ອີໄອເອ ເປີດເຜີຍສາງສຳຮອງນ້ຳມັນດິບຫລຸດລົງ
Email
Print
83
KPL - Asean 2024
ອົງການ ຂໍ້ມູນຂ່າວສານ ດ້ານການພະລັງງານ ຂອງລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງສຳຮອງນ້ຳມັນດິບ ຂອງ ສ.ອາເມລິກາ ຫລຸດລົງ 1,7 ລ້ານຖັງ ໃນອາທິດທີ່ຜ່ານມາ, ຂະນະທີ່ບັນດາ ນັກວິເຄາະ ຄາດການໄວ້ວ່າ ຈະຫລຸດລົງ 1,8 ລ້ານຖັງ.
ຂປລ. ສຳນັກຂ່າວ ອິນໂຟເຄວສ: ອົງການ ຂໍ້ມູນຂ່າວສານ ດ້ານການພະລັງງານ ຂອງລັດຖະບານ ສ.ອາເມລິກາ (EIA) ເປີດເຜີຍວ່າ: ສາງສຳຮອງນ້ຳມັນດິບ ຂອງ ສ.ອາເມລິກາ ຫລຸດລົງ 1,7 ລ້ານຖັງ ໃນອາທິດທີ່ຜ່ານມາ, ຂະນະທີ່ບັນດາ ນັກວິເຄາະ ຄາດການໄວ້ວ່າ ຈະຫລຸດລົງ 1,8 ລ້ານຖັງ.
ນອກຈາກນີ້ ສາງສຳຮອງນ້ຳມັນດິບ ໃນເມືອງ ຄູຊິງ ລັດໂອກລາໂຮມາ ຊຶ່ງເປັນ ຈຸດສົ່ງ-ມອບ ສັນຍານ້ຳມັນດິບລ່ວງໜ້າຂອງສ.ອາເມລິກາ ແມ່ນເພີ່ມຂຶ້ນ 430.000 ຖັງ. ສ່ວນສາງສຳຮອງ ນ້ຳມັນແອັດຊັງ ຫລຸດລົງ 1,5 ລ້ານຖັງ ໃນອາທິດທີ່ຜ່ານມາ. ບັນດາ ນັກວິເຄາະຄາດວ່າ ຈະຫລຸດລົງ 800.000ຖັງ. ສ່ວນສາງສຳຮອງນ້ຳມັນກັ່ນ (ລວມທັງ ນ້ຳມັນ ເຮັດຄວາມຮ້ອນ (Heating Oil) ແລະ ນ້ຳມັນ ກາຊວນ ເພີ່ມຂຶ້ນ 4,5 ລ້ານຖັງ, ໂດຍນັກວິເຄາະ ຄາດວ່າ ຈະເພີ່ມຂຶ້ນພຽງແຕ່ 100.000 ຖັງເທົ່ານັ້ນ./
