ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026

14/09/2026 09:30
Email Print 83
KPL - Asean 2024 ໃນວັນທີ 11 ກັນຍາ 2026 ທີ່ເຂດປົກຄອງພິເສດຮົງກົງ ສປ ຈີນ, ເພື່ອເປັນການຜັນຂະຫຍາຍນະໂຍບາຍວຽກງານການທູດເສດຖະກິດ ຂອງ ສປປ ລາວ, ກະຊວງການຕ່າງປະເທດຮ່ວມກັບພາກສ່ວນກ່ຽວຂ້ອງ ເປັນຕົ້ນສະຖານກົງສຸນໃຫຍ່ ແຫ່ງ ສປປ ລາວ ທີ່ຮົງກົງ, ພາກທຸລະກິດຈາກ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໄດ້ຈັດກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 (LAOS-HONG KONG BUSINESS FORUM 2026).

    ຂປລ.  ພາຍໃຕ້ຫົວຂໍ້ “ການເຕີບໂຕສີຂຽວ: ກາລະໂອກາດສໍາລັບການຮ່ວມມືຍຸດທະສາດ ລາວ-ຮົງກົງ, ໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດກອງປະຊຸມໂດຍ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ. ກອງປະຊຸມເວທີປຶກສາຫາລືພາກທຸລະກິດດັ່ງກ່າວ ແມ່ນໜຶ່ງໃນບັນດາກິດຈະກໍາປິ່ນອ້ອມການເຂົ້າຮ່ວມກອງປະຊຸມສຸດຍອດ ໜຶ່ງແລວໜຶ່ງເສັ້ນທາງ ຄັ້ງທີ 11. 

    ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອສ້າງເຄືອຂ່າຍໃຫ້ແກ່ພາກທຸລະກິດ ຂອງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ ໃນການເສີມຂະຫຍາຍການຮ່ວມມືດ້ານການຄ້າ, ການລົງທຶນ, ການບໍລິການດ້ານການເງິນ, ທະນາຄານ, ພະລັງງານສະອາດ ແລະ ຂົງເຂດອື່ນໆ ປິ່ນອ້ອມຂົງເຂດການພັດທະນາເສດຖະກິດ-ສັງຄົມ. ນອກນັ້ນ, ຍັງມີຈຸດປະສົງເພື່ອເຜີຍແຜ່ຂໍ້ມູນສະພາບການພັດທະນາເສດຖະກິດ-ສັງຄົມ, ການຄ້າ, ການລົງທຶນ ກໍຄື ນະໂຍບາຍສົ່ງເສີມການຄ້າ- ການລົງທຶນຂອງ ສປປ ລາວ ໃຫ້ແກ່ພາກທຸລະກິດໃນເຂດປົກຄອງພິເສດຮົງກົງ ໄດ້ຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນ ແນໃສ່ດຶງດູດການຄ້າ- ການລົງທຶນຈາກເຂດດັ່ງກ່າວ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ, ພ້ອມທັງແລກປ່ຽນບົດຮຽນດ້ານການພັດທະນາພະລັງງານສະອາດ. ການຈັດກອງປະຊຸມຄັ້ງນີ້, ຍັງເປັນນິມິດໝາຍສໍາຄັນ ໃນການຮັດແໜ້ນສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການເປັນຄູ່ຮ່ວມຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ ໃຫ້ໝັ້ນຄົງໜຽວແໜ້ນ ໃນທຸກສະພາບການຂອງຍຸກໃໝ່. 

     ໃນໄລຍະດໍາເນີນກອງປະຊຸມ, ບັນດານັກທຸລະກິດ ແລະ ຜູ້ແທນທີ່ເຂົ້າຮ່ວມ ໄດ້ຮັບຟັງການນໍາສະເໜີກ່ຽວກັບນະໂຍບາຍສົ່ງເສີມການຄ້າ-ການລົງທຶນ ແລະ ໄດ້ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ກ່ຽວກັບການພັດທະນາຂະແໜງການເງິນ ແລະ ພະລັງງານສະອາດຢູ່ ສປປ ລາວ ຊຶ່ງເປັນທ່າແຮງ ແລະ ຂົງເຂດບຸລິມະສິດທີ່ສໍາຄັນ ໃນການຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ໄດ້ມີການລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ແລະ ບົດບັນທຶກການຮ່ວມມືຮ່ວມກັນ ຈໍານວນ 2 ສະບັບ ຄື: ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແລະ China International Capital Corporation-CICC; ບົດບັນທຶກການຮ່ວມມື ລະຫວ່າງ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນກັບຫ້ອງການທະນາຄານຈີນ (ຮົງກົງ) ສາຂານະຄອນຫລວງວຽງຈັນ; ໄດ້ແລກປ່ຽນບົດບັນທຶກຄວາມເຂົ້າໃຈຮ່ວມກັນເພີ່ມຕື່ມອີກຈໍານວນ 1 ສະບັບ ກ່ຽວກັບການສຶກສາຄວາມເປັນໄປໄດ້ ໃນການຮ່ວມມືກັນພັດທະນາລະບົບກັກເກັບພະລັງງານດ້ວຍແບັດເຕີຣີ ລະຫວ່າງ ລັດວິສາຫະກິດໄຟຟ້າລາວ ກັບ ບໍລິສັດ Zhenzhen Yichu Smart Energy Group Co.,Ltd. ການລົງນາມດັ່ງກ່າວ, ໄດ້ເປັນຂີດໝາຍໃໝ່ທີ່ສໍາຄັນໃນການຍົກລະດັບການພົວພັນຮ່ວມມືດ້ານທຸລະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ, ຮົງກົງ ແລະ ບັນດາແຂວງໃກ້ຄຽງຂອງ ສປ ຈີນ.

    ກອງປະຊຸມເວທີປຶກສາຫາລືພາກທຸລະກິດ ລາວ-ຮົງກົງ 2026 ໄດ້ດໍາເນີນໄປດ້ວຍບັນຍາກາດອັນສ້າງສັນ, ມີໄມຕີຈິດ ແລະ ປະສົບຜົນສໍາເລັດຕາມຄາດໝາຍ, ໂດຍມີຜູ້ຕາງໜ້າຈາກບັນດາບໍລິສັດແຖວໜ້າຂອງຮົງກົງ, ບາງແຂວງໃກ້ຄຽງຂອງ ສປ ຈີນ ແລະ ບັນດາບໍລິສັດແຖວໜ້າຂອງ ສປປ ລາວ ເຂົ້າຮ່ວມທັງໝົດຫລາຍກວ່າ 120 ທ່ານ.

ຂ່າວ: ກະຊວງການຕ່າງປະເທດ; ພາບ: ຫສນຍ

KPL