ລາວ-ໄທ ຮ່ວມສັງເກດການລ້າຕະເວນທາງນ້ຳ ຄັ້ງທີ 5
ໃນກອງປະຊຸມ ທັງສອງຝ່າຍ ໄດ້ພັດປ່ຽນລາຍງານ, ແລກປ່ຽນ ບົດຮຽນການລາດຕະເວນທາງ ນ້ຳ ຕາມລຳແມ່ນ້ຳຂອງຮ່ວມ ລາວ-ໄທ ໂດຍສະເພາະ ການ ເອກະ ພາບບັນດາເນື້ອໃນຂັ້ນ ຕອນການປະສານງານ ກໍຄື ຂັ້ນ ຕອນແຕ່ລະບາດກ້າວ ໃນການ ລາດຕະເວນທາງນ້ຳເພື່ອແນໃສ່ ຮັບປະກັນໃຫ້ການລາດຕະເວນ ທາງນ້ຳໄດ້ຮັບຜົນສຳເລັດຢ່າງຈົບງາມ ແລະ ຮັບປະກັນໄດ້ຄວາມ ປອດໄພ. ນອກນັ້ນ, ຍັງໄດ້ສະແດງ ໃຫ້ເຫັນເຖິງການພົວພັນຮ່ວມມືທ່ ດີຂອງທັງ 2 ປະເທດ ລາວ-ໄທ, ໄທ-ລາວ ໃນການແກ້ໄຂບັນຫາ ຢາເສບຕິດຕາມຊາຍແດນ ຊຶ່ງ ເປັນການເຄື່ອນໄຫວຮູບການໜຶ່ງ ແລະ ເປັນສັນຍະລັກໜຶ່ງ ສະທ້ອນ ໃຫ້ເຫັນເຖິງການພົວພັນຮ່ວມມືທ່ ສະໜິດແໜ້ນຂອງເຈົ້າໜ້າທີ່ສອງ ຝ່າຍ ແນໃສ່ສ້າງຄວາມກັງວົນ ແລະ ຢ້ານກົວ ໃຫ້ແກ່ກຸ່ມຄ້າຂາຍ ຢາເສບຕິດຕາມພື້ນທີ່ ແລະ ມີຄວາມ ຢໍ່າເກງ ຕໍ່ໜ້າກົດໝາຍບ້ານເມືອງ ກໍຄືກົດໝາຍສາກົນ, ຮັບຮູ້ໄດ້ເຖິງ ຄວາມເອົາໃຈໃສ່ ແລະ ເອົາຈິງເອົາ ຈັງໃນການຕ້ານ ແລະ ສະກັດກ້ັນ ຂະບວນການຄ້າຢາເສບຕິດຂອງ 2 ປະເທດ, 2 ກອງທັບ ລາວ-ໄທ ແລະ ເຊື່ອໝັ້ນວ່າການຮ່ວມມືຂອງ ຄະນະປະສານງານພາກເໜືອ ສປປ ລາວ-ຣາຊະອານາຈັກໄທ ນັບມ້ື ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນ ຂໍ້ມູນຂ່າວສານຮ່ວມກັນ, ແນໃສ່ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດ ຊາຍແດນຫລຸດໜ້ອຍຖອຍລົງເປັນ ກ້າວໆ ທັງເປັນແບບຢ່າງໃຫ້