດທະນາທົ່ວໂລກ ໃນກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝທີ 76, ຫລັງຈາກນັ້ນ, ທ່ານ ໄດ້ສະເໜີ ຂໍ້ລິເລີ່ມຄວາມໝັ້ນຄົງ ທົ່ວໂລກ, ຂໍ້ລິເລີ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລີ່ມການບໍລິຫານທົ່ວໂລກ ເຊິ່ງໄດ້ສະໜອງທິດຊີ້ນຳ ທາງຍຸດທະສາດໃຫ້ແກ່ການສ້າງປະຊາຄົມ ຮ່ວມຊາຕາກຳ ຂອງມວນມະນຸດ, ເຮັດໃຫ້ຈຳນວນປະເທດ ນັບມື້ນັບຫລາຍຂຶ້ນ ຍິນດີເກາະແຂນກັນເພື່ອແບກຫາບ ພາລະກຳທາງປະຫວັດສາດ, ຮັບມືກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ, ເພີ່ມພູນຄຸນສ້າງຄວາມສຸກຮ່ວມໃຫ້ແກ່ ມວນມະນຸດ. ທ່ານ ຮານເຈີ້ງ ໄດ້ສະເໜີ 4 ຂໍ້ສະເໜີ ຄື: ໜຶ່ງ ປົກປັກຮັກສາ ລະບຽບສາກົນ ຫລັງສົງຄາມໂລກ ຄັ້ງທີ 2, ສ້າງສັນຕິພາບຖາວອນດ້ວຍຄວາມໝັ້ນຄົງຮ່ວມ; ສອງ ປະເຊີນໜ້າກັບ ສະພາບຄວາມຫຍຸ້ງຍາກ ດ້ານການພັດທະນາຂອງໂລກ, ສົ່ງເສີມຄວາມຈະເລີນຮຸ່ງເຮືອງ ຮ່ວມດ້ວຍການເປີດປະຕູ ສູ່ພາຍນອກ ແລະ ການຮ່ວມມື; ສາມ ຊຸກຍູ້ການແລກປ່ຽນ ແລະ ຖອດຖອນ ບົດຮຽນ ເຊິ່ງກັນແລະກັນ ດ້ານອະລິຍະທຳ, ສ້າງຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ ດ້ວຍການສົນທະນາກັນ ແລະ ສີ ຍົກສູງຄັນທຸງ ລັດທິຫລາຍຝ່າຍ, ປົກປ້ອງຄວາມຍຸດຕິທຳ ແລະ ຄວາມເປັນທຳ ດ້ວຍການກະທຳຕົວຈິງ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
