ເຊກອງ ເມືອງແຫ່ງສະເໜ່ ໄດ້ຮັບລາງວັນຫ້ອງວາງສະແດງແຫ່ງຊາດ ດີເດັ່ນ-ສວຍງາມ

23/09/2026 11:55
Email Print 83
KPL - Asean 2024 ໃນໂອກາດແຂວງເຊກອງ ຕົວແທນເມືອງແຫ່ງສະເໜ່ ຂອງ ສປປ ລາວ ເຂົ້າຮ່ວມງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23 ປະຈຳປີ 2026 ທີ່ນະຄອນໜານໜິງ ແຂວງກວາງຊີ ສປ ຈີນ, ຫ້ອງວາງສະແດງ “ເຊກອງ ເມືອງແຫ່ງສະເໜ່” ໄດ້ຮັບລາງວັນຫ້ອງວາງສະແດງດີເດັ່ນ-ສວຍງາມ (Best National Pavilion) ຈາກການຈັດຕົບແຕ່ງ ແລະ ນຳສະເໜີເນື້ອໃນພາຍໃນຫ້ອງວາງສະແດງ.

ຫ້ອງວາງສະແດງດັ່ງກ່າວ ໄດ້ນຳສະເໜີຈຸດເດັ່ນ ຂອງແຂວງເຊກອງ ທັງດ້ານການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ, ສິນຄ້າກະສິກຳ, ຫັດຖະກຳ ແລະ ທ່າແຮງດ້ານການລົງທຶນ, ພ້ອມທັງນຳໃຊ້ຮູບພາບ ແລະ ສື່ປະກອບທີ່ສວຍງາມ ເພື່ອໃຫ້ຜູ້ມາຊົມໄດ້ຮັບຮູ້ເຖິງເອກະລັກ ແລະ ສະເໜ່ຂອງແຂວງເຊກອງ ຢ່າງກວ້າງຂວາງ.

ທ່ານ ນາງ ວິລະຄອນ ບັນທະເວີ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງເຊກອງ, ກອງເລຂາຄະນະຮັບຜິດຊອບຂັ້ນແຂວງເຂົ້າຮ່ວມງານ ໄດ້ກ່າວວ່າ: ການທີ່ໄດ້ຮັບລາງວັນດັ່ງກ່າວ ແມ່ນເປັນກຽດຢ່າງສູງຂອງຫ້ອງວາງສະແດງແຫ່ງຊາດ ແລະ ເປັນກຳລັງໃຈສຳຄັນ ໃຫ້ແຂວງເຊກອງ ສືບຕໍ່ຍົກສູງການປັບປຸງຜະລິດຕະພັນສິນຄ້າທ່າແຮງຂອງແຂວງ, ການສົ່ງເສີມສິນຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄື ທ່າແຮງຂອງແຂວງໃຫ້ເປັນທີ່ຮູ້ຈັກຫຼາຍຂຶ້ນ. ພ້ອມນີ້, ທ່ານຍັງໄດ້ສະແດງຄວາມຂອບໃຈການນຳພັກ-ລັດຖະບານ ທັງສອງຝ່າຍ, ການນຳຂອງແຂວງ, ຂະແໜງການກ່ຽວຂ້ອງ ຂັ້ນສູນກາງ-ແຂວງ ແລະ ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ, ຄະນະຮັບຜິດຊອບຈັດງານ CAEXPO ຄັ້ງທີ 23 ແລະ ຜູ້ມີສ່ວນຮ່ວມທຸກພາກສ່ວນ ທີ່ໄດ້ທຸ່ມເທກຳລັງແຮງກາຍ, ຄວາມສາມາດ ຈົນສາມາດນຳພາບພົດ “ແຂວງເຊກອງ ເມືອງແຫ່ງສະເໜ່” ຂອງ ສປປ ລາວ ອອກສູ່ສາຍຕາຂອງສາກົນ ໄດ້ຢ່າງໂດດເດັ່ນ ແລະ ມີຜົນສຳເລັດ.

ຂ່າວ: ສັນຍາ; ພາບ: ໄຊສະຫວັນ


KPL