ຂົງເຂດການຜະລິດຂັ້ນສູງຂອງສປ ຈີນ ສ້າງຜົນງານທີ່ໂດດເດັ່ນ

27/07/2026 10:05
Email Print 83
KPL - Asean 2024 ປະລິມານ ຂອງເຄື່ອງພິມ 3 ມິຕິລະດັບຜູ້ບໍລິໂພກ ທີ່ຜະລິດໃນປະເທດຈີນ ໄດ້ເພີ່ມຂຶ້ນ 48,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ, ການສົ່ງອອກ ລະຫວ່າງ ເດືອນມັງກອນ ຫາ ເດືອນພຶດສະພາ ໄດ້ເພີ່ມຂຶ້ນຢ່າງສູງ ດ້ວຍລະດັບ 90%.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ປະລິມານ ຂອງເຄື່ອງພິມ 3 ມິຕິລະດັບຜູ້ບໍລິໂພກ ທີ່ຜະລິດໃນປະເທດຈີນ ໄດ້ເພີ່ມຂຶ້ນ 48,5% ເມື່ອທຽບໃສ່ ໄລຍະດຽວກັນຂອງປີຜ່ານມາ, ການສົ່ງອອກ ລະຫວ່າງ ເດືອນມັງກອນ ຫາ ເດືອນພຶດສະພາ ໄດ້ເພີ່ມຂຶ້ນຢ່າງສູງ ດ້ວຍລະດັບ 90%. ປັດຈຸບັນ, ສປ ຈີນ ກວມເອົາສ່ວນແບ່ງ ໃນຕະຫລາດເຄື່ອງພິມ 3 ມິຕິຂອງໂລກເຖິງ 90%. ໂດຍອາໄສຕ່ອງໂສ້ເອເລັກໂຕຣນິກ ທີ່ຄົບຖ້ວນຂອງນະຄອນເຊິນເຈິ້ນ ແລະ ໜ້າຈໍຄວາມລະອຽດສູງ 16K ເຮັດໃຫ້ຕົ້ນທຶນດ້ານອຸປະກອນຫລຸດລົງ ຢ່າງຫລວງຫລາຍ, ຂະນະທີ່ ການນໍາໃຊ້ປັນຍາປະດິດ ຫຼື AI ເຂົ້າໃນການສ້າງແບບຈຳ ລອງ ໄດ້ຊ່ວຍຫລຸດຜ່ອນ ອຸປະສັກໃນການໃຊ້ງານ ເຮັດໃຫ້ບໍລິສັດຕ່າງໆ ມີການສັ່ງຊື້ລ່ວງໜ້າເຕັມຕະຫລອດປີແລ້ວ.ນອກນີ້, ສູນປະ ມວນຜົນ AI ໄດ້ເຮັດໃຫ້ເກີດຄວາມຕ້ອງການໄຟຟ້າສຳຮອງ ຢ່າງມະຫາສານ, ໃບສັ່ງຊື້ ຂອງບໍລິສັດແບດເຕີຣີ ລີທຽມໃນ 6 ເດືອນທຳອິດຂອງປີນີ້ ໄດ້ເພີ່ມຂຶ້ນ 30 ເທົ່າ, ຂະນະທີ່  ການຜະລິດໄດ້ເພີ່ມຂຶ້ນ 39,3% ແລະ ປະລິມານການຈັດສົ່ງແບດເຕີຣີກັກເກັບພະລັງງານໄດ້ເພີ່ມຂຶ້ນຫລາຍກວ່າ 80%./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL