ເຜີຍແຜ່ນິຕິກຳຄຸ້ມຄອງ ແລະ ສົ່ງເສີມນັກຄົ້ນຄວ້າວິທະຍາສາດ
ຂປລ. ໂດຍການເປັນປະທານຂອງ ທ່ານ ທອງສະລິດ ມັງໜໍ່ເມກ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ມີ ທ່ານ ແກ້ວອຸທອນ ລຸນແສງຈັນ ຫົວໜ້າຫ້ອງການສະພາວິທະຍາສາດແຫ່ງຊາດ, ມີຄະນະສະພາບໍລິຫານກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ສະ ຖາບັນວິທະຍາສາດເສດຖະກິດ- ສັງຄົມແຫ່ງຊາດ, ຈາກກອງທຶນພັດທະນາວິທະຍາສາດ ແລະ ເຕັກໂນໂລຊີ, ຜູ້ຮັບຜິດຊອບວຽກງານຄົ້ນຄວ້າວິທະຍາສາດ, ພະແນກສຶກສາທິການ ແລະ ກິລາ ແຂວງໄຊສົມບູນ, ບໍລິຄໍາໄຊ ແລະ ແຂວງວຽງຈັນ, ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ບັນດາກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ທອງສະລິດ ມັງໜໍ່ເມກ ໄດ້ມີຄໍາເຫັນວ່າ: ກອງປະຊຸມທີ່ມີຄວາມໝາຍຄວາມສຳຄັນໃນຄ້ັງນີ້ ແມ່ນກອງປະຊຸມເຜີຍແຜ່ນິຕິກໍາ, ທາບທາມ ແລະ ປະກອບຄໍາເຫັນ ໃສ່ເອກະສານສໍາຄັນ ເຊັ່ນ: ດຳລັດວ່າດ້ວຍນັກຄົ້ນຄວ້າວິທະຍາສາດ; (ຮ່າງ) ຄໍາແນະນໍາການໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດ; ຄຳແນະນໍາວ່າດ້ວຍການສະໜັບສະໜູນສ້າງຄວາມເຂັ້ມແຂງດ້ານວິທະຍາສາດ ເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອໃຫ້ຜູ້ເຂົ້າຮ່ວມຍົກສູງຄວາມຮັບຜິດຊອບ, ສຸມສະຕິປັນຍາ, ເອົາໃຈໃສ່ຄົ້ນຄວ້າປະກອບຄໍາເຫັນໃສ່ຮ່າງຄຳແນະນຳການ ໃຫ້ນາມມະຍົດນັກຄົ້ນຄວ້າວິທະຍາສາດ ແລະ ລາງວັນວິທະຍາສາດຊຶ່ງມີບາງຂໍ້ເຈາະຈີ້ມເຊັ່ນ: ໂຄງປະກອບຂອງຮ່າງຄໍາແນະນໍາ, ການຮັບຮອງນາມມະຍົດ ແລະ ການມອບລາງວັນ, ການກຳນົດເນື້ອໃນທີ່ມີ ແລະ ຄວນຕັດ ຫລື ເພີ່ມຕື່ມເນື້ອໃນດ້ານໃດ ແລະ ການກຳນົດເງິນນະໂຍບາຍຕໍ່ຜູ້ໄດ້ຮັບນາມມະຍົດ ແລະ ລາງວັນ. ທັງນີ້, ກໍເພື່ອເຮັດໃຫ້ເອກະສານສະບັບນີ້ ມີຄວາມສົມບູນ, ຮັດກຸມ, ສາມາດນຳໄປຈັດຕັ້ງປະຕິບັດໄດ້ຈິງ, ເປັນບ່ອນອີງທີ່ສັກສິດ ແລະ ສາມາດແກ້ໄຂ ຈຸດອ່ອນໃນໄລຍະຜ່ານມາ, ພ້ອມທັງສ້າງແຮງຈູງໃຈອັນມະຫາສານ ໃຫ້ແກ່ນັກຄົ້ນຄວ້າຮຸ່ນໃໝ່ໄດ້ສຸມສະຕິປັນຍາເຂົ້າໃນການສ້າງຜົນງານການຄົ້ນຄວ້າວິທະຍາສາດໃຫ້ເພີ່ມຂຶ້ນເລື້ອຍໆ.ແລະ ສາມາດຮັບຮອງພ້ອມທັງຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນສູງສຸດ; ຮຽກຮ້ອງມາຍັງບັນດາ ຜູ້ຕາງໜ້າຈາກກະຊວງ, ກົມ, ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ ພາຍຫລັງສິ້ນສຸດກອງປະຊຸມນີ້ແລ້ວ ຈົ່ງໄດ້ນໍາເອົາເນື້ອໃນຈິດໃຈ, ດໍາລັດ ແລະ ຄໍາແນະນໍາ ທີ່ໄດ້ຮັບຟັງການເຜີຍແຜ່ໃນວັນນ້ີ ໄປຜັນຂະຫຍາຍ, ເຜີຍແຜ່ ແລະ ສ້າງຄວາມຮັບຮູ້ໃຫ້ແກ່ບຸກຄະລາກອນ, ຄູອາຈານ ແລະ ນັກຄົ້ນຄວ້າ ທີ່ຂຶ້ນກັບພາກສ່ວນຂອງຕົນ ຢ່າງທົ່ວເຖິງ ແລະ ເລິກເຊິ່ງ ເພື່ອໃຫ້ທຸກຄົນໄດ້ເຂົ້າໃຈສິດ, ໜ້າທີ່, ພັນທະ ແລະ ກົນໄກການຄຸ້ມຄອງຢ່າງຖືກຕ້ອງ; ຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງຮ່ວມແຮງຮ່ວມໃຈກັນ ສ້າງບັນຍາກາດການຄົ້ນຄວ້າວິທະຍາສາດ ໃຫ້ມີຄວາມຟົດຟື້ນ, ຊຸກຍູ້ການ ຮ່ວມມືລະຫວ່າງຂະແໜງການ, ລະຫວ່າງພາກລັດ ແລະ ພາກເອກະຊົນ ເພື່ອຫັນຜົນງານການຄົ້ນຄວ້າວິທະຍາສາດ ໃຫ້ກາຍເປັນນະວັດຕະກຳ ທີ່ສາມາດຕອບສະໜອງໃຫ້ແກ່ການພັດທະນາປະເທດຊາດຢ່າງຍືນຍົງ.
ຂ່າວ-ພາບ: ບົວລະພາ
