ການພົບປະເຈລະຈາ ຂອງຜູ້ຕາງໜ້າພິເສດກ່ຽວກັບ ບັນຫາຊາຍແດນຈີນ-ອິນເດຍ ຄັ້ງທີ 25

25/08/2026 08:09
Email Print 83
KPL - Asean 2024 ອີງ​ຕາມ​ຜົນ ການ​ປຶກ​ສາ​ຫາ​ລື​ ສອງ​ຝ່າຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຕ່າງ​ປະ​ເທດ ​ຂອງ​ສູນ​ກາງ​ຈີນ ທັງ​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ຈີນ​ ກ່ຽວ​ກັບ ​ບັນ​ຫາ​ຊາຍ​ແດນ ​​ຈີນ-ອິນ​ເດຍ​

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໂຄ​ສົກ​ກະ​ຊວງ​ ການ​ຕ່າງ​ປະ​ເທດ​ຈີນ​ ໄດ້​ປະ​ກາດ​ວ່າ: ອີງ​ຕາມ​ຜົນ ການ​ປຶກ​ສາ​ຫາ​ລື​ ສອງ​ຝ່າຍ, ທ່ານ ວາງ​ຢີ້ ກຳ​ມະ​ການ​ ກົມ​ການ​ເມືອງ​ສູນ​ກາງ​ພັກ ​ກອມ​ມູ​ນິດ​ຈີນ ຫົວ​ໜ້າ​ຫ້ອງ​ການ​ວຽກ​ງານ​ຕ່າງ​ປະ​ເທດ ​ຂອງ​ສູນ​ກາງ​ຈີນ ທັງ​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ຈີນ​ ກ່ຽວ​ກັບ ​ບັນ​ຫາ​ຊາຍ​ແດນ ​​ຈີນ-ອິນ​ເດຍ​ ຈະ​ຮ່ວມ​ກັບ​ທ່ານ ອາ​ຈິດ ຄູ​ມາ ໂດ​ວານ ​ຜູ້​ຕາງ​ໜ້າ​ພິ​ເສດ​ຝ່າຍ​ອິນ​ເດຍ ​ທັງ​ເປັນທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ອິນ​ເດຍ ຈັດ​ການ​ພົບ​ປະເຈ​ລະ​ຈາ​ ຂອງ​ຜູ້​ຕາງ​ໜ້າ​ພິ​ເສດ​ກ່ຽວ​ກັບ ​ບັນ​ຫາ​ຊາຍ​ແດນ​ຈີນ-ອິນ​ເດຍ ​ຄັ້ງ​ທີ 25 ຢູ່​ນະ​ຄອນ​ຫລວງ​ ປັກ​ກິ່ງ​ຂອງ​ ສປ ຈີນ​ ໃນ​ວັນ​ທີ 25 ສິງ​ຫາ​ນີ້./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL