ສົກຮຽນຜ່ານມາ ໂຮງຮຽນຫງວຽນຢູສາມາດຍາດໄດ້ຜົນສຳເລັດຫລາຍດ້ານ
ໃນໂອກາດນີ້, ທ່ານ ນາງ ນ້ຳທິບ ອິນທະວົງ ໄດ້ຍົກໃຫ້ເຫັນເຖິງຜົນສຳເລັດ ໃນສົກຮຽນຜ່ານມາ ຊຶ່ງສາມາດຍາດໄດ້ຜົນງານທີ່ໜ້າພາກພູມໃຈ ແລະ ເປັນຄັ້ງທຳອິດຂອງໂຮງຮຽນ ທີ່ໄດ້ຜົນງານອັນໂດດເດັ່ນ ເປັນຕົ້ນ ແມ່ນນັກຮຽນຈົບຊັ້ນທັງ 3 ຊັ້ນຮຽນ (ຊັ້ນປະຖົມ ປ5, ມັດທະຍົມຕອນຕົ້ນ ມ4 ແລະ ມັດທະຍົມຕອນປາຍ ມ7) ສາມາດຍາດໄດ້ປະກາສະນີຍະບັດແດງ ທັງໝົດ 16 ນ້ອງ, ອັດຕາສ່ວນນັກຮຽນສອບເສັງຈົບຊັ້ນ ຍາດໄດ້ຄະແນນ 9 ຂຶ້ນໄປທຸກວິຊາກວມ 10%, ໄດ້ຄະແນນຮອບດ້ານກວມ 70%, ນັກຮຽນເກັ່ງຂັ້ນນະຄອນຫຼວງ ສາມາດຍາດໄດ້ລາງວັນຊົມເຊີຍ 3 ນ້ອງ, ນັກຮຽນເກັ່ງຂັ້ນເມືອງ ໄດ້ຮັບລາງວັນທີ 2, ທີ 3 ແລະ ລາງວັນຊົມເຊີຍ 19 ນ້ອງ, ອັດຕາສ່ວນນັກຮຽນເລື່ອນຊັ້ນໃນທຸກຂັ້ນຮຽນ ບັນລຸໄດ້ 99,90%, ນັກຮຽນຊັ້ນ ມ7 ໄດ້ຮຽນຕໍ່ໃນລະດັບອາຊີວະສຶກສາ ແລະ ມະຫາວິທະຍາໄລ. ໃນນັ້ນ, ໄດ້ຮັບທຶນການສຶກສາຮູບແບບຕ່າງໆ ເພື່ອໄປຮຽນຕໍ່ມະຫາວິທະຍາໄລຢູ່ ສສ ຫວຽດນາມ ກວມ 50%, ຄູ-ອາຈານ ໄດ້ຮັບການຍ້ອງຍໍຄູດີເດັ່ນ ກວມ 85%, ຄູ-ອາຈານ ສາມາດນຳໃຊ້ພາສາຫວຽດນາມ ໄດ້ຢ່າງຄ່ອງແຄ້ວ ກວມ 50%. ນອກຈາກນີ້, ຍັງສາມາດຍາດໄດ້ລາງວັນດີເດັ່ນ ໃນກິດຈະກຳນອກຫຼັກສູດ ສິລະປະ-ກິລາ ໃນຂັ້ນເມືອງ-ນະຄອນຫຼວງ, ໄດ້ຮັບນາມມະຍົດໂຮງຮຽນ “ສີຂຽວ-ສະອາດ-ສິ່ງແວດລ້ອມດີ” ແລະ “ປອດສິ່ງເສບຕິດ” ຕິດຕໍ່ກັນຫຼາຍປີ. ນອກຈາກສົ່ງເສີມການຮຽນ-ການສອນແລ້ວ, ຍັງໄດ້ຈັດກິດຈະກຳສົ່ງເສີມສາຍພົວພັນຕ່າງປະເທດທີ່ສຳຄັນ ເຊັ່ນ: ການຕ້ອນຮັບຄະນະຜູ້ແທນສາກົນ, ຜູ້ນຳຂັ້ນສູງ, ໃຫ້ນັກຮຽນເຂົ້າຮ່ວມຕັ້ງຄ້າຍເຍົາວະຊົນລະດູຮ້ອນສາກົນ ແລະ ການເຂົ້າຮ່ວມກິດຈະກຳຊຸມຊົນ-ກິດຈະກຳສັງຄົມ. ຜົນງານເຫຼົ່ານີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຂອງຄະນະຄູ-ອາຈານ ແລະ ບຸກຄະລາກອນໃນໂຮງຮຽນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງຄວາມໄວ້ວາງໃຈ, ຄຽງບ່າຄຽງໄຫຼ່ຂອງຜູ້ປົກຄອງ ແລະ ການນຳພາ-ຊີ້ນຳຢ່າງໃກ້ຊິດຈາກບັນດາການນຳທຸກຂັ້ນ.
ສຳລັບສົກຮຽນ 2026-2027 ເປັນສົກຮຽນທີ່ມີຄວາມສຳຄັນ ໃນການຈັດຕັ້ງປະຕິບັດແຜນຍຸດທະສາດການພັດທະນາໂຮງຮຽນ ໄລຍະ 2026-2032 ໂຮງຮຽນຈະສືບຕໍ່ຍຶດໝັ້ນ 3 ລັກສະນະ, 5 ຫຼັກມູນການສຶກສາ ແລະ 3 ເນື້ອໃນຂໍ້ແຂ່ງຂັນ ທີ່ກະຊວງສຶກສາທິການ ແລະ ກິລາ ວາງອອກ; ພ້ອມທັງເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍ ຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ ກ່ຽວກັບການປະຕິຮູບການສຶກສາ ຢ່າງຮອບດ້ານຂອງຂະແໜງການສຶກສາຫວຽດນາມ ໃນປັດຈຸບັນ ຫັນປ່ຽນຈາກການຖ່າຍທອດຄວາມຮູ້ ໄປສູ່ການພັດທະນາຄຸນສົມບັດ ແລະ ຄວາມສາມາດ; ສົ່ງເສີມວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ, ການຫັນເປັນດິຈິຕອນ ແລະ ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ; ຫັນເປັນມາດຕະຖານ, ທັນສະໄໝ ແລະ ເຊື່ອມໂຍງກັບພາກພື້ນ ແລະ ສາກົນ.
ສ່ວນທິດທາງແຜນການ ໄດ້ກຳນົດ 5 ຈຸດປະສົງ ແລະ ເປົ້າໝາຍສຳຄັນຕົ້ນຕໍ ຂອງສົກຮຽນ 2026-2027 ຄື: ຍົກສູງຄຸນນະພາບການສຶກສາຢ່າງແທ້ຈິງ; ສ້າງບຸກຄະລາກອນ ໃຫ້ມີຄວາມສາມາດ ແລະ ມີທັດສະນະໃນການປະຕິຮູບການສຶກສາ; ການຫັນເປັນດິຈິຕອນຢ່າງຮອບດ້ານ, ມຸ່ງໄປສູ່ຮູບແບບ ໂຮງຮຽນດິຈິຕອນ (Digital School) ທີ່ທັນສະໄໝ; ສ້າງວັດທະນະທຳໂຮງຮຽນ “ໂຮງຮຽນແຫ່ງຄວາມສຸກ”; ຍົກສູງຖານະບົດບາດ ແລະ ຊື່ສຽງ ຂອງໂຮງຮຽນ ຫງວຽນຢູ.
ຂ່າວ-ພາບ: ກິດຕາ
