ຫາລືກຽມຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ເເລກປ່ຽນຄຳເຫັນ, ສ້າງຄວາມ ເປັນເອກະພາບໃນທາງປະຕິບັດ ຈາກຂະເເໜງການທີ່ກ່ຽວຂ້ອງໃນ ຂັ້ນສູນກາງ ເພື່ອເປັນຂໍ້ມູນພື້ນຖານ ໃຫ້ຄະນະຮັບຜິດຊອບນໍາໄປປັບປຸງ ເພື່ອເຮັດໃຫ້ການກະກຽມວຽກງານ ດັ່ງກ່າວ ໄດ້ຮັບໝາກຜົນທີ່ດີຂຶ້ນ ກວ່າເກົ່າ, ທັງເປັນການຢັ້ງຢືນ ແລະ ຮັບປະກັນຕໍ່ເນື້ອໃນທີ່ສໍາຄັນ ຂອງຮ່າງແຜນປະຕິບັດງານແຫ່ງ ຊາດ ທີ່ໄດ້ກໍານົດອອກເປັນບັນດາ ແຜນງານ, ໂຄງການ, ກິດຈະກໍາ ແລະ ງົບປະມານທີ່ຈະສັງລວມ ເຂົ້າໃນການຈັດຕັ້ງປະຕິບັດຢູ່ຂັ້ນ ຄອບຄົວ, ບ້ານ, ເມືອງທຸກຍາກທີ່ ເປັນເປົ້າໝາຍຂອງການປະຕິບັດ ວາລະແຫ່ງຊາດ. ໃນກອງປະຊຸມ, ທ່ານ ວົງສະຫວັນ ວົງໄກສອນ ຮອງຫົວໜ້າກົມພັດທະ ນາຊົນນະບົດ ແລະ ຫລຸດຜ່ອນ ຄວາມທຸກຍາກ, ຕາງໜ້າໃຫ້ກອງ ເລຂາຄະນະຊ່ວຍວຽກຂັ້ນສູນກາງ ນໍາສະເໜີກ່ຽວກັບສະພາບລວມ ຂອງການກະກຽມຮ່າງແຜນປະຕິ ບັດງານແຫ່ງຊາດ ແລະ ຮ່າງມະຕິ ລັດຖະບານວ່າດ້ວຍການແບ່ງຄວາມ ຮັບຜິດຊອບໃນການຈັດຕັ້ງປະຕິບັດ ມະຕິສະພາແຫ່ງຊາດ ວ່າດ້ວຍການ ພັດທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກ ໂດຍເນັ້ນໃຫ້ເຫັນ ພາບລວມຂອງການກຳນົດທິດ ທາງ, ຈຸດປະສົງ, ແຜນງານ, ໂຄງ ການ, ກິດຈະກຳ ແລະ ມາດຕະ ການຈັດຕັ້ງປະຕິບັດ ເພື່ອເປັນເຄື່ອງ ມື ແລະ ບ່ອນອີງສຳຄັນໃນການຈັດ ຕັ້ງປະຕິບັດວາລະແຫ່ງຊາດ ວ່າ ດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ເອກະພາບ ຮ່າງຄໍາແນະນໍາກ່ຽວກັບການຈັດ ຕັ້ງຜັນຂະຫຍາຍວາລະແຫ່ງຊາດ, ພ້ອມທັງເຜີຍແຜ່-ແນະນໍາໃຫ້ຂະ ແໜງການຂັ້ນສູນກາງ, ແຂວງ ແລະ ເມືອງຮັບຮູ້ ແລະ ພ້ອມກັນນຳໄປຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ. ຜົນຂອງກອງປະຊຸມໃນຄັ້ງນີ້, ຈະເປັນຂໍ້ມູນພື້ນຖານ ໃຫ້ແກ່ລັດຖະບານນຳໄປຜ່ານໃນກອງປະຊຸມສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ໃນທ້າຍປີນີ້ ແລະ ຈະ ໄດ້ເລີ່ມຈັດຕັ້ງປະຕິບັດບັນດາໂຄງການຈຸດສຸມໃນຕົ້ນ ປີ 2027 ບົນພື້ນຖານການຮັບຮອງ ໂດຍກອງປະຊຸມ ສະໄໝສາມັນເທື່ອ 2 ຂອງສະພາແຫ່ງຊາດ ຊຸດທີ X ຈົນເຖິງປີ 2030, ພ້ອມກັນນັ້ນ, ກໍຈະໄດ້ຈັດຕັ້ງການ ສະຫລຸບ, ຖອດຖອນບົດຮຽນ ແລະ ປະເມີນຜົນຂອງ ການຈັດຕັ້ງປະຕິບັດໃນທ້າຍສະໄໝຂອງການປະຕິບັດ ວາລະແຫ່ງຊາດ. ຂໍ້ມູນ-ພາບ: ຂ່າວສານກະສິກຳ
