ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມ ລະເບີດລູກຫວ່ານ ຮອບວຽນທີ 3 ເປີດຢ່າງເປັນທາງການ
ເປັນກຽດເຂົ້າຮ່ວມໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ນາງ ອາມິດາ ຊານຊີອາ ອາລິດຈາບານາ (Armida Salsiah Alisjahbana) ຮອງເລຂາທິການໃຫຍ່ອົງການ ສປຊ ແລະ ເລຂາທິການຄະນະກຳມາທິການເສດຖະກິດ-ສັງຄົມ ສະຫະປະຊາຊາດ ປະຈຳພາກພື້ນອາຊີ-ປາຊີຟິກ(UN ESCAP), ມີການນຳພັກ, ລັດ, ຄະນະຜູ້ແທນສາກົນ ຈາກ 120 ກວ່າປະເທດ, ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
![]()
ການເປັນເຈົ້າພາບກອງປະຊຸມສາກົນຄັ້ງນີ້, ມີຄວາມໝາຍສໍາຄັນເປັນພິເສດສໍາລັບ ສປປ ລາວ ຊຶ່ງໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງ ອັນສະເໝີຕົ້ນສະເໝີປາຍຂອງລັດຖະບານ ສປປ ລາວ ໃນການປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງສາກົນເພື່ອພາລະກິດການປົກປັກຮັກສາສັນຕິພາບໃນໂລກ ໂດຍຜ່ານຂະບວນການຂອງສົນທິສັນຍາ CCM ໄປຄຽງຄູ່ກັບການ ແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຍັງຕົກຄ້າງຢູ່ພາຍໃນປະເທດ ຊຶ່ງຈະປະກອບສ່ວນຜົນປະໂຫຍດໂດຍກົງຕໍ່ປະຊາຊົນລາວ ໂດຍສະເພາະການບັນລຸເປົ້າໝາຍການພັດທະນາແບບຍືນຍົງແຫ່ງຊາດ ທີ 18 ວ່າດ້ວຍຊີວິດປອດໄພຈາກລະເບີດບໍ່ທັນແຕກ (SDG18).
ໃນຖານະເປັນໜຶ່ງໃນບັນດາປະເທດ ທີ່ໄດ້ຮັບຜົນກະທົບຫລາຍກວ່າໝູ່ຈາກລະເບີດລູກຫວ່ານ, ສປປ ລາວ ໄດ້ມີສ່ວນຮ່ວມຢ່າງຕັ້ງໜ້າໃນຂະບວນການຮ່າງ ແລະ ຮັບຮອງເອົາສົນທິສັນຍາສາກົນ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ. ເພື່ອໃຫ້ການຈັດຕັ້ງປະຕິບັດສົນທິສັນຍາສາກົນນີ້ ໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍ, ລັດຖະບານລາວ ໄດ້ເຊື່ອມສານບັນດາເປົ້າໝາຍຂອງສົນທິສັນຍາສາກົນ ເຂົ້າໃນແຜນຍຸດທະສາດແຫ່ງຊາດ ຫລື ເອີ້ນວ່າ ເສັ້ນທາງກ້າວສູ່ຄວາມປອດໄພ ສະບັບທີ III (Safe Path Forward III) ໄລຍະແຕ່ 2021-2030 ແລະ ຮັບຮອງເອົາເປົ້າໝາຍການພັດທະນາແບບຍືນຍົງ (SDG) ເປົ້າໝາຍທີ 18 "ຊີວິດທີ່ປອດໄພຈາກລະເບີດບໍ່ທັນແຕກ".
ຂ່າວ: ທະນູທອງ
ພາບ: ອ່າຍຄໍາ
