ຄໍາມ່ວນ ຈະສຸມໃສ່ປັບປຸງຄຸນນະພາບ ຂອງການສຶກສາໃຫ້ດີຂຶ້ນກວ່າເກົ່າ
![]()
ຂປລ.ໃນສົກຮຽນ 2026-2027 ແຂວງຄຳມ່ວນ ຈະໄດ້ເອົາໃຈໃສ່ປັບປຸງຄຸນນະພາບການຮຽນ-ການສອນ ໃຫ້ໄດ້ດີຂຶ້ນກວ່າສົກຮຽນຜ່ານມາ ໂດຍຮຽກຮ້ອງໃຫ້ຜູ້ບໍລິຫານການສຶກສາທຸກຂັ້ນ, ນັບທັງຂັ້ນແຂວງ, ຂັ້ນເມືອງ, ຂັ້ນໂຮງຮຽນ ຕ້ອງໄດ້ຍົກສູງຄວາມຮັບຜິດຊອບ ລົງໃກ້ຊິດຕິດແທດກັບບັນດາໂຮງຮຽນ, ຕິດຕາມຄຸນນະພາບການຮຽນ-ການສອນຂອງຄູ ແລະ ນັກຮຽນ ໃຫ້ໄປຕາມ 5 ຫລັກມູນຂອງການສຶກສາ ໂດຍອີງໃສ່ 3 ຂໍ້ແຂ່ງຂັນ ຂອງວຽກງານການສຶກສາເປັນໄມ້ຫລາ ວັດແທກ ໃນການປັບປຸງຄຸນນະພາບຂອງການສຶກສາ ເປັນຕົ້ນ ການສອນດີ-ຮຽນເກັ່ງ, ການຕ້ານປະກົດການຫຍໍ້ທໍ້ໃນໂຮງຮຽນ ແລະ ການສ້າງສິ່ງແວດລ້ອມທີ່ດີໃນໂຮງຮຽນ.
ທ່ານ ນາງ ສຸກຂະເສີມ ສິດທິເດດ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງຄໍາມ່ວນ ໄດ້ໃຫ້ສຳພາດຕໍ່ນັກຂ່າວເມື່ອບໍ່ດົນມານີ້ວ່າ: ພ້ອມນີ້, ບັນດາພະນັກງານ ຄູ-ອາຈານ ຕ້ອງໄດ້ຝຶກຝົນຫລໍ່ຫລອມຕົນເອງ, ຍົກສູງຈັນຍາບັນຄູ, ເຕັກນິກວິທີການສອນຕ້ອງມີຊີວິດ-ຊີວາ, ຮຽນຮູ້ ແລະ ນຳໃຊ້ເຕັກໂນໂລຊີ, ໄອທີ ເຂົ້າໃນການສິດສອນ ເພື່ອໃຫ້ນ້ອງນັກຮຽນເຂົ້າໃຈບົດຮຽນໄດ້ງ່າຍ ແລະ ເກີດຄວາມກະຕືລື້ລົ້ນ ມັກຮັກຢາກມາໂຮງຮຽນ ແລະ ບັນດາຜູ້ປົກຄອງກໍຕ້ອງໄດ້ຊຸກຍູ້ສົ່ງເສີມລູກຫລານຂອງຕົນໃຫ້ມາໂຮງຮຽນ ຊຶ່ງທຸກພາກສ່ວນຕ້ອງມີສ່ວນຮ່ວມ ລະຫວ່າງ ຄູ, ໂຮງຮຽນ ແລະ ສັງຄົມຕ້ອງໄດ້ປະສານກັນຢ່າງກົມກຽວ ເພື່ອແກ້ໄຂປະກົດການຫຍໍ້ທ້ໍ້ທີ່ຈະເກີດຂຶ້ນໃຫ້ທ່ວງທັນກັບເວລາ ພ້ອມທັງຊຸກຍູ້ລູກຫລານນ້ອງນັກຮຽນ ໃຫ້ເຂົາເຈົ້າໄດ້ມີຄວາມກະຕືລື້ລົ້ນໄດ້ເອົາໃຈໃສ່, ມີວິໄນຕໍ່ຕົນເອງ, ເອົາໃຈໃສ່ຂະຫຍັນໝັ່ນພຽນ, ໝັ່ນໃກ້ຊິດຕິດແທດກັບເຂົາເຈົ້າ ໃຫ້ຫ່າງໄກຈາກປະກົດການຫຍໍ້ທໍ້ຕ່າງໆ; ອົງການປົກຄອງແຕ່ລະຂັ້ນ, ຊຸມຊົນ ແລະ ທົ່ວສັງຄົມ ຕ້ອງໄດ້ສືບຕໍ່ ປະກອບສ່ວນໃຫ້ການຊ່ວຍເຫລືອອຳນວຍຄວາມສະດວກ ຊ່ວຍເຫລືອໂຮງຮຽນຕາມເງື່ອນໄຂຕົວຈິງ ເພື່ອສ້າງສະພາບແວດລ້ອມໃຫ້ປອດໄພ ແລະ ເອື້ອອຳນວຍຕໍ່ຜູ້ຮຽນ, ຊຶ່ງທຸກພາກສ່ວນຕ້ອງຮ່ວມແຮງ, ຮ່ວມໃຈກັນພັດທະນາເຮັດໃຫ້ຄຸນນະພາບຂອງການສຶກສາໃຫ້ດີຂຶ້ນເທື່ອລະກ້າວ.
![]()
ທ່ານ ນາງ ສຸກຂະເສີມ ສິດທິເດດ ໃຫ້ຮູ້ຕື່ມວ່າ: ການກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ 2026-2027 ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ມີການອອກນິຕິກຳ, ແຈ້ງການ ແລະ ຄຳແນະນຳເຖິງຫ້ອງການສຶກສາທິການ ແລະ ກິລາເມືອງ ເພື່ອເປັນການກະກຽມຄວາມພ້ອມໃນການຈັດຕັ້ງປະຕິບັດ ເພື່ອແນໃສ່ໃນການປັບປຸງພື້ນຖານໂຄງລ່າງ, ສ້ອມແປງໂຕະ, ຕັ່ງ, ກະດານດຳ ເພື່ອສ້າງຄວາມພ້ອມໃນການເຂົ້າສູ່ສົກຮຽນໃໝ່ ໃນນັ້ນ, ໄດ້ມີການຝຶກອົບຮົມ ສ້າງຄວາມພ້ອມໃຫ້ພະນັກງານ ຄູ-ອາຈານ ລວມທັງການສະໜອງອຸປະກອນທີ່ຈຳເປັນ ແລະ ໄດ້ປັບປຸງ ບັນດາໂຮງຮຽນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໃນທົ່ວແຂວງ ຈຳນວນ 55 ແຫ່ງ (10 ຕົວເມືອງ). ພ້ອມກັນນັ້ນ, ຍັງໄດ້ແນະນຳໃຫ້ທາງເມືອງພ້ອມກັນອະນາໄມ, ສ້ອມແປງສິ່ງຂອງທີ່ເປ່ເພ ເພື່ອຮອງຮັບໃນການໄຂສົກຮຽນໃໝ່.
ໃນທົ່ວແຂວງມີໂຮງຮຽນທັງໝົດ ເລີ່ມແຕ່ອະນຸບານຮອດມັດທະຍົມ 975 ແຫ່ງ ໃນນີ້, ມີໂຮງຮຽນລ້ຽງເດັກ-ອະນຸບານ 245 ແຫ່ງ, ພາກລັດ 193 ແຫ່ງ, ພາກເອກະຊົນ 22 ແຫ່ງ, ສຳລັບຊົນປະຖົມ ມີ 615 ແຫ່ງ, ພາກລັດ 603 ແຫ່ງ, ພາກເອກະຊົນ 12 ແຫ່ງ, ຊັ້ນມັດທະຍົມມີ 140 ແຫ່ງ, ເອກະຊົນມີ 6 ແຫ່ງ, ເຫລືອນັ້ນແມ່ນຂອງພາກລັດ. ສຳລັບການປັບປຸງຫລັກສູດໃນໄລຍະນີ້ ຍັງນຳໃຊ້ຫລັກສູດອັນເກົ່າ ເນື່ອງຈາກໃນການປັບປຸງຫລັກສູດ ໃນແຜນຂອງກະຊວງສຶກສາ ທີ່ເພິ່ນປັບປຸງ ແມ່ນເລີ່ມຕົ້ນປັບປຸງລະບົບ ຈາກ 5-4-3 ມາເປັນ 6-3-3 ຊຶ່ງການຮຽນຢູ່ຊັ້ນປະຖົມຈະຮອດຂັ້ນ ປ6, ຖ້າຊັ້ນປະຖົມໄດ້ຮຽນຮອດຂັ້ນ ປ6 ແລ້ວ ສໍາລັບຊັ້ນມັດທະຍົມກໍຕ້ອງໄດ້ຮຽນຮອດຂັ້ນ ມ6, ຕາມແຜນຂອງກະຊວງສຶກສາທິການ ແລະ ກິລາ ໄດ້ກຳນົດ ໂດຍຈະເລີ່ມມີ ປ6 ໃນປີ 2028.
![]()
ສຳລັບແຂວງຄຳມ່ວນ ກໍໄດ້ກະກຽມຄວາມພ້ອມໂດຍໄດ້ເລືອກເປົ້າໝາຍຄູຜູ້ທີ່ຈະສອນຂັ້ນ ປ6, ໄດ້ເລືອກເປົ້າໝາຍໄວ້ແລ້ວ ແລະ ອາຄານຮຽນກໍໄດ້ປັບປຸງໄວ້ແລ້ວ ແລະ ຊັ້ນປະຖົມສົມບູນ ກໍໄດ້ປັບປຸງໃຫ້ມີ 6 ຫ້ອງຢູ່ໃນບັນດາໂຮງຮຽນທີ່ມີເງື່ອນໄຂ. ໃນດ້ານວຽກງານສຶກສາ ທາງພາກລັດ ແລະ ຄູ່ຮ່ວມພັດທະນາ ທີ່ໄດ້ເຂົ້າມາມີສ່ວນຮ່ວມໃນການພັດທະນາວຽກງານສຶກສາ ໃນໄລຍະຜ່ານມາ ທາງການນຳຂັ້ນກະຊວງ, ຂັ້ນແຂວງ ກໍໄດ້ເອົາໃຈໃສ່ຊຸກຍູ້ວຽກງານການສຶກສາ, ປັບປຸງພື້ນນຖານໂຄງລ່າງ, ສະໜອງອຸປະກອນການຮຽນ-ການສອນ ຊຶ່ງໃນສົກຮຽນ 2026-2027 ທາງການນຳຂອງແຂວງ ໄດ້ຊຸກຍູ້ໃຫ້ທາງໂຮງຮຽນພອນສະຫວັນຂອງແຂວງ ໂດຍໄດ້ໃຫ້ງົບປະມານໃນການສ້ອມແປງ ແລະ ງົບປະມານໃນການຊື້ອຸປະກອນ ພ້ອມທັງໄດ້ຈັດຕັ້ງປະຕິບັດຢູ່ໂຮງຮຽນ ມັດທະຍົມຕອນຕົ້ນນາໂບ ແລະ ກຳນົດເອົາ 5 ຫ້ອງ, ມີຂັ້ນ ປ5 ຫ້ອງ 1, ຂັ້ນມ1 ຫ້ອງ 1, ຂັ້ນ ມ4 ຫ້ອງ 1, ຂັ້ນ ມ5 ຫ້ອງ 1 ແລະ ມ7 ຫ້ອງ1 ໂດຍໄດ້ເລີ່ມທົດລອງໃນສົກຮຽນນີ້. ນອກຈາກນີ້, ທາງຜູ້ປະກອບການຍັງໄດ້ອຸປະຖຳໂຕະ, ຕັ່ງທັງໝົດ ສຳລັບຊັ້ນພອນສະຫວັນ 700 ຊຸດ, ໂດຍການປຸກລະດົມຂອງທ່ານ ເລຂາພັກແຂວງ, ໄປພ້ອມກັບການປັບປຸງສ້ອມແປງ ແລະ ສ້າງໂຮງຮຽນຫລັງໃໝ່ ໃນສົກຮຽນຜ່ານມາໄດ້ 8 ແຫ່ງ. ອັນພົ້ນເດັ່ນແມ່ນການສ້ອມແປງສະໜາມກິລາຂອງແຂວງ ຕາມແຜນແມ່ນຈະມອບ-ຮັບ ແລະ ເປີດການນຳໃຊ້ໃນລະຫວ່າງເດືອນຕຸລາ 2026 ນີ້ ແລະ ນັກຮຽນທີ່ປະລະການຮຽນ ທາງພະແນກສຶກສາທິການ ແລະ ກິລາແຂວງ, ຫ້ອງການສຶກສາທິການ ແລະ ກິລາເມືອງ ໃນ 10 ຕົວເມືອງ ແມ່ນໄດ້ສົມທົບກັບອົງການປົກຄອງໃນແຕ່ລະຂັ້ນ ໄດ້ເກັບກຳຕົວເລກຂອງນັກຮຽນທີ່ປະລະການຮຽນ ບໍ່ກັບເຂົ້າມາຮຽນ ແມ່ນມີຈຳນວນໜຶ່ງ ໂດຍໄດ້ມີການເກັບກຳລະອຽດວ່າ ເປັນລູກໃຜ, ຢູ່ບ້ານໃດ, ໂຮງຮຽນໃດ, ເພື່ອເອົາລາຍຊື່ ໄປສົມທົບກັບອຳນາດການປົກຄອງບ້ານ ດ້ວຍຮູບການປຸກລະດົມ ເພື່ອປະຕິບັດຕາມໂຄງການນຳນ້ອງເຂົ້າສູ່ໂຮງຮຽນ ແລະ ຮຽນຈົນຈົບ ຊຶ່ງເປັນໂຄງການຂອງກະຊວງສຶກສາທິການ ແລະ ກິລາ ປັດຈຸບັນພວມເລີ່ມຕິດຕາມ ເບິ່ງໃນພາບລວມແລ້ວການປະລະການຮຽນຢູ່ແຂວງຄຳມ່ວນແມ່ນໄດ້ຫລຸດລົງ.
ໂດຍ: ແດງສະຫວັດ ແສນພານິດ
