ປະກາດຕາແສງແກ້ງກະເບົາ ເມືອງໄຊບູລີ

28/07/2026 00:57
Email Print 83
KPL - Asean 2024 ຂປລ. ແຫລ່ງຂ່າວຈາກ ແຂວງສະຫວັນນະເຂດ ໃຫ້ຮູ້ ວ່າ: ພິທີປະກາດຕາແສງ ແກ້ງ ກະເບົາ ບ້ານແກ້ງກະເບົາ ເມືອງ ໄຊບູລີ ແຂວງສະຫວັນນະເຂດ ຈັດຂຶ້ນເມື່ອມໍ່ໆມານີ້ ໂດຍມີທ່ານ ທອງໃສ ໄຊຍະວົງຄໍາດີ ຮອງ ປະທານຄະນະກໍາມະການປົກ ຄອງແຂວງສະຫວັນນະເຂດ, ທ່ານ ສາລີ ວິນລາວັນ ປະທານແນວ ລາວສ້າງຊາດແຂວງ ພ້ອມດ້ວຍ ພະນັກງານ-ລັດຖະກອນ, ປກຊ- ປກສ, ປະຊາຊົນພາຍໃນບ້ານ ແກ້ງ ກະເບົາ ແລະ ບ້ານອ້ອມຂ້າງເຂົ້າ ຮ່ວມ.

ທ່ານ ຄາລາໂຊ ຫລຸຍບົວທອງ ເລຂາຄະນະບໍລິຫານງານພັກເມືອງໄຊບູລີ ໄດ້ກ່າວວ່າ: ການສ້າງຕັ້ງຕາ ແສງ ແມ່ນການບູລະນະລະບົບການ ເມືອງຢູ່ຂັ້ນທ້ອງຖິ່ນຮາກຖານ ໃຫ້ ໜັກແໜ້ນເຂັ້ມແຂງ, ເປັນເຈົ້າການ ປະຕິບັດແນວທາງນະໂຍບາຍຂອງ ພັກ ແລະ ແຜນພັດທະນາເສດຖະກິດ- ສັງຄົມໃນແຕ່ລະໄລຍະ ແນໃສ່ເພື່ອ ນຳພາການຈັດຕັ້ງຂັ້ນບ້ານໃຫ້ມີ ຄວາມເຂັ້ມແຂງໜັກແໜ້ນໃນການ ຄຸ້ມຄອງ-ບໍລິຫານ, ປົກປັກຮັກສາ ແລະ ສ້າງສາພັດທະນາແຕ່ລະ ບ້ານຕາມທ່າແຮງບົ່ມຊ້ອນຕົວ ຈິງ ຫັນເອົາການບໍລິການຕ່າງໆ ຂອງລັດມາຮັບໃຊ້ປະຊາຊົນໃຫ້ ວ່ອງໄວ ແລະ ສະດວກສະບາຍ ກວ່າເກົ່າ ໂດຍສະເພາະກຸ່ມບ້ານ ແກ້ງກະເບົາ ທີ່ມີຈຸດພິເສດທີ່ຕັ້ງ ແລະ ທ່າແຮງບົ່ມຊ້ອນທີ່ເປັນທ່າ ແຮງຫລາຍດ້ານ, ພາຍຫລັງທີ່ໄດ້ ຮັບການສ້າງຕັ້ງຕາແສງແລ້ວ ຈະ ເຮັດໃຫ້ສາມາດໝູນໃຊ້ທ່າແຮງ ເຫລົ່ານັ້ນ ມາປະກອບສ່ວນສ້າງສາ ພັດທະນາບັນດາບ້ານ ແລະ ສ້າງ ຄວາມຢູ່ດີກິນດີໃຫ້ພ່ໍແມ່ປະຊາຊົນ ໃຫ້ດີຂຶ້ນກວ່າ.

