ຫລາຍພາກສ່ວນສືບຕໍ່ມອບເງິນຊ່ວຍເຫລືອ ແກ້ໄຂຜົນກະທົບຈາກໄພພິບັດທາງທຳມະຊາດ
ຂປລ. ຕາງໜ້າຮັບໂດຍທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຮອງປະທານ, ຜູ້ປະຈຳການຄະນະກຳມະ ການຄຸ້ມຄອງໄພພິບັດສູນກາງໂດຍ ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
![]()
ບັນດາພາກສ່ວນທີ່ນຳເງິນມາມອບຊ່ວຍເຫລືອໃນຄັ້ງນີ້ ປະກອບມີ: ກຸ່ມບໍລິສັດ ຈະເລີນເຊກອງ ພະລັງງານຈຳກັດ, ທະນາຄານສົ່ງເສີມກະສິກຳ ຈຳກັດ, ບໍລິສັດ ຮຸ້ນສ່ວນລົງທຶນ ແລະ ພັດທະນາພະລັງງານ ຫວຽດ- ລາວ ພາກສ່ວນລະ 5 ຕ້ືກີບ ແລະກຸ່ມບໍລິສັດໂຊກໄຊ ຈຳກັດ ຈຳນວນ 4 ຕື້ກີບ, ລວມທັງໝົດ 19 ຕື້ກີບ.
![]()
ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ໄດ້ກ່າວສະແດງຄວາມຂອບໃຈຕໍ່ບັນດາບໍລິສັດທີ່ໄດ້ໃຫ້ການຊ່ວຍເຫລືອລັດຖະບານ ກໍຄື ປະຊາຊົນລາວ ທັງໄລຍະຜ່ານມາ ແລະ ປັດຈຸບັນ ຊ່ຶງການຊ່ວຍເຫລືອດ່ັງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງສະພາບການຕົວຈິງໃນປັດຈຸບັນ, ເປັນການເສຍສະລະເພື່ອປະກອບສ່ວນເຂ້ົາໃນການແກ້ໄຂຜົນກະທົບ ແລະ ຟື້ນຟູຊີວິດການເປັນຢູ່ຂອງຜູ້ທີ່ປະສົບ ໄພທໍາມະຊາດໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ, ພ້ອມທັງຢືນຢັນວ່າຈະຊີ້ນຳພາກສ່ວນກ່ຽວຂ້ອງ ເພື່ອເອົາການຊ່ວຍເຫລືອດັ່ງກ່າວ ໄປນຳໃຊ້ດ້ວຍຄວາມໂປ່ງໃສ, ຖືກຕ້ອງ ແລະ ຖືກເປົ້າໝາຍຢ່າງແທ້ຈິງ.
ຂໍ້ມູນ-ພາບ: ຫສນຍ
