ເປີດການອະພິປາຍທົ່ວໄປ ຂອງກອງປະຊຸມ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 81

23/09/2026 12:29
Email Print 83
KPL - Asean 2024 ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ອົງ​ການ ສະ​ຫະ​ ປະ​ຊາ​ຊາດ​ ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ທີ່​ນະ​ຄອນ​ນິວຢອກ ຂອງ ສ.​ອາ​ເມ​ລິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ ​ຜົນ​ປະ​ໂຫຍດ​ ມາ​ໃຫ້ທຸກ​ຄົນ”.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນ​ທີ 22 ກັນ​ຍານ​ນີ້, ກອງ​ປະ​ຊຸມ ​ສະ​ມັດ​ຊາ​ໃຫຍ່ ອົງ​ການ ສະ​ຫະ​ ປະ​ຊາ​ຊາດ​ ສະ​ໄໝທີ 81 ໄດ້​ເປີດ​ອະ​ພິ​ປາຍ​ທົ່ວ​ໄປ​ ຢູ່​ສຳ​ນັກ​ງານ​ໃຫຍ່ ​ອົງ​ການ ​ສະ​ຫະ​ ປະ​ຊາ​ຊາດ​ ທີ່​ນະ​ຄອນ​ນິວຢອກ ຂອງ ສ.​ອາ​ເມ​ລິ​ກາ​ ພາຍ​ໃຕ້​ຫົວ​ຂໍ້ “​ສ້າງ​ຄວາມ​ໄວ້​ເນື້ອ​ ເຊື່ອ​ໃຈ​ຄືນ​ໃໝ່, ບໍ​ລິ​ຫານ​ການ​ປ່ຽນ​ແປງ ເພື່ອ​ໃຫ້ອົງ​ການ​ ສ​ະ​ຫະ​ປະ​ຊາ​ຊາດ​ ສາ​ມາດ​ນຳ​ເອົາ ​ຜົນ​ປະ​ໂຫຍດ​ ມາ​ໃຫ້ທຸກ​ຄົນ”. ທ່ານ ອັນ​ໂຕ​​ນີໂອ ກູ​ເຕີ​ເຣັ​ສ ເລ​ຂາ​ທິ​ການ​ໃຫຍ່​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ: ໂລກ​ພວມ​ກ້າວ​​ໄປສູ່ ​ການ​ຫັນ​ເປັນຫລາຍ​ຂົ້ວ ​ທີ່​ບໍ່​ສາ​ມາດ​ຫັນ​ກັບ​ຄືນ​ໄດ້​, ສິດ​ອຳ​ນາດ​ ຕ້ອງ​ມີ​​ກົດລະ​ບຽບ​, ກົດ​ບັດ​​ສ​ະ​ຫະ​ປະ​ຊາ​ຊາດ​ ມີ​ຄວາມ​ໝາຍ​ສຳ​ຄັນຫລາຍກວ່າ​ທີ່​ເຄີຍ​ມີ​ມາ. ທ່ານ​ ຄາ​ລີ​ເລີ ຣາ​ມານ ​ປະ​ທານ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ ​ປະ​ຊາ​ຊາດ ສະ​ໄໝ​ທີ 81 ກ່າວ​ວ່າ: ຫົວ​ຂໍ້ຫລັກ​ ຂອງ​ສະ​ມັດ​ຊາ​ໃຫຍ່ ​ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ​ຄັ້ງ​ນີ້ ​ແມ່ນ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່, ອົງ​ການ​ ສະ​ຫະ​ປະ​ຊາ​ຊາດ ຕ້ອງ​ລົ​ງ​ເລິກ​ການ​ປະ​ຕິ​ຮູບ ​ເພື່ອ​​ໃຫ້ໄດ້​ຮັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່. ທ່ານ ລູ​ລາ ດາ ຊີນ​ວາ ປະ​ທາ​ນາ​ທິ​ບໍ​ດີບ​ຣາ​ຊີນ, ທ່ານ ໂດ​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ ສ.ອາ​ເມ​ລິ​ກາ, ​ສົມ​ເດັດ ອັບ​ດູນ​ລາ ບິນ ອັນ​ຮູ​ສ​ແຊັນ ເຈົ້າ​ຊີ​ວິດຊອກ​ດາ​ນີ ແລະ ທ່ານ ເອັມມານູ​ເອວ ມາຄຣົງ ປະ​ທາ​ນາ​ທິ​ບໍ​ດີ​ຝ​ຣັ່ງ ໄດ້​ກ່າວ​ຄຳ​ປາ​ໄສ ​ຕາມ​ລຳ​ດັບ. ການ​​ອະ​ພິ​ປາຍ​ທົ່ວ​ໄປ ​ຈະ​ດຳ​ເນີນ​ໄປ​​ຮອດ​ ວັນ​ທີ 28 ກັນ​ຍາ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL