4 ພາກສ່ວນຮ່ວມຕີລາຄາ ແລະ ປະເມີນຜົນກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ

23/09/2026 11:44
Email Print 83
KPL - Asean 2024 ກະຊວງປ້ອງກັນຄວາມສະຫງົບ, ອົງການໄອຍະການປະຊາຊົນສູງສຸດ, ສານປະຊາຊົນສູງສຸດ ແລະ ກະຊວງຍຸຕິທຳ ຈັດກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VIII ໃນວັນທີ 21 ກັນຍາ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ປະທານສານປະຊາຊົນສູງສຸດ, ທ່ານ ນາງ ລີວົງ ລາວລີ ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ແລະ ທ່ານ ນາງ ສີສຸດາ ໂສພາວັນດີ ຮອງລັດຖະມົນຕີກະຊວງຍຸຕິທຳ, ມີບັນດາການນຳຂອງ 4 ພາກສ່ວນ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ພົທ ວັນທອງ ກອງມະນີ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ສຸດທີ່ມີຄວາມໝາຍສຳຄັນ ທີ່ 4 ພາກສ່ວນ ໄດ້ພ້ອມກັນກວດກາ, ຕີລາຄາ ແລະ ປະເມີນຜົນ ໃນການເຄື່ອນໄຫວຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຮ່ວມ 4 ພາກສ່ວນ ກ່ຽວກັບການດຳເນີນຄະດີຕາມຂະບວນຍຸຕິທຳ ຄັ້ງທີ VII ໃນໄລຍະ 2 ປີຜ່ານມາ ໂດຍສະເພາະແມ່ນການແກ້ໄຂຄະດີ ແລະ ການປະສານງານຕ່າງໆ ເຖິງວ່າສະພາບພາກພື້ນ ແລະ ສາກົນ ມີຄວາມຜັນແປຢ່າງສະຫຼັບສັບຊ້ອນ, ມີທັງກາລະໂອກາດທີ່ເອື້ອອຳນວຍ ແລະ ສິ່ງທ້າທາຍທົດສອບຫຼາຍປະການ ເປັນຕົ້ນ ບັນຫາທາງດ້ານການເມືອງ, ວິກິດການທາງດ້ານເສດຖະກິດ-ການເງິນ ແລະ ການປະທະກັນດ້ວຍອາວຸດຮ້າຍແຮງຢູ່ຕາເວັນອອກກາງ ຊຶ່ງສົ່ງຜົນກະທົບເຖິງລາຄານ້ຳມັນ ແລະ ເສດຖະກິດໂລກ, ການໂຈລະກຳ, ການກໍ່ການຮ້າຍ, ໄພພິບັດທາງທຳມະຊາດ, ພະຍາດລະບາດ ແລະ ບັນຫາອື່ນໆ, ແຕ່ເຈົ້າໜ້າທີ່ຕຳຫຼວດ, ໄອຍະການປະຊາຊົນ, ຜູ້ພິພາກສາ ແລະ ພະນັກງານປະຕິບັດຄຳຕັດສິນຂອງສານ ກໍໄດ້ສຸມໃສ່ບຸກບືນຜ່ານຜ່າ ແກ້ໄຂຄະດີໃຫ້ມີຄວາມວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັນຄວາມຍຸຕິທຳ, ປັບປຸງກົນໄກ, ການປະສານງານ ແລະ ການຈັດຕັ້ງໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ມີການຫັນປ່ຽນທີ່ຕັ້ງໜ້າ, ສາມາດເຮັດສຳເລັດຕາມພາລະບົດບາດໜ້າທີ່ຂອງຕົນ ເພື່ອເປັນການພັດທະນາວຽກງານການດຳເນີນຄະດີຕາມຂະບວນການຍຸຕິທຳ, ຍົກສູງການຄຸ້ມຄອງລັດ, ຄຸ້ມຄອງສັງຄົມໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະ ຍຸຕິທຳ ເທື່ອລະກ້າວ ຕາມທີ່ໄດ້ກຳນົດໄວ້ຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກົມການເມືອງສູນກາງພັກ ເລກທີ 112/ກມສພ ວ່າດ້ວຍການຍົກສູງຄຸນນະພາບການດຳເນີນຄະດີຕາມຂະບວນຍຸຕິທຳ ແລະ ມະຕິຄະນະບໍລິຫານງານສູນກາງພັກ ເລກທີ 037/ຄບສພ ວ່າດ້ວຍການຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໃຫ້ເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ, ຊອກໃຫ້ເຫັນດ້ານດີ ເພື່ອເປັນບົດຮຽນໃນການສືບຕໍ່ເສີມຂະຫຍາຍ, ຊອກຮູ້ສິ່ງທີ່ເປັນຂໍ້ຫຍຸ້ງຍາກ, ຂໍ້ຂາດຕົກບົກຜ່ອງ ເພື່ອພ້ອມກັນຫາວິທີປັບປຸງແກ້ໄຂ, ສ້າງເງື່ອນໄຂເຮັດໃຫ້ການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານຂອງພວກເຮົາໃຫ້ເປັນຮູບປະທຳ ແລະ ມີຄຸນນະພາບສູງຂຶ້ນເທື່ອລະກ້າວ.

ພ້ອມນີ້, ທ່ານ ພົຕ ກອງສະຫວັດ ບຸນລ້ຽງ ກຳມະການສຳຮອງສູນກາງພັກ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ໃຫ້ຮູ້ວ່າ: ໃນໄລຍະການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກຮ່ວມ 4 ພາກສ່ວນ ຄັ້ງທີ VII ເປັນເວລາ 2 ປີຜ່ານມາ ສາມາດເຮັດສຳເລັດໜ້າທີ່ການດຳເນີນຄະດີຕາມຂະບວນຍຸຕິທຳ ຄື: ອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕຳຫຼວດ ສາມາດມ້າງຄະດີໄດ້ 12.488 ເລື່ອງ, ມີຜູ້ຖືກຫາ 19.401 ຄົນ, ຍິງ 2.410 ຄົນ ແລະ ຄົນຕ່າງປະເທດ 869 ຄົນ, ຍິງ 165 ຄົນ. ໃນນັ້ນ, ມີຄະດີຢາເສບຕິດ 7.470 ເລື່ອງ ຈັບຜູ້ຖືກຫາ ຈຳນວນ 11.345 ຄົນ, ຍິງ 824 ຄົນ, ຕ່າງປະເທດ 440 ຄົນ, ຍິງ 72 ຄົນ ແລະ ດຳເນີນຄະດີສຳເລັດ 9.917 ເລື່ອງ, ຜູ້ຖືກຫາ 14.879 ຄົນ, ຍິງ 1.784 ຄົນ, ຕ່າງປະເທດ 634 ຄົນ, ຍິງ 77 ຄົນ; ອົງການໄອຍະການປະຊາຊົນ ໄດ້ຄົ້ນຄວ້າ ແລະ ແກ້ໄຂຄະດີອາຍາສຳເລັດ 24.741 ເລື່ອງ; ສານປະຊາຊົນ ສາມາດຕັດສິນຄະດີອາຍາໄດ້ທັງໝົດ 12.308 ເລື່ອງ ແລະ ກະຊວງຍຸຕິທຳ ສາມາດປະຕິບັດຄຳຕັດສິນຂອງສານສຳເລັດ 4.758 ເລື່ອງ. ໃນນັ້ນ, ສາມາດເກັບກູ້ຊັບສິນ, ວັດຖຸ, ເງິນ-ຄຳ ແລະ ເຄື່ອງຂອງອື່ນໆ ຄືນໃຫ້ຜູ້ຊະນະຄະດີ ແລະ ຮິບເປັນຂອງລັດ ຕາມປະເດັນຄຳຕັດສິນໄດ້ຢ່າງຄົບຖ້ວນ.

ໃນວາລະກອງປະຊຸມຄັ້ງນີ້ ຍັງໄດ້ເຊັນບົດບັນທຶກຮ່ວມກັນ ທາງດ້ານວິຊາການ ກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ ແລະ ການດຳເນີນຄະດີ ເພື່ອເປັນບ່ອນອີງໃນການປະຕິບັດໃຫ້ຖືກຕ້ອງ ແລະ ເປັນເອກະພາບ ໃນການດຳເນີນຄະດີ ແລະ ການປະຕິບັດກົດໝາຍ.

ຂ່າວ: ລັດດາວັນ

KPL