ພິທີເຊັນສັນຍາ ງານວາງສະແດງສິນຄ້າ ຈີນ-ອາຊຽນ ຄັ້ງທີ 23

19/09/2026 13:42
Email Print 83
KPL - Asean 2024 ພິ​ທີ​ເຊັນ​ສັນ​ຍາ​ ຂອງ​ງານ​ວາງ​ສະ​ແດງ ​ສິນ​ຄ້າ​ຈີນ​-ອາ​ຊຽນ ຄັ້ງ​ທີ 23 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ ເຂດປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ຂອງ ສປ ​ຈີນ. ກິດ​ຈະ​ກຳ​ດັ່ງ​ກ່າວ​ ແມ່ນ​ອີງ​ໃສ່​ໂອ​ກາດ​ສຳ​ຄັນ ຂອງ​ການ​ສ້າງ​​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ 3.0 ແລະ ການ​ເປີດ​ນຳ​ໃຊ້​ຄອງ​ຜິງ​ລູ້, ​ທັງສຸມ​ໃສ່ ​ເສດ​ຖະ​ກິດ​ທີ່​ຫັນ​ໜ້າ​ສູ່​ທະ​ເລ, ການ​ຮ່ວມ​ມື​ກັບ​ອາ​ຊຽນ, ປັນ​ຍາ​ປະ​ດິດ ແລະ ​ອື່ນໆ

ຂປລ.ວິທະຍຸ ໂທລະພາບສູນກາງຈີນ, ພິ​ທີ​ເຊັນ​ສັນ​ຍາ​ ຂອງ​ງານ​ວາງ​ສະ​ແດງ ​ສິນ​ຄ້າ​ຈີນ​-ອາ​ຊຽນ ຄັ້ງ​ທີ 23 ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ນິງ​ ເຂດປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ ຂອງ ສປ ​ຈີນ. ກິດ​ຈະ​ກຳ​ດັ່ງ​ກ່າວ​ ແມ່ນ​ອີງ​ໃສ່​ໂອ​ກາດ​ສຳ​ຄັນ ຂອງ​ການ​ສ້າງ​​ເຂດ​ການ​ຄ້າ​ເສ​ລີ​ຈີນ-ອາ​ຊຽນ 3.0 ແລະ ການ​ເປີດ​ນຳ​ໃຊ້​ຄອງ​ຜິງ​ລູ້, ​ທັງສຸມ​ໃສ່ ​ເສດ​ຖະ​ກິດ​ທີ່​ຫັນ​ໜ້າ​ສູ່​ທະ​ເລ, ການ​ຮ່ວມ​ມື​ກັບ​ອາ​ຊຽນ, ປັນ​ຍາ​ປະ​ດິດ ແລະ ​ອື່ນໆ ເພື່ອ​ສ້າງ​ເວ​ທີ​ການ​ຮ່ວມ​ມື​ ດ້ານ​ການ​ລົງ​ທຶນ. ກິດ​ຈະ​ກຳ​ຄັ້ງ​ນີ້​ຖື​ເປັນ​ຄັ້ງ​ທຳ​ອິດ ​ທີ່​ມີ​ການ​ເວ​ທີ​ຈັບ​ຄູ່​ຄວາມ​ຕ້ອງ​ການ​ກັບ​ການ​ສະ​ໜອງ ​ທີ່​ມີ​ລັກ​ສະ​ນະ​ກົນ​ໄກ​, ເຜີຍ​ແຜ່​ບັນ​ຊີ​ລາຍ​ຊື່​ຂອງ​ສະ​ພາບ​ເສດ​ຖະ​ກິດ​ ທີ່​ຫັນ​ໜ້າ​ສູ່​ທະ​ເລ​ ຈຳ​ນວນ 254 ລາຍ​ການ, ໃນ​ນັ້ນ​ລວມ​ເຖິງ ​ບັນ​ຊີ​ລາຍ​ຊື່​ໂອ​ກາດ 112 ລາຍ​ການ ແລະ ບັນ​ຊີ​ລາຍ​ຊື່ຄວາມ​ສາ​ມາດ 142 ລາຍ​ການ. ຢູ່​ສະ​ຖານ​ທີ່​ຈັດ​ພິ​ທີ​ດັ່ງ​ກ່າວ ​ໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ ຂອງ​ໂຄງ​ການ​ຈຳ​ນວນ​ໜຶ່ງ, ​ໃນ​ໂຄງ​ການ​ລົງ​ທຶນ ​ດ້ານ​ອຸດ​ສາ​ຫະ​ກຳ ມີອຸດ​ສາ​ຫະ​ກຳ​ການ​ຜະ​ລິດກວມ​ເອົາ ຫລາຍກວ່າ 90%, ມີ​ໂຄງ​ການ​ຮ່ວມ​ມື​ສາ​ກົນ 19 ໂຄງ​ການ, ກວມ​ເອົາ 7 ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ; ມີ​ໂຄງ​ການ​ປັນ​ຍາ​ປະ​ດິດ 21 ໂຄງ​ການ, ​ເຊິ່ງກວມ​ເອົາດ້ານ​ຕ່າງໆ ເຊັ່ນ: ຄວາມ​ສາ​ມາດ​​ປະມວນ​ຜົນ, ວັດ​ສະ​ດຸ​ເຄິ່ງ​ຕົວ​ນຳ, ​ຫຸ່ນ​ຍົນ, ກາ​ນ​ສົ່ງ​ອອກ​ ການ​ບໍ​ລິ​ການ ​ດິ​ຈິ​ຕອນ​ ແລະ ​ອື່ນໆ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL