ອຸດສາຫະກໍາພະລັງງານໃໝ່ຂອງ ສປ ຈີນ ໄດ້ບັນລຸການພັດທະນາແບບກ້າວກະໂດດ

27/07/2026 09:37
Email Print 83
KPL - Asean 2024 ໃນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ, ອຸດສາຫະກໍາພະລັງ ງານ ໄດ້ບັນລຸການພັດທະນາ ແບບຄູ່ກັນ ທັງໃນດ້ານການສະໜອງ ຢ່າງປອດໄພ ແລະ ການຫັນປ່ຽນຮູບແບບ ການພັດທະນາ ຕາມທິດສີຂຽວ ແລະ ກາກບອນຕໍ່າ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ແຫລ່ງຂ່າວ ຈາກສະມາຄົມຄົ້ນຄວ້າ ການປະຕິຮູບ ແລະ ການພັດທະນາ ຂອງວິສາຫະກິດຈີນໃຫ້ຮູ້ວ່າ: ບົດລາຍງານກ່ຽວກັບ ສະພາບແວດລ້ອມ ຂອງອຸດສາຫະກໍາພະລັງງານ 2026 ໄດ້ເຜີຍແຜ່ ຢ່າງເປັນທາງການ. ບົດລາຍງານສະແດງໃຫ້ເຫັນວ່າ: ໃນໄລຍະຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 14 ຂອງ ສປ ຈີນ, ອຸດສາຫະກໍາພະລັງງານ ໄດ້ບັນລຸການພັດທະນາ ແບບຄູ່ກັນ ທັງໃນດ້ານການສະໜອງ ຢ່າງປອດໄພ ແລະ ການຫັນປ່ຽນຮູບແບບ ການພັດທະນາ ຕາມທິດສີຂຽວ ແລະ ກາກບອນຕໍ່າ. ພ້ອມດຽວກັນນີ້ອຸດສາຫະກໍາພະລັງງານໃໝ່ ໄດ້ບັນລຸການພັດທະນາ ແບບກ້າວກະໂດດ, ສັງເກດໄດ້ຈາກ: ກຳລັງຕິດຕັ້ງໄຟຟ້າພະລັງງານລົມ ແລະ ພະລັງງານແສງຕາເວັນ ໄດ້ເພີ່ມຂຶ້ນຈາກ 530 ລ້ານກິໂລວັດ ໃນປີ 2020 ຂຶ້ນເປັນ 1 ຕື້ກວ່າກິໂລວັດໃນປີ 2025, ຍອດປະລິມານກຳລັງຕິດຕັ້ງ ໄຟຟ້ານິວເຄລຍ ເປັນອັນດັບທີ 1 ຂອງໂລກ, ຂະນະທີ່ກຳລັງຕິດຕັ້ງໄຟຟ້າ ຊີວະພາບ ເປັນອັນດັບທີ 1 ຂອງໂລກເປັນເວລາ 7 ປີລຽນຕິດ.ໃນຕໍ່ໜ້າ, ການພັດທະນາ ອຸດສາຫະກໍາ ພະລັງງານຂອງ ສປ ຈີນ ຈະອອກແຮງຊຸກຍູ້ ການເພີ່ມປະສິດ ທິພາບ ເຊິ່ງກັນແລະກັນ ລະຫວ່າງ ປັນຍາປະດິດ ແລະ ພະລັງງານ ເພື່ອເປັນສິ່ງຄໍ້າປະກັນຢ່າງຮອບດ້ານ ໃຫ້ແກ່ ການສ້າງລະບົບ ພະລັງງານທັນສະໄໝ ຮູບແບບໃໝ່ທີ່ມີຄວາມສະອາດ, ກາກບອນຕໍ່າ, ປອດໄພ ແລະ ມີປະສິດທິພາບສູງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL