ຜູ້ເສຍຊີວິດຈາກອຸບັດເຫດທາງຫລວງ ໃນ ສປປ ລາວ 900-1.000 ຕໍ່ປີ

14/09/2026 09:45
Email Print 83
KPL - Asean 2024 ກອງປະຊຸມຄະນະກຳມະການແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ປະຈຳປີ 2026 ແລະ ທິດທາງແຜນການໃນຕໍ່ໜ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ ຢູ່ແຂວງອຸດົມໄຊ ໂດຍການເປັນປະທານຂອງ ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທັງເປັນຮອງປະທານ ຄະນະກຳມະການແຫ່ງຊາດດ້ານຄວາມປອດໄພທາງຫລວງ,

   ຂປລ.  ມີທ່ານ ຄໍາແສງ ອາລີ ຮອງປະທານຄະນະກໍາມະການປົກຄອງແຂວງ ອຸດົມໄຊ, ບັນດາຮອງລັດຖະມົນຕີ, ຄະນະກຳມະການດ້ານຄວາມປອດໄພທາງຫລວງຂັ້ນແຂວງ ແລະ ນະຄອນຫລວງ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ແຂກເຊີນເຂົ້າຮ່ວມ ເພື່ອສະຫລຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2026 ແລະ ວາງທິດທາງແຜນການໄລຍະ 6 ເດືອນທ້າຍປີ 2026-2027. ໃນຂະນະທີ່ 5 ປີຜ່ານມາ, ຈຳນວນຜູ້ເສຍຊີວິດຈາກອຸບັດເຫດທາງຫລວງໃນ ສປປ ລາວ ຍັງສູງຢູ່ ລະດັບ 900-1.000 ຄົນຕໍ່ປີ. ໃນນັ້ນ, 80% ແມ່ນຊາວໜຸ່ມ, ເຍົາວະຊົນ ແລະ ກຳລັງແຮງງານຫລັກ.

   ໃນກອງປະຊຸມ, ທ່ານ ເຫລັກໄຫລ ສີວິໄລ ໄດ້ເນ້ັນໃຫ້ເຫັນເຖິງຄວາມສໍາຄັນຂອງວຽກງານຄວາມປອດໄພທາງຫລວງ ຊຶ່ງເປັນວຽກງານທີ່ຕິດພັນກັບຊີວິດ ແລະ ຊັບສິນຂອງປະຊາຊົນ. ໃນຕະຫລອດໄລຍະ 5 ປີຜ່ານມາຮອດປັດຈຸບັນ, ຈຳນວນຜູ້ເສຍຊີວິດຈາກອຸບັດເຫດທາງຫລວງໃນ ສປປ ລາວ ຍັງສູງ ຢູ່ທີ່ລະດັບ 900 ຫາ 1.000 ຄົນຕໍ່ປີ, ໃນນັ້ນ 80% ແມ່ນຊາວໜຸ່ມ, ເຍົາວະຊົນ ແລະ ກຳລັງແຮງງານຫລັກ. ການສູນເສຍດັ່ງກ່າວ, ໄດ້ສ້າງຄວາມເສຍຫາຍທາງດ້ານເສດຖະກິດ-ສັງຄົມສູງເຖິງ 175 ລ້ານໂດລາສະຫະລັດຕໍ່ປີ ຊຶ່ງອົງ ການສາກົນໄດ້ປະເມີນວ່າ ການເສຍຊີວິດຂອງປະຊາກອນ 1 ຄົນມີມູນ ຄ່າເທົ່າກັບ 70 ເທົ່າຂອງ GDP. ສາເຫດຕົ້ນຕໍແມ່ນເກີດຈາກການຂັບຂີ່ລົດໄວ, ເມົາແລ້ວຂັບ, ເຕັກນິກພາຫະນະບໍ່ໄດ້ມາດຕະຖານ ແລະ ການບໍ່ປະຕິບັດກົດຈະລາຈອນ ໂດຍສະເພາະໃນເວລາ 17:00- 01:00 ໂມງ.

   ຄຽງຄູ່ກັບການຂະຫຍາຍຕົວຂອງພື້ນຖານໂຄງລ່າງ ແລະ ຈຳນວນພາຫະນະທີ່ເພີ່ມຂຶ້ນ, ລັດຖະບານ ໄດ້ໃຫ້ຄວາມສຳຄັນຢ່າງຍິ່ງ ໃນການຕິດຕາມກວດກາການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ດ້ານຄວາມປອດໄພທາງຫລວງ ໄລຍະປີ 2021-2030. ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ປຶກສາຫາລືໃນຫລາຍເນື້ອໃນສຳຄັນ ເປັນຕົ້ນບົດສະຫລຸບວຽກງານປີ 2026 ແລະ ແຜນການປີ 2026-2027, ຄຳສັ່ງວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການຄຸມນໍ້າໝັກລົດບັນທຸກ ແລະ ມາດຕະການປັບໃໝ, ລົງວິໄນ, ລົງໂທດຕໍ່ຜູ້ລະເມີດບັນທຸກນໍ້າໜັກເກີນກຳນົດ, ການນຳໃຊ້ເຕັກໂນໂລຊີທັນສະໄໝເຂົ້າໃນການບັງຄັບໃຊ້ກົດໝາຍຈະລາຈອນເຊັ່ນ: ການກວດກາການດື່ມແລ້ວຂັບ, ການຮັດສາຍນິລະໄພ, ການໃສ່ໝວກກັນກະທົບ, ການບັນຈຸຄວາມຮູ້-ຄວາມປອດໄພທາງຫລວງເຂົ້າໃນຫລັກສູດການຮຽນ- ການສອນ, ລວມເຖິງການປັບປຸງລະບົບການປິ່ນປົວ ແລະ ການຂົນສົ່ງຜູ້ບາດເຈັບສຸກເສີນຈາກຈຸດເກີດເຫດໄປໂຮງໝໍ.

   ພ້ອມກັນນີ້, ທ່ານປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບັນດາຜູ້ຕາງໜ້າ ແລະ ແຂກທີ່ເຂົ້າຮ່ວມຈົ່ງເຊີດຊູຄວາມຮັບຜິດຊອບ, ສຸມສະຕິປັນຍາເຂົ້າໃນການຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ເພື່ອຊອກຫາວິທີການແກ້ໄຂບັນຫາໃຫ້ແທດເໝາະກັບສະພາບຄວາມເປັນຈິງ. ທັງນີ້, ກໍເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດວຽກງານຄວາມປອດໄພທາງຫລວງໃຫ້ມີປະສິດທິຜົນສູງສຸດ, ຊ່ວຍປົກປ້ອງຊີວິດ ແລະ ຊັບສິນຂອງປະຊາຊົນ, ພ້ອມທັງຫລຸດຜ່ອນອຸບັດເຫດທາງຫລວງໃຫ້ຫລຸດລົງຢ່າງເປັນຮູບປະທຳໃນໄລຍະຕໍ່ໄປ.

KPL