ໄຂກອງປະຊຸມເວທີປຶກສາຫາລືວັດທະນະທຳປັກກິ່ງ 2026

23/09/2026 12:36
Email Print 83
KPL - Asean 2024 ກອ​ງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ວັດ​ທະ​ນະ​ທຳ​ ປັກ​ກິ່ງ 2026 ໄດ້​ໄຂ​ຂຶ້ນ​ຢູ່​ ນະ​ຄອນ​ຫລວງ​ປັກ​ກິ່ງ ຂອງ ສ​ປ ຈີນ. ບັນ​ດາ​ແຂກ​ ຜູ້​ມີ​ກຽດ​ຈາກ​ ສປ ຈີນ ແລະ ຕ່າງ​ປະ​ເທດ

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 22 ກັນ​ຍາ​ນີ້, ກອ​ງ​ປະ​ຊຸມ ​ເວ​ທີ​ປຶກ​ສາ​ຫາ​ລື​ ວັດ​ທະ​ນະ​ທຳ​ ປັກ​ກິ່ງ 2026 ໄດ້​ໄຂ​ຂຶ້ນ​ຢູ່​ ນະ​ຄອນ​ຫລວງ​ປັກ​ກິ່ງ ຂອງ ສ​ປ ຈີນ. ບັນ​ດາ​ແຂກ​ ຜູ້​ມີ​ກຽດ​ຈາກ​ ສປ ຈີນ ແລະ ຕ່າງ​ປະ​ເທດ ​ເຫັນ​ວ່າ: ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ​ແມ່ນ​ຊັບ​ສົມ​ບັດ​ຮ່ວມ​ກັນ ​ຂອງ​ມວນ​ມະ​ນຸດ, ການ​ອະ​ນຸ​ລັກ, ສືບ​ທອດ ແລະ ການ​ນຳ​ໃຊ້​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ໃຫ້​ດີ, ແມ່ນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ​ຂອງ​ການ​ສືບ​ສານ ​ອະ​ລິ​ຍະ​ທຳ ​​ຂອງມວນ​ມະ​ນຸດ ແລະ ການ​ພັດ​ທະ​ນາ​ ແບບ​ຍືນ​ຍົງ​ຂອງ​ໂລກ, ພ້ອມ​ທັງ ​ເປັນ​ຄວາມ​ຮັບ​ຜິດ​ຊອບ ​ຮ່ວມ​ກັນ ​ຂອງ​ພວກ​ເຮົາ ​. ​ຄວນ​ຮ່ວມ​ກັນ​ຍຶດ​ໝັ້ນ ​ຄວາມ​ເຊື່ອ​ໝັ້ນ ​ອັນ​ໜັກ​ແໜ້ນ​ ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ ​ວັດ​ທະ​ນະ​ທຳ​ ຂອງມວນ​ມະ​ນຸດ, ຮ່ວມ​ກັນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ ໃນ​ການປົກ​ປັກ​ຮັກ​ສາ​ ມໍ​ລະ​ດົກ ​ວັດ​ທະ​ນະ​ທຳ, ຮ່ວມ​ກັນ​ຊຸກ​ຍູ້​ ການ​ຮ່ວມ​ມື​ສາ​ກົນ ​ໃນ​ການ​​ປົກ​ປ້ອງ​ມໍ​ລະ​ດົກ ວັດ​ທະ​ນະ​ທຳ, ​ແລະ ຮ່ວມ​ກັນ​ປັບ​ປຸງ​ ການ​ບໍ​ລິ​ຫານ​ທົ່ວ​ໂລກ​ ດ້ານ​ການ​ປົກ​ປ້ອງ​ ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ເພື່ອ​ສະ​ໜອງວິ​ທີ​ແກ້​ໄຂ​ຂອງ​ ສປ ຈີນ​ ໃຫ້​ຫລາຍ​ຂຶ້ນ​ ໃນ​ການ​ປົກ​ປັກ​ຮັກ​ສາ​ມໍ​ລະ​ດົກ ​ວັດ​ທະ​ນະ​ທຳ​ຂອງມວນ​ມະ​ນຸດ. ກອງ​ປະ​ຊຸມ​ເວ​ທີ ​ປຶກ​ສາ​ຫາ​ລື​ ວັດ​ທະ​ນະ​ທຳ​ປັກ​ກິ່ງ 2026 ​ພາຍ​ໃຕ້​ຫົວ​ຂໍ້ “ມໍ​ລະ​ດົກ​ວັດ​ທະ​ນະ​ທຳ ແລະ ການ​ຮຽນ​ຮູ້ ​ເຊິ່ງ​ກັນ​ແລະ​ກັນ​ ລະ​ຫວ່າງ​ ອະ​ລິ​ຍະ​ທຳ”, ໂດຍແມ່ນ​ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ​ສູນ​ກາງ​ພັກ ກອມ​ມູ​ນິດ​ຈີນ, ຄະ​ນະ​ພັກ​ ແລະ ອົງ​ການ​ປົກ​ຄອງ ນະ​ຄອນ​ຫລວງ​ປັກ​ກິ່ງ​ ຮ່ວມ​ກັນ ​ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL