ຫາລື ຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫຼືອ ຢູ່ ສປປ ລາວ

25/08/2026 11:40
Email Print 83
KPL - Asean 2024 ກອງປະຊຸມຄະນະຊີ້ນຳ ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ ເພື່ອ ສະຫລຸບຕີລາຄາການຈັດຕັ້ງປະຕິ ບັດໂຄງການ 6 ເດືອນຕົ້ນປີ 2026 ແລະ ແຜນ 6 ເດືອນທ້າຍປີ 2026, ພ້ອມທັງປຶກສາຫາລືໃນການຄຸ້ມ ຄອງມົນລະພິດ ແລະ ສິ່ງເສດ ເຫລືອ, ຂໍ້ສະດວກ ແລະ ສິ່ງທ້າ ທາຍ, ການປະສານງານຂອງແຕ່ ລະພາກສ່ວນ ເພື່ອເຮັດໃຫ້ການ ຈັດຕັ້ງປະຕິບັດໂຄງການສາມາດ ດໍາເນີນໄປມີປະ ສິດທິພາບ, ສຳເລັດ ຕາມກໍານົດເວລາ ແລະ ບັນລຸຕາມ ຄາດໝາຍທີ່ວາງໄວ້. ກອງປະຊຸມ ດັ່ງກ່າວຈັດຂຶ້ນເມື່ອບໍ່ດົນຜ່ານມາ,

ໂດຍການເປັນປະທານຂອງທ່ານ ເດດສົງຄາມ ທຳມະວົງ ຮອງລັດ ຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະ ກຳມະການປົກຄອງນະຄອນຫລວງ ວຽງຈັນ, ພ້ອມດ້ວຍພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໂຄງການຄຸ້ມຄອງມົນລະພິດ ແລະ ສິ່ງເສດເຫລືອຢູ່ ສປປ ລາວ (PWMP), ມີໄລຍະຈັດຕັ້ງປະຕິ ບັດໂຄງການ 6 ປີ ແຕ່ປີ 2025- 2031 ໂດຍມີກະຊວງໂຍທາທິການ ແລະ ຂົນສົ່ງ ກັບ ກະຊວງກະສິກຳ ແລະ ສີ່ງແວດລ້ອມ ເປັນຜູ້ຈັດຕັ້ງປະຕິບັດໂຄງການ. ໂຄງການດັ່ງກ່າວ, ເປັນໜຶ່ງ ໃນໂຄງການປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ແຜນພັດທະນາ 5 ປີ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຶ່ງໄດ້ວາງເປົ້າໝາຍກໍ່ສ້າງ ແລະ ປັບປຸງພື້ນຖານໂຄງລ່າງດ້ານການຄຸ້ມຄອງສິ່ງ ເສດເຫລືອ ແລະ ສະໜາມຂີ້ເຫຍື້ອທີ່ໄດ້ມາດຕະຖານ ແລະ ເປັນມິດກັບສິ່ງແວດລ້ອມ, ເປົ້າໝາຍຂອງໂຄງການ ແມ່ນສອດຄ່ອງກັບແຜນດຳເນີນງານແຫ່ງຊາດ ກ່ຽວກັບ ການຄຸ້ມຄອງປລາສຕິກ (2024-2030) ຊຶ່ງໄດ້ວາງ ເປົ້າໝາຍຫລຸດຜ່ອນປະລິມານຂີ້ເຫຍື້ອປລາສຕິກ, ພ້ອມທັງຍຸດທະສາດ ແລະ ແຜນດໍາເນີນງານການ ຄຸ້ມຄອງຂີ້ເຫຍື້ອແບບຍືນຍົງຂອງນະຄອນຫລວງ ວຽງຈັນ (2021-2030) ແລະ ແຜນພັດທະນາຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ເປັນແຕ່ລະໄລຍະ. ໂຄງການດັ່ງກ່າວ, ຈະຊ່ວຍເພີ່ມທະວີຄວາມເຂັ້ມແຂງໃນ ການຈັດການ-ຄຸ້ມຄອງສິ່ງເສດເຫລືອ ແລະ ມົນລະພິດ, ທັງ ເປັນການວາງຮາກຖານດ້ານພື້ນຖານໂຄງລ່າງການຄຸ້ມຄອງ ສິ່ງເສດເຫລືອ, ລະບຽບການ-ມາດຕະການ ແລະ ການດໍາເນີນ ການປັບປຸງການຈັດການສິ່ງເສດເຫລືອໄປສູ່ການຄຸ້ມຄອງທີ່ ນຳໃຊ້ລະບົບເຕັກໂນໂລຊີທີ່ທັນສະໄໝ ເພື່ອຍົກລະດັບການ ຕິດຕາມ, ການເຂົ້າເຖິງບໍລິການຈັດເກັບຂີ້ເຫຍື້ອ ແລະ ການເພີ່ມ ຂີດຄວາມສາມາດໃນການກຸ້ມຕົນເອງດ້ານງົບປະມານ-ການ ເງິນຂອງໜ່ວຍງານຄຸ້ມຄອງສິ່ງເສດເຫລືອໄດ້ຮັບປະສິດທິພາບ ແລະ ປະສິດທິຜົນ. ທັງໝົດນີ້, ກໍເພື່ອເຮັດໃຫ້ຕົວເມືອງຂອງ ນະຄອນຫລວງວຽງຈັນ ມີຄວາມໜ້າຢູ່ມີຄວາມສະອາດ ແລະ ສວຍງາມ.

KPL