ຊາວໜຸ່ມອາຊຽນ ທັດສະນະສຶກສາການປະຕິບັດປະຊາທິປະໄຕປະຊາຊົນທົ່ວຂັ້ນຕອນ ຢູ່ເຂດກວາງຊີ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ຊາວໜຸ່ມ ຫລາຍກວ່າ 90 ຄົນ ທີ່ມາຈາກ ປະເທດ ສະມາຊິກອາຊຽນ ໄດ້ໄປທັດສະນະສຶກສາ ຢູ່ຫໍສະພາປະຊາຊົນເຂດກວາງຊີ ເພື່ອສຳຜັດກ່ຽວກັບ ການປະຕິບັດ ປະຊາທິປະໄຕ ປະຊາຊົນທົ່ວ ຂັ້ນຕອນຢູ່ເຂດກວາງຊີ ຂອງ ສປ ຈີນ. ຜ່ານການທັດສະນະສຶກສາ ຢູ່ສະຖານທີ່ດັ່ງກ່າວ, ຊາວໜຸ່ມອາຊຽນ ໄດ້ເຂົ້າໃຈກ່ຽວກັບກົນໄກ ໃນການດຳເນີນງານຂອງລະບອບສະພາປະຊາຊົນ ຢ່າງເລິກເຊິ່ງ, ແລະສຳຜັດກັບການປະຕິບັດຕົວຈິງ ຂອງປະຊາຊົນ ບັນດາເຜົ່າໃນເຂດກວາງຊີ ທີ່ເປັນເຈົ້າຕົນເອງ ຢ່າງແທ້ຈິງ.ກິດຈະກຳເທື່ອນີ້ ໂດຍຖືເອົາການທັດສະນະສຶກສາ ຂອງຊາວໜຸ່ມເປັນຂົວຕໍ່, ໄດ້ເພີ່ມຄວາມເຂົ້າໃຈ ຕໍ່ປະຊາທິປະໄຕແບບຈີນ ໃຫ້ແກ່ ຊາວໜຸ່ມອາຊຽນ ຕື່ມອີກ, ຊຸກຍູ້ຄວາມສຳພັນລະຫວ່າງ ປະຊາຊົນ ແລະ ຄວາມເຂົ້າໃຈ ເຊິ່ງກັນແລະກັນ ລະຫວ່າງ ສປ ຈີນ ແລະ ອາຊຽນ./.
(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
