ສປຈີນ ວາງສະແດງດ້ານການບໍລິການ ນະວັດຕະກຳ-ສົ່ງເສີມການເປີດກວ້າງ
![]()
ຂປລ.ອີງຕາມສຳນັກຂ່າວຊິນຮວາ ຂອງ ສປຈີນ: ງານວາງສະແດງການຄ້າ ດ້ານການບໍລິການສາກົນຈີນ (CIFTIS) ປະຈຳປີ 2026 ໄດ້ໄຂຂຶ້ນ ໃນວັນທີ 10 ກັນຍາ ຢູ່ນະຄອນຫລວງປັກກິ່ງ, ໃນຂະນະທີ່ ຈີນ ເພີ່ມຄວາມພະຍາຍາມ ໃນການເປີດກວ້າງ ການຄ້າ ດ້ານການບໍລິການ ໃນໄລຍະເລີ່ມຕົ້ນ ຂອງແຜນການ 5 ປີ ຄັ້ງທີ 15 (ປີ 2026-2030).
ງານວາງສະແດງນີ້ ຈະດຳເນີນໄປຈົນຮອດ ວັນທີ 13 ກັນຍາ, ຢູ່ສວນສາທາລະນະ Shougang ເຊິ່ງເປັນສະຖານທີ່ ອຸດສາຫະກຳເກົ່າ ແລະ ເປັນສະຖານທີ່ ຈັດງານກິ ລາໂອລີມປິກ ລະດູໜາວ ປັກກິ່ງ 2022, ໂດຍມີ ຜູ້ເຂົ້າຮ່ວມຈາກ 90 ປະເທດ ໃນພາກພື້ນ ແລະ ອົງການຈັດຕັ້ງສາກົນ, ພ້ອມດ້ວຍ ບໍລິສັດຫລາຍກວ່າ 1.800 ແຫ່ງ ກໍເຂົ້າຮ່ວມ ໃນງານວາງສະແດງ ດັ່ງກ່າວ. ໃນນັ້ນ, ລວມມີ ບໍລິສັດ 473 ແຫ່ງ ຈາກ Fortune Global 500 ແລະ ບັນດາບໍລິສັດ ຊັ້ນນໍາ ເຊັ່ນ: Honeywell, Johnson & Johnson ແລະ Siemens.
ງານ CIFTIS ໃນປີນີ້ ຈັດຂຶ້ນ ພາຍໃຕ້ຫົວຂໍ້ "ການບໍລິການ ທົ່ວໂລກ, ຄວາມຈະເລີນຮຸ່ງເຮືອງ ຮ່ວມກັນ", ໃນຂະນະດຽວກັນນັ້ນ ຈະມີກອງປະຊຸມ ສຸດຍອດ ການຄ້າ ການບໍລິການທົ່ວໂລກ, ໂດຍແມ່ນ ກະຊວງ ການຄ້າ ແລະ ລັດຖະບານ ນະຄອນຫລວງປັກກິ່ງ ຮ່ວມກັບ ກອງປະຊຸມ ສະຫະປະຊາຊາດ ວ່າດ້ວຍ ການຄ້າ ແລະ ການພັດທະນາ ແລະ ອົງການ ຊັບສິນ ທາງປັນຍາໂລກ (WIPO). ໃນງານວາງສະແດງ ຄັ້ງນີ້ ຈະມີ ການຈັດ ສຳມະນາ ຫລາຍຫົວຂໍ້ ແລະ ກິດຈະກຳ ຈັບຄູ່ທາງທຸລະກິດເພີ່ມຕື່ມອີກ.
ໃນກອງປະຊຸມນີ້, ທ່ານ ຄອນສຕານຕິໂນ ຊີເວັງກາ (Constantino Chiwenga) ຮອງປະທານາທິບໍດີ ຊິມບໍາເວ ກ່າວວ່າ CIFTIS ຄາດວ່າ ຈະສ້າງໂອກາດ ໃນການ ລົງທຶນ ຈຳນວນຫລາຍ ທັງໃນດ້ານກອງປະຊຸມ, ການຈັດງານສະແດງ, ພື້ນຖານໂຄງລ່າງ ແລະ ບໍລິການ ດິຈິຕອນ ເພື່ອຈະຊ່ວຍຄົ້ນຫາ ໂອກາດ ດ້ານການຄ້າບໍລິການ, ເພີ່ມສັກກະຍະ ພາບ ການສົ່ງອອກ ແລະ ດຶງດູດຄູ່ຮ່ວມງານ ທີ່ໜ້າເຊື່ອຖື ໃນຂະແໜງ ເຕັກໂນໂລຊີ, ການເງິນ, ການທ່ອງທ່ຽວ, ການສຶກສາ ແລະ ສາທາລະນະສຸກ.
![]()
ທ່ານ ອາເລັກຊານເດີ ປູເລຟ (Alexander Poulev) ຮອງນາຍົກ ລັດຖະມົນຕີ ແລະ ລັດຖະມົນຕີ ກະຊວງເສດຖະກິດ, ການລົງທຶນ ແລະ ອຸດສາຫະກຳຂອງ ບູນກາລີ ກ່າວວ່າ: ການຄ້າບໍລິການ ເປັນເສົາຫລັກສຳຄັນຂອງການພົວພັນ ຈີນ-ບູນກາລີ ແລະ ຕ້ອງການເຫັນສິນຄ້າ ບູນກາລີ ສາມາດເຂົ້າສູ່ ຕະຫລາດຈີນ ຫລາຍຂຶ້ນ ເພື່ອໃຫ້ບໍລິສັດ ບູນກາລີ ສາມາດສ້າງຄູ່ຮ່ວມງານ ໃນໄລຍະຍາວ ກັບ ທຸລະກິດ ຈີນ ຫລາຍຂຶ້ນ.
ໃນງານວາງສະແດງນີ້ ຈະມີຜະລິດຕະພັນ ແລະ ການບໍລິການໃໝ່ ຫລາຍກວ່າ 100 ຊະນິດ ໂດຍກວມເອົາຂົງເຂດຕ່າງໆ ເຊັ່ນ: ຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີການເງິນ (Fintech), ຕະຫລອດຮອດ ການແພດດິຈິຕອນ ແລະ ອັດສະລິຍະ. ໃນນັ້ນ ປະກອບດ້ວຍ ພື້ນທີ່ ຈັດວາງສະແດງ ແລະ ແນະນຳການຂະຫຍາຍ ທຸລະກິດສູ່ຕ່າງປະເທດ ທີ່ເປີດຕົວໃໝ່ ເພື່ອໃຫ້ບໍລິສັດຈີນ ເຂົ້າເຖິງ ການບໍລິການ ວິຊາຊີບແບບຄົບວົງຈອນ ແລະ ຈຸດດຽວ.
ທ່ານ ລີ ຢາວ (Li Yao) ຈາກ ບໍລິສັດ KPMG ຂອງຈີນ ກ່າວວ່າ: ການກ້າວໄປສູ່ ລະດັບໂລກ ໃນປັດຈຸບັນນີ້ ບໍ່ພຽງແຕ່ ກ່ຽວກັບ ການກຳນົດ ລາຄາ ທີ່ແຂ່ງຂັນກັນເທົ່ານັ້ນ, ຫາກຍັງກ່ຽວກັບ ການປັບຕົວ ໃຫ້ເຂົ້າກັບ ກົດລະບຽບ ທີ່ແຕກຕ່າງກັນ, ການຄຸ້ມຄອງ ການປະຕິບັດຕາມ ແລະ ການຫລີກລ່ຽງ ຄວາມສ່ຽງຕ່າງໆ, ພ້ອມທັງເຫັນວ່າ ການເປີດເຂດ ບໍລິການໃໝ່ດັ່ງກ່າວ ໄດ້ເກີດຂຶ້ນ ໃນແຂວງ ທີ່ມີຄວາມເໝາະສົມຢ່າງຍິ່ງ. ຄຽງຄູ່ກັນນັ້ນ ຍັງມີການນໍາສະເໜີ ຕົວຢ່າງ ນະວັດຕະກຳ ຫລາຍກວ່າ 140 ລາຍການ ໂດຍກວມເອົາ 12 ໝວດໝູ່ ຂອງ ການຄ້າການບໍລິການ, ລວມທັງປັນຍາປະດິດ (AI), ແບບຈຳລອງພາສາ ຂະໜາດໃຫຍ່ (Large Language Models) ແລະ ຕົວແທນ ອັດສະລິຍະ, ເພື່ອສະແດງ ໃຫ້ເຫັນເຖິງ ທິດທາງ ການພັດທະນາ ຂອງ ຂະແໜງການ ບໍລິການຂອງຈີນ.
ທ່ານ ດິ້ງ ຊຸສຽັງ (Ding Xuexiang) ຮອງນາຍົກລັດຖະມົນຕີຈີນ ກ່າວຄຳປາໄສ ໃນກອງປະຊຸມສຸດຍອດວ່າ ການຊຸກຍູ້ ການຄ້າ ບໍລິການ ພ້ອມທັງ ການສົ່ງເສີມ ເປີດກວ້າງ ແລະ ການຮ່ວມມື ໃນຂະແໜງບໍລິການ ບໍ່ແມ່ນພຽງແຕ່ທາງເລືອກຂອງຈີນ ແຕ່ຍັງເປັນ ຄວາມຈຳເປັນ ຂອງໂລກ. ຈີນ ພວມສົ່ງເສີມ ການຄ້າ ບໍລິການ ແລະ ເປີດກວ້າງຂະ ແໜງບໍລິການຫລາຍຂຶ້ນ ເພື່ອຈະສ້າງໂອກາດ ເພີ່ມເຕີມໃຫ້ແກ່ ບັນດາ ປະເທດ ແລະ ພາກທຸລະກິດ ທົ່ວໂລກ.
ງານວາງສະແດງດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງ ການເປີດກວ້າງ ການຮ່ວມມື. ໃນປີນີ້, ປະເທດນອກແວ ໃນຖານະປະເທດເຈົ້າພາບ, ໄດ້ນຳສະເໜີ ເນື້ອໃນ ດ້ວຍຫລາກ ຫລາຍຮູບແບບ ລວມທັງ ດ້ານສຸຂະພາບ ແລະ ໂພຊະນາການ, ການຫັນປ່ຽນໄປສູ່ຄວາມຍືນຍົງ, ການຫັນປ່ຽນ ດ້ານສິ່ງແວດລ້ອມ, ຕະຫລອດຮອດ ການອອກແບບ ແລະ ຮູບແບບ ການດຳລົງຊີວິດ.
![]()
ທ່ານ ເຮັນນິງ ຄຣິສໂຕເຟີເຊັນ (Henning Kristoffersen) ທີ່ປຶກສາ ດ້ານການຄ້າ ຂອງສະຖານທູດນອກແວ ປະຈຳປັກກິ່ງ ກ່າວວ່າ: ໃນໂອກາດດັ່ງກ່າວ ຈະຊ່ວຍໃຫ້ ນອກແວ ສາມາດ ນຳສະເໜີ ພາບລວມ ທີ່ກວ້າງຂວາງ ກ່ຽວກັບ ສາຍພົວພັນ ທາງການຄ້າກັບຈີນ. ສິ່ງທີ່ນອກແວ ຕ້ອງການຊຸກຍູ້ ຜ່ານ CIFTIS ແມ່ນການຂະຫຍາຍ ການຮ່ວມມື ໃຫ້ຫລາຍຂຶ້ນ ໃນຂະແໜງບໍລິການ, ເຕັກໂນໂລຊີ, ວັດທະນະທຳ ແລະ ຄວາມຮູ້.
ທ່ານ ເຄົາສ ເຊັດ (Klaus Hoseth) ປະທານບໍລິສັດ Hoseth Technology ຂອງ ນອກແວ ເຊິ່ງດຳເນີນທຸລະກິດ ດ້ານເຕັກໂນໂລຊີ, ເຂົ້າຮ່ວມ CIFTIS ເປັນຄັ້ງທຳອິດ ເພື່ອຫວັງ ຊອກຫາໂອກາດ ຮ່ວມມືກັບບໍລິສັດຈີນ ດ້ານຫຸ່ນຍົນ ແລະ ປັນຍາປະດິດ (AI). ໃນຂະນະທີ່ ຄວາມສົນໃຈຈາກ ບັນດາຜູ້ເຂົ້າຮ່ວມ ຈາກຕ່າງປະເທດ ເກີດຂຶ້ນທ່າມກາງ ການຄ້າຂະແໜງບໍລິການຂອງຈີນ ຍັງຄົງສືບຕໍ່ຂະຫຍາຍຕົວ.
