ງານແຂ່ງຂັນສີມື ແຮງງານໂລກ ຄັ້ງທີ 48-ງານວາງສະແດງ ການຄ້າດິຈິຕອນໂລກ ຄັ້ງທີ5

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ໂຄສົກກະຊວງ ການຕ່າງປະເທດຈີນ ປະກາດວ່າ: ງານແຂ່ງຂັນສີມື ແຮງງານໂລກ ຄັ້ງທີ 48 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 22-27ກັນຍານີ້ ຢູ່ນະຄອນຊຽງໄຮ້ ຂອງ ສປ ຈີນ ແລະ ງານວາງສະແດງການຄ້າ ດິຈິຕອນໂລກ ຄັ້ງທີ5 ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 23-27ກັນຍານີ້ ຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ ຂອງ ສປ ຈີນ. ໂດຍຕອບສະໜອງຕາມຄຳເຊີນຂອງຝ່າຍ ສປ ຈີນ, ທ່ານ ອັນວານ ອີບຣາຮິມ ນາຍົກລັດຖະມົນຕີມາເລເຊຍ ຈະເຂົ້າຮ່ວມ ພິທີເປີດງານແຂ່ງຂັນສີມື ແຮງງານໂລກ ແລະ ພິທີເປີດງານວາງສະແດງການຄ້າ ດິຈິຕອນໂລກ, ທ່ານ ອາດິນເບັກ ອາເລໂຊວິສ ຄາຊີມາລີເອັຟ ນາຍົກລັດຖະມົນຕີ ກຽກກິດສະຖານ ຈະເຂົ້າຮ່ວມພິທີເປີດງານວາງສະແດງການຄ້າ ດິຈິຕອນໂລກ. ງານແຂ່ງຂັນສີມືແຮງງານໂລກຄັ້ງນີ້ ພາຍໃຕ້ຫົວຂໍ້ວ່າ “ທັກສະປ່ຽນໂລກ ທັກສະສ່ອງສະຫວ່າງອະນາຄົດ” ໂດຍຈະແຂ່ງຂັນທັງໝົດ 64 ລາຍການ. ມີ 1.385 ຄົນຈາກ 68 ປະເທດ ແລະ ເຂດແຄວ້ນ ເຂົ້າຮ່ວມການແຂ່ງຂັນ. ນອກນີ້, ໃນໄລຍະການແຂ່ງຂັນຍັງຈະຈັດກອງປະຊຸມສີມືແຮງງານໂລກ ແລະ ງານວາງສະແດງສີມືແຮງງານໂລກໄປພ້ອມກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