ທ່ານ ພູເງິນ ຈັນທະສອນ ປະ ທານຄະນະກໍາມະການປົກຄອງ ເມືອງ ໄດ້ລາຍງານວ່າ: ຕາແສງ ແກ້ງກະເບົາ ເປັນຕາແສງໜຶ່ງ ທີ່ນອນຢູ່ໃນ 4 ຕາແສງ ຂອງເມືອງ ໄຊບູລີ, ມີສໍານັກງານຕັ້ງຢູ່ບ້ານ ແກ້ງກະເບົາ (ຫ້ອງການປົກຄອງ ເມືອງຫລັງເກົ່າ) ຫ່າງຈາກສໍານັກ ງານປົກຄອງເມືອງໄຊບູລີ ປະມານ 48 ກິໂລແມັດ ຕັ້ງຢູ່ທາງທິດຕາເວັນ ຕົກຂອງເມືອງ, ມີເສັ້ນທາງເລກ 09 ແລະ ເລກທີ 11 A ຜ່ານ ມີ ຊາຍແດນຕິດຈອດກັບບັນດາບ້ານ ແລະ ຊາຍແດນຕ່າງໆ, ມີເນື້ອທ່ ປະມານ 31.876 ກິໂລຕາແມັດ, ທົ່ວຕາແສງ ແກ້ງກະເບົາ ປະກອບ ມີ 13 ບ້ານຂ້ຶນກັບ ຄື: ບ້ານແກ້ງ ກະເບົາ, ບ້ານສີວິໄລ, ບ້ານທ່າຄໍ້, ບ້ານນາສັງ, ບ້ານບົວໄຂ, ບ້ານ ປາກເຊບັ້ງໄຟ, ບ້ານທ່າຂາມ, ບ້ານ ຄຳໂນນສູງ, ບ້ານດົງພຸງ, ບ້ານ ໜອງສະພັງ, ບ້ານຜັກຂະຍ່າ, ບ້ານນາເທິງ ແລະ ບ້ານສະຫວ່າງ, ມີ ພົນລະເມືອງ 18.457 ຄົນ, ຍິງ 9.384 ຄົນ, ມີ 3.477ຄອບຄົວ, ມີ 3.530 ຫລັງຄາເຮືອນ, ມີ 196 ໜ່ວຍ, ພົນລະເມືອງແບ່ງຕາມເຜົ່າ: ເຜົ່າລາວ 18.100 ຄົນ, ຍິງ 9.200 ຄົນ, ກວມເອົາ 98,06%, ເຜົ່າຜ້ ໄທ 357 ຄົນ, ຍິງ 184 ຄົນ, ກວມ ເອົາ 1,9%, ອາຊີບສ່ວນໃຫຍ່ແມ່ນ ກະສິກອນ ເຮັດສວນ, ປູກຝັງ ແລະ ລ້ຽງສັດ ກວມເອົາ 95%.

ໃນພິທີ ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກເມືອງ ວ່າດ້ວຍ ການບົ່ງຕົວແຕ່ງຕັ້ງຄະນະບໍລິຫານ ງານພັກຮາກຖານແກ້ງກະເບົາ ແລະ  ຜ່ານຂໍ້ຕົກລົງຂອງຄະນະກໍາມະ ການປົກຄອງເມືອງ ວ່າດ້ວຍການ ແຕ່ງຕັ້ງປະທານ ແລະ ຮອງປະທານ ຄະນະກໍາມະການປົກຄອງຕາແສງ ແກ້ງກະເບົາ ໂດຍຕົກລົງແຕ່ງຕັ້ງ ທ່ານ ສອນລະສິນ ຄົມທິລາດ ເປັນ ປະທານ, ທ່ານ ວົງພະຈັນ ຊາມຸນຕີ ແລະ ທ່ານ ວັນນະສິນ ອິນທາ ນຸວົງ ເປັນຮອງປະທານ. 

ພ້ອມນີ້, ທ່ານ ທອງໃສ ໄຊຍະ ວົງຄໍາດີ ໄດ້ມອບງົບປະມານ ແລະ ອຸປະກອນຮັບໃຊ້ຈໍານວນໜຶ່ງໃຫ້ ກັບຕາແສງແກ້ງກະເບົາ 91 ລ້ານ ກີບຕື່ມອີກ.

KPL