ທ່ານ ສີ ຈິ້ນຜິງ ສົ່ງສານຊົມເຊີຍເຖິງ ງານແຂ່ງຂັນ ສີມືແຮງງານໂລກ ຄັ້ງທີ 48

23/09/2026 12:41
Email Print 83
KPL - Asean 2024 ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທ​ດ​ຈີນ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​​ ງານແຂ່ງ​ຂັນ ສີ​ມື​ແຮງ​ງານ​ໂລກ ​ຄັ້ງ​ທີ 48. ເນື້ອ​ໃນ​ສານ ລະ​ບຸ​ວ່າ​: ປັດ​ຈຸ​ບັນ, ການ​ປະ​ຕິ​ວັດ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ ໄດ້​ເລັ່ງ​ລັດ​​ໄວ້​ຂຶ້ນ ເຊິ່ງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​​ ທີ່​ເລິກ​ເຊິ່ງ ​​ຕໍ່ການ​ພັດ​ທະ​ນາ ​ສີ​ມືແຮງ​ງານ​ທົ່ວ​ໂລກ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ,ວັນ​ທີ 22 ກັນ​ຍາ​ນີ້, ທ່ານ ສີ​ຈິ້ນ​ຜິງ ປະ​ທານ ​ປະ​ເທ​ດ​ຈີນ ໄດ້​ສົ່ງ​ສານ​ຊົມ​ເຊີຍ​ເຖິງ​​ ງານແຂ່ງ​ຂັນ ສີ​ມື​ແຮງ​ງານ​ໂລກ ​ຄັ້ງ​ທີ 48. ເນື້ອ​ໃນ​ສານ ລະ​ບຸ​ວ່າ​: ປັດ​ຈຸ​ບັນ, ການ​ປະ​ຕິ​ວັດ​ ດ້ານ​ວິ​ທະ​ຍາ​ສາດ​ ເຕັກ​ໂນ​ໂລ​ຊີ ແລະ ການ​ປ່ຽນ​ແປງ​ ດ້ານ​ອຸດ​ສາ​ຫະ​ກຳ​ຮອບ​ໃໝ່​ ໄດ້​ເລັ່ງ​ລັດ​​ໄວ້​ຂຶ້ນ ເຊິ່ງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​​ ທີ່​ເລິກ​ເຊິ່ງ​​ຕໍ່ການ​ພັດ​ທະ​ນາ​ ສີ​ມືແຮງ​ງານ​ທົ່ວ​ໂລກ. ​ງານ​ແຂ່ງ​ຂັນ​ສີ​ມື ​ແຮງ​ງານ​ໂລກ​ ໄດ້​ເຊື່ອມ​ໂຍງ​ກັບ ​ຄວາມ​ຕ້ອງ​ການ​ ຂອງ​ອຸດ​ສາ​ຫະ​ກຳ ຢ່າງ​ແໜ້ນ​ແຟ້ນ ແລະ ໄດ້​ສ້າງ​ເວ​ທີ​ທີ່​ມີ​ຜົນ​ດີ ໃຫ້​ແກ່ ​ຜູ້​ມີ​​ທັກ​ສະແຮງ​ງານ​​ ຈາກ​ບັນ​ດາ​ປະ​ເທດ ເພື່ອ​ຍົກ​ລະ​ດັບ​ ສີ​ມື​ແຮງ​ງານ ແລະ ຖອດ​ຖອ​ນ ​ບົດ​ຮຽນ ​ເຊິ່ງ​ກັນ ແລະ ກັນ. ເນື້ອ​ໃນ​ສານ ​ເນັ້ນ​ໜັກ​ວ່າ: ສປ ຈີນ​ ຈະ​ຖື​ເອົາ​ງານ​ແຂ່ງ​ຂັນ​ຄັ້ງ​ນີ້ ​ເປັນ​ໂອ​ກາດ​ທີ່​ດີ ​ເພື່ອປຸກ​ລະ​ດົມ ແລະ ນຳ​ພາຜູ້​ອອກ​ແຮງ​ງານຫລາຍກວ່າ​ເກົ່າ ໂດຍ​ສະ​ເພາະ ​ແມ່ນ​ຊາວ​ໜຸ່ມ ​ເດີນ​ຕາມ​ເສັ້ນ​ທາງ​ ສູ່​ຄວາມ​ສຳ​ເລັດ​ ດ້ວຍ​ສີ​ມື​ແຮງ​ງານ. ພວກ​ເຮົາ​ຍິນ​ດີ​ ຮ່ວມ​ກັບ​ຝ່າຍ​ຕ່າງໆ ​ເພີ່ມ​ທະ​ວີ ການ​ແລ​ກ​ປ່ຽນ ແລະ ການ​ຮ່ວ​ມ​ມື ເພື່ອ​ຊຸກ​ຍູ້​ ການ​ພັດ​ທະ​ນາ ຂະ​ບວນ​ການ​ສີ​ມື​ແຮງ​ງານ​ໂລກ, ຮັບ​ໃຊ້​ການ​ເຕີບ​ໂຕ ​ຂອງ​ເສດ​ຖະ​ກິດ​ໂລກ ແລະ ປັບ​ປຸງ​ຊີ​ວິດ​ ການ​ເປັນ​ຢູ່​ ຂອງ​ປະ​ຊາ​ຊົນ ໃຫ້​ດີກວ່າ​ເກົ່າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL