ຫລວງພະບາງ ສົ່ງເສີມຈຸດໝາຍປາຍທາງການທ່ອງທ່ຽວ ຜ່ານການຮ່ວມມືດ້ານການທ່ອງທ່ຽວ

14/09/2026 10:36
Email Print 83
KPL - Asean 2024 ຂປລ. ຫລວງພະບາງ ມຸ່ງໝັ້ນຊຸກຍູ້ການພັດທະນາ ແລະ ໂຄສະນາຈຸດໝາຍປາຍທາງການທ່ອງທ່ຽວໃນຕະຫລາດສາກົນ ຜ່ານການຮັດແໜ້ນການຮ່ວມມືກັບບັນດາແຂວງສະມາຊິກຂອງສະຫະພັນການທ່ອງທ່ຽວລະຫວ່າງພາກພື້ນອາຊີບຕາເວັນອອກ (EATOF).

ຂປລ. ຫລວງພະບາງ ມຸ່ງໝັ້ນຊຸກຍູ້ການພັດທະນາ ແລະ ໂຄສະນາຈຸດໝາຍປາຍທາງການທ່ອງທ່ຽວໃນຕະຫລາດສາກົນ ຜ່ານການຮັດແໜ້ນການຮ່ວມມືກັບບັນດາແຂວງສະມາຊິກຂອງສະຫະພັນການທ່ອງທ່ຽວລະຫວ່າງພາກພື້ນອາຊີບຕາເວັນອອກ (EATOF).

ຄະນະຜູ້ແທນແຂວງຫລວງພະບາງ ສປປ ລາວ ນຳໂດຍ ທ່ານ ບຸນເຫລືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງຫລວງພະບາງ ໄດ້ຈັດກອງປະຊຸມ 2 ຝ່າຍ ກັບແຂວງສະມາຊິກ ທີ່ມີແຜນຮ່ວມມືກັນ ປະກອບມີ ແຂວງເຊບູ ປະເທດຟິລິບປິນ, ແຂວງກວາງນິງ ສສ ຫວຽດນາມ, ແຂວງທູບ ປະເທດມົງໂກລີ ແລະ ແຂວງກັງວອນ ສ ເກົາຫລີ ໃນໂອກາດທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ສະຫະພັນການທ່ອງທ່ຽວ ລະຫວ່າງພາກພື້ນອາຊີຕາເວັນອອກ (EATOF) ຄັ້ງທີ 19 ທີ່ແຂວງເຊບູ ປະເທດຟິລິບປິນ ເມື່ອບໍ່ດົນມານີ້. ການພົພບປະຫາລື 2 ຝ່ານມີຈຸດປະສົງ ເພື່ອຮ່ວມກຳນົດແນວທາງ ແລະ ສົ່ງເສີມການຮ່ວມມືດ້ານການທ່ອງທ່ຽວ, ຂະຫຍາຍຕະຫລາດ ແລະ ສ້າງໂອກາດໃໝ່ ໃຫ້ແກ່ການທ່ອງທ່ຽວຂອງແຂວງຫລວງພະບາງ.  ໃນນ້ັ້ນ, ບັນດາຝ່າຍໄດ້ເຮັດດີຮ່ວມມກັນຈັດກິດຈະກຳໂຄສະນາ ແລະ ສົ່ງເສີມຈຸດໝາຍປາຍທາງການທ່ອງທ່ຽວຜ່ານການຈັດກິດຈະກຳຢ້ຽມຢາມ-ສຳຫລວດແຫລ່ງທ່ອງທ່ຽວ (FAM Trip) ແລະ ການຈັດງານໂຄສະນາການທ່ອງທ່ຽວໃນຕ່າງປະເທດ (Roadshow) ສຳລັບຜູ້ປະກອບການ.

ການຈັດກິດຈະກຳດັ່ງກ່າວ ຈະເປັນຊ່ອງທາງສຳຄັນ ໃນການເຊື່ອມໂຍງຜູ້ປະກອບການ, ຂະຫຍາຍຕະຫລາດ ແລະ ເພີ່ມໂອກາດການຈຳໜ່າຍຜະລິດຕະພັນການທ່ອງທ່ຽວຮ່ວມກັນ. ພ້ອມນີ້,  ຍັງໄດ້ປຶກສາຫາລືເຖິງການເພີ່ມຄຸນຄ່າສິນຄ້າ ແລະ ຜະລິດຕະພັນທ້ອງຖິ່ນ, ລວມເຖິງແນວທາງການເຊື່ອມຕໍ່ສາຍການບິນ ລະຫວ່າງບັນດາຈຸດໝາຍປາຍທາງ ເພື່ອອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວ ແລະ ຊຸກຍູ້ການເດີນທາງຂ້າມພາກພື້ນໃນອະນາຄົດ. ທັງນີ້ກອງປະຊຸມ EATOF ຖືເປັນເວທີສຳຄັນໃຫ້ບັນດາສະມາຊິກ ໃນການຮ່ວມກັນກຳນົດແນວທາງ-ນະໂຍບາຍ ດ້ານການພັດທະນາການທ່ອງທ່ຽວ, ເພີ່ມທະວີການໂຄສະນາ ແລະ ສົ່ງເສີມຈຸດໝາຍປາຍທາງຂອງແຕ່ລະສະມາຊິກ ຕະຫລອດຮອດການຮັດແໜ້ນການພົວພັນ ແລະ ການຮ່ວມມືດ້ານການທ່ອງທ່ຽວ ລະຫວ່າງ 10 ແຂວງ ຈາກ 10 ປະເທດສະມາຊິກ.

ການເຂົ້າຮ່ວມກອງປະຊຸມ EATOF ຄັ້ງທີ 19 ໃນຄັ້ງນີ້, ນອກຈາກເປັນການປະຕິບັດພັນທະຂອງແຂວງຫລວງພະບາງ ໃນຖານະສະມາຊິກ ແລ້ວ, ຍັງເປັນການວາງແຜນຮ່ວມມືດ້ານຕະຫລາດການທ່ອງທ່ຽວ ສຳລັບປີ 2027 ໃຫ້ເປັນຮູບປະທຳ ໂດຍສະເພາະ ກັບແຂວງກວາງນິງ ສສ ຫວຽດນາມ, ແຂວງເຊບູ ປະເທດຟິລິບປິນ ແລະ ແຂວງກັງວອນ ສ ເກົາຫລີ. ການຮ່ວມມືດັ່ງກ່າວຄາດວ່າຈະຊ່ວຍເສີມສ້າງການພົນວພັນຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດ, ຂະຫຍາຍຕະຫລາດ, ດຶງດູດນັກທ່ອງທ່ຽວຈາກຕ່າງປະເທດ ແລະ ຮັດແໜ້ນສາຍພົວພັນ ກັບບັນດາແຂວງສະມາຊິກໃຫ້ແໜ້ນແຟ້ນຍິ່ງຂຶ້ນ, ພ້ອມຍົກສູງບົດບາດ ແລະ ພາບພົດຂອງແຂວງຫລວງພະບາງ ໃນຖານະຈຸດໝາຍປາຍທາງການທ່ອງທ່ຽວສຳຄັນຂອງພາກພື້ນ ແລະ ສາກົນ.

KPL