ເປຣູ ສົ່ງອອກກ້ວຍສົດ ໄປຍັງ ຕະຫລາດຈີນ 19,6 ໂຕນ ເປັນຄັ້ງທຳອິດ
Email
Print
83
KPL - Asean 2024
ກ້ວຍສົດງວດທຳອິດ ລວມມີ 19,6 ໂຕນ ທີ່ ເປຣູ ສົ່ງອອກ ໄປຍັງຈີນ ໂດຍຜ່ານ ເສັ້ນທາງຂົນສົ່ງ ທາງກຳປັ່ນ ຊານເຄຍ-ຊ່ຽງໄຮ້ ຜ່ານການກວດກາພາສີອາກອນແລ້ວ ທີ່ທ່າກໍາປັ່ນ ຢາງຊານ ໃນເທດສະບານ ນະຄອນ ຊຽງໄຮ້
ຂປລ. ສຳນັກຂ່າວ ຊິນຮວາ ຂອງ ສປຈີນ: ເມື່ອບໍ່ດົນມານີ້ ກ້ວຍສົດງວດທຳອິດ ລວມມີ 19,6 ໂຕນ ທີ່ ເປຣູ ສົ່ງອອກ ໄປຍັງຈີນ ໂດຍຜ່ານ ເສັ້ນທາງຂົນສົ່ງ ທາງກຳປັ່ນ ຊານເຄຍ-ຊ່ຽງໄຮ້ ຜ່ານການກວດກາພາສີອາກອນແລ້ວ ທີ່ທ່າກໍາປັ່ນ ຢາງຊານ ໃນເທດສະບານ ນະຄອນຊຽງໄຮ້ ທາງຕາເວັນອອກ ເຊິ່ງທາງພາສີ ໄດ້ດຳເນີນ ແຜນການ ກວດກາ ສະເພາະ ເພື່ອຮັບປະກັນ ຄວາມປອດໄພ ແລະ ຫລຸດໄລຍະເວລາ ໃນຂະບວນການ.
ຈີນ ອະນຸມັດ ການນຳເຂົ້າ ກ້ວຍສົດ ຈາກເປຣູ ເມື່ອເດືອນທັນວາ 2025. ສ່ວນໝາກໄມ້ ຊະນິດອື່ນໆ ເຊັ່ນ ບລູເບີຣີ, ອາໂວກາໂດ ແລະ ໝາກລາແຊງ ຂອງ ເປຣູ ແມ່ນໄດ້ຮັບ ອະນຸຍາດ ໃຫ້ເຂົ້າເຖິງ ຕະຫລາດຈີນ. ໃນຂະນະທີ່ ການຄ້າ ຜ່ານເສັ້ນທາງ ຂົນສົ່ງ ທາງກຳປັ່ນ ຊານເຄຍ-ຊ່ຽງໄຮ້ ໃນໄລຍະເດືອນມັງກອນ-ກໍລະກົດ 2026 ບັນລຸເຖິງ 3,35 ຕື້ຢວນ ເພີ່ມຂຶ້ນ 44,7% ເມື່ອສົມທຽບກັບປີຕໍ່ປີ./
