ຮັກສາການແທນປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ຜູ້ປະສົບໄພນໍ້າຖ້ວມ ຢູ່ 2 ເມືອງຂອງແຂວງຄຳມ່ວນ

25/08/2026 10:08
Email Print 83
KPL - Asean 2024 ເມ່ືອບ່ໍດົນມານ້ີ, ທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ, ທ່ານ ໄຊຊະນະ ໂຄດພູທອນ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຄຳມ່ວນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫລືອໃຫ້ປະຊາຊົນຜູ້ປະສົບໄພນ້ຳຖ້ວມຢູ່ເຂດ ບ້ານນາພອກເທີງ ເມືອງເຊບັ້ງໄຟ ແລະ ຕາແສງຕານເທີງ ເມືອງໜອງບົກ ແຂວງຄຳມ່ວນ ໃນວັນທີ 22 ສິງຫາ 2026 ຜ່ານມາ.

     ຂປລ. ທ່ານ ສຸລິນ ພົມມະໄຊ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງໜອງບົກ ໄດ້ລາຍງານວ່າ: ເມືອງໜອງບົກ ກໍແມ່ນເມືອງໜຶ່ງທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກໄພພິບັດນໍ້າຖ້ວມ ຊຶ່ງສະພາບນໍ້າທີ່ໄຫລເຂົ້າຖ້ວມທ່ີຢູ່ອາໄສ ແລະ ເນື້ອທີ່ທຳການຜະລິດຂອງພໍ່ແມ່ປະຊາຊົນເນ່ືອງຈາກປະລິມານນໍ້າທີ່ໄຫລມາຈາກທາງເໜືອ ແລະ ນໍ້າເຊບັ້ງໄຟ ຍັງຢູ່ໃນເຂດອັນຕະລາຍ. ບ້ານທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມຄັ້ງນ້ີ 34 ບ້ານ, ພົນລະເມືອງ 36.117 ຄົນ ແລະ 6.729 ຄອບຄົວ ໄດ້ຮັບຜົນກະທົບ. ດ້ານພື້ນຖານໂຄງລ່າງເສັ້ນທາງຫລາຍຈຸດຖືກນໍ້າຖ້ວມບໍ່ສາມາດສັນຈອນໄປ-ມາໄດ້ ແລະ ຍັງມີເສັ້ນທາງອື່ນໆ ທີ່ໄດ້ຮັບຄວາມຫຍຸ້ງຍາກໃນການສັນຈອນ.

     ປັດຈຸບັນເສ້ັນທາງຖືກນ້ໍາຖ້ວມບ່ໍສາມາດທຽວໄປ-ມາໄດ້ 21 ເສັ້ນ (ທາງຂາດເປ່ເພ 6 ຈຸດ: ທາງບ້ານ ດົງກະສິນ, ນ້ໍາພຸ, ດົງສະຫງໍາ, ຫາດຊາຍຟອງ, ຫາດຊຽງດີ ແລະ ຕານເທິງ) ລວມຄວາມຍາວ 40.350 ແມັດ, ຂົວຖືກນໍ້າຖ້ວມ 5 ແຫ່ງ, ຕາຝັ່ງນໍ້າຂອງ, ນໍ້າເຊເຊາະ ເຈື່ອນ 3 ຈຸດ (ຕົວເລກສະສົມ), ຄອງຊົນລະປະທານຫລາຍຈຸດໄດ້ຖືກນໍ້າຖ້ວມ 117 ເສັ້ນ (ຄອງດິນ) ຍາວ 66.202 ແມັດ, ຄອງດິນຈ່ 66.115 ແມັດ, ຝາຍນ້ໍາ 2 ຈຸດ ແລະ ປະຕູນໍ້າ 5 ແຫ່ງ ໂຮງຮຽນຖືກນໍ້າຖ້ວມ 11 ແຫ່ງ, ວັດ 21 ແຫ່ງ, ລະບົບສາທາລະນະສຸກ (ວິດຖ່າຍ ຈໍານວນ 1.171 ຄົວເຮືອນ ແລະ ນ້ໍາບາດານ 1.708 ໜ່ວຍບ່ໍສາມາດນໍາໃຊ້ໄດ້ (ຕົວເລກສະສົມແຕ່ວັນທີ  9 ຫາ 20 ສິງຫາ 2026). ສະເພາະຕາແສງຕານເທີງ ມີ 11 ບ້ານ, ມີ 1.736 ຄອບຄົວ, ຄອບຄົວທີ່ຖືກນ້ຳຖ້ວມ ມີ 902 ຄອບຄົວ, ມີເນື້ອ ທ່ີນາຖືກຖ້ວມ 3.318 ເຮັກຕາ ແລະ ພົນລະເມືອງ 3.790 ຄົນ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ.

ໂອກາດນ້ີ, ທ່ານ ນາງ ສູນທອນ ໄຊຍະຈັກ ຍັງໄດ້ນໍາເອົາເຄື່ອງອຸປະໂພກ-ບໍລິໂພກ ແລະ ປັດໄຈຈຳນວນໜຶ່ງມອບໃຫ້ແກ່ເມືອງເຊບັ້ງໄຟ ແລະ ຕາແສງຕານເທີງ ເມືອງໜອງບົກ ພ້ອມທັງກ່າວໃຫ້ກຳລັງໃຈແກ່ປະຊາຊົນຜູ້ປະສົບໄພພິບັດໃນຄັ້ງ ນີ້ດ້ວຍ. 

KPL