ແຂວງຄຳມ່ວນ ຕ້ອງຍົກລະດັບຄຸນນະພາບຄູ ແກ້ໄຂອັດຕາປະລະການຮຽນ ແລະ ລົບລ້າງໂຮງຮຽນບໍ່ໄດ້ມາດຕາຖານ ໃຫ້ໄດ້ໃນປີ 2030

14/09/2026 09:38
Email Print 83
KPL - Asean 2024 ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ພົບປະໂອ້ລົມຄະນະພັກ-ຄະນະນໍາ, ພະນັກງານ ແລະ ຄູອາຈານຂະແໜງການສຶກສາທິການ ແລະ ກິລາ ແຂວງຄຳມ່ວນ ໃນວັນທີ 11 ກັນຍາ 2026 ຜ່ານມາ ໂດຍມີ ທ່ານ ເດດສັກດາ ມະນີຄຳ ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ເຂົ້າຮ່ວມ.

   ຂປລ. ທ່ານ ນາງ ສຸກກະເສີມ ສິດທິເດດ ຫົວໜ້າພະແນກ ສຶກສາທິການ ແລະ ກິລາແຂວງຄຳມ່ວນ ໄດ້ລາຍງານວ່າ: ປັດຈຸບັນ ແຂວງມີພະນັກງານສຶກສາພາກລັດ 4.226 ຄົນ ໃນນັ້ນ, ຄູສອນ 3.690 ຄົນ. ການປະຕິບັດ 10 ຄາດ ໝາຍຂອງສະພາປະຊາຊົນແຂວງ ບັນລຸ 8 ຄາດໝາຍ ແລະ ບໍ່ບັນລຸ 2 ຄາດໝາຍ ຄື: ອັດຕາເຂົ້າຮຽນເດັກ 5 ປີ ແລະ ອັດຕາປະລະການຮຽນຊັ້ນປະຖົມ. ທົ່ວແຂວງມີໂຮງຮຽນລ້ຽງເດັກ-ອະນຸບານ 215 ແຫ່ງ, ໂຮງຮຽນປະຖົມ 615 ແຫ່ງ ແລະ ໂຮງຮຽນມັດທະຍົມ 140 ແຫ່ງ,ມີນັກຮຽນຫລາຍກວ່າ 81.000 ຄົນ. ດ້ານຜົນງານ ຄໍາມ່ວນ ສາມາດສ້າງຜົນງານໂດດເດັ່ນໃນການແຂ່ງຂັນນັກຮຽນເກັ່ງລະດັບຊາດ ໂດຍໄດ້ອັນດັບ 1 ຂອງປະເທດ ໃນວິຊາພາສາລາວ-ວັນນະຄະດີ ມ4, ວິຊາ ຟີຊິກສາດ ມ7 ແລະ ການແຂ່ງຂັນ Scratch ດ້ານເຕັກໂນໂລຊີ-ດີຈິຕອນພ້ອມທັງລາງວັນອື່ນໆໃນລະດັບຊາດ. ພ້ອມນີ້, ແຂວງໄດ້ສືບຕໍ່ສ້າງໂອກາດໃຫ້ເດັກ ແລະ ໄວໜຸ່ມກັບຄືນສູ່ລະບົບການສຶກສາຜ່ານໂຄງການ “ນຳນ້ອງກັບຄືນສູ່ໂຮງຮຽນ” ພ້ອມຝຶກວິຊາຊີບໄລຍະສັ້ນໃຫ້ປະຊາຊົນ ແລະ ຊາວໜຸ່ມ 450 ຄົນ ໃນຫລາຍສາຂາວິຊາຊີບ.

   ໂອກາດນີ້, ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ຊົມເຊີຍຜົນງານຂອງແຂວງຍາດມາໄດ້ ພ້ອມທັງຍົກໃຫ້ເຫັນບັນຫາທີ່ທາງກະຊວງສຶກສາທິການ ແລະ ກິລາ ກໍຄືລັດຖະບານກໍາລັງສຸມໃສ່ແກ້ໄຂຮີບດ່ວນ ໂດຍສະເພາະການປະລະການຮຽນ ແລະ ຄຸນນະພາບຄູ, ຊຶ່ງແມ່ນບັນຫາສຳຄັນທີ່ຕ້ອງເລັ່ງແກ້ໄຂ ເພື່ອຍົກສູງຄຸນນະພາບ ແລະ ສ້າງຄວາມເຊື່ອໝັ້ນໃນລະບົບການສຶກສາ. ນອກຈາກນີ້, ຍັງຈະຕ້ອງໄດ້ສືບຕໍ່ແກ້ໄຂປັບປຸງຫລັກສູດຈາກ 5+4+3 ເປັນ 6+3+3 ເພື່ອໃຫ້ນັກຮຽນອ່ານອອກ, ຂຽນໄດ້ ແລະ ຄິດໄລ່ເປັນພ້ອມສົ່ງເສີມການນຳໃຊ້ປັດຍາປະດິດເຂ້ົາໃນການຮຽນ-ການສອນ ແລະ ເພີ່ມການສ້າງທັກສະວິຊາຊີບໃຫ້ນັກຮຽນສາມັນ. ພ້ອມເນັ້ນໃຫ້ເອົາໃຈໃສ່ສ້າງຄູ, ກຽມໂກຕ້າທົດແທນຄູ, ຂະຫຍາຍຕາໜ່າງຄູສອນລຽບຕາມຊາຍແດນ, ສ້າງຂະບວນການແຂ່ງຂັນນັກຮຽນເກັ່ງ, ຄູສອນດີ-ສອນເກັ່ງ ແລະ ຜູ້ບໍລິຫານເດັ່ນເພື່ອຍົກສູງຄຸນນະພາບການສຶກສາ. ສຳລັບດ້ານພື້ນຖານໂຄງລ່າງ, ທ່ານເນັ້ນໃຫ້ເລັ່ງປັບປຸງໂຮງຮຽນທີ່ຍັງບໍ່ໄດ້ມາດຕະຖານ 51 ແຫ່ງໃນທົ່ວແຂວງ ໂດຍກຳນົດເປົ້າໝາຍລົບລ້າງບັນຫາໃຫ້ໄດ້ຮອດປີ 2030 ດ້ວຍການສົມທົບແໜ້ນລະຫວ່າງ ອໍານາດການປົກຄອງ, ງົບປະມານລັດ ແລະ ພາກທຸລະກິດ. ພ້ອມນີ້, ຍັງເນັ້ນໃຫ້ສົມທົບແໜ້ນລະຫວ່າງການສຶກສາ, ການຄົ້ນຄວ້າວິທະຍາສາດ ແລະ ການກິລາຢ່າງກົມກຽວພ້ອມສືບຕໍ່ລະດົມແຫລ່ງທຶນພາຍໃນ ແລະ ສາກົນເພື່ອພັດທະນາການສຶກສາ ແລະ ສັງຄົມໃຫ້ກ້າວໜ້າ.

ຂ່າວ: ມະນີວັນ

KPL