ທ່ານ ດາເຣນ ຖັງ (Daren Tang) ຜູ້ອໍານວຍການໃຫຍ່ ຂອ ອົງການຊັບສິນ ທາງປັນຍາໂລກ (WIPO), ກ່າວຄຳປາໄສ ຜ່ານວິດີໂອ ວ່າ ການຄ້າບໍລິການ ຂອງຈີນ ມີການເຕີບໂຕ ຢ່າງວ່ອງໄວ ໂດຍມີ ການສົ່ງອອກ ການບໍລິການ ໂດຍເນັ້ນໃສ່ຄວາມຮູ້ ຢ່າງເຂັ້ມງວດ ເຊິ່ງໄດ້ຮັບການ ສະໜັບສະໜູນ ຈາກລະບົບນິເວດ ດ້ານຊັບສິນທາງປັນຍາ ແລະ ນະວັດຕະກຳ ຂອງປະເທດ. ໂດຍຂໍ້ມູນ ທາງການຫລ້າສຸດ ໄດ້ສະແດງໃຫ້ເຫັນວ່າ ໃນ 7 ເດືອນທຳອິດ ຂອງ ປີ 2026, ການຄ້າການບໍລິການ ຂອງຈີນ ລວມມີ ມູນຄ່າເກືອບ 4,45 ພັນຕື້ຢວນ (ປະມານ 656.6 ຕື້ໂດລາສະຫະລັດ), ເພີ່ມຂຶ້ນ 8.3% ເມື່ອທຽບໃສ່ປີກ່ອນ.
ບົດລາຍງານ ທີ່ເຜີຍແຜ່ ໃນງານ CIFTIS ໄດ້ສະແດງໃຫ້ເຫັນເຖິງ ສັກກະຍະພາບ ທີ່ນັບມື້ນັບເຂັ້ມແຂງຂຶ້ນ ຂອງ ບັນດາຍີ່ຫໍ້ (Brands) ການບໍລິການຂອງຈີນ. ອີງຕາມບົດລາຍງານ “Trade in Services 100 2026” ທີ່ຈັດທຳ ໂດຍ Brand Finance ເປັນບໍລິສັດ ໃຫ້ຄຳປຶກສາ ດ້ານການປະເມີນ ມູນຄ່າ ຍີ່ຫໍ້ຊັ້ນນຳ, ຈີນ ຈັດຢູ່ໃນອັນດັບ 2 ຂອງໂລກ ໂດຍມີ 21 ຍີ່ຫໍ້ ຕິດອັນດັບ ໃນ 100 ຍີ່ຫໍ້ ການຄ້າບໍລິການ ທີ່ມີມູນຄ່າສູງສຸດ ຂອງໂລກ, ດ້ວຍມູນຄ່າລວມ 876.8 ຕື້ໂດລາ ສະຫະລັດ.
ການຊຸກຍູ້ ການພັດທະນາ ການຄ້າ ດ້ານການບໍລິການ ທີ່ມີ ຄຸນນະພາບສູງ ແມ່ນໜ້າທີ່ສຳຄັນ ໃນຮ່າງແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງຈີນ (ປີ 2026-2030), ໂດຍຮຽກຮ້ອງໃຫ້ ມີການເພີ່ມທະວີ ຄວາມພະຍາຍາມ ໃນການ ປັບປຸງ ການຄຸ້ມຄອງ ບັນຊີ ລາຍຊື່ ຂໍ້ຈຳກັດ (Negative list) ສຳລັບ ການຄ້າດ້ານການບໍລິການ, ການຫລຸດຜ່ອນ ຂໍ້ຈຳກັດ ດ້ານການເຄື່ອນໄຫວ ຂ້າມຊາຍແດນ, ຊຸກຍູ້ ການສົ່ງອອກ ການບໍລິການ ແລະ ສົ່ງເສີມ ການຄ້າ ດ້ານການບໍລິການ ທີ່ເນັ້ນໃສ່ ຄວາມຮູ້ເປັນຫລັກ./.
ບັນນາທິການ: Yang Linlin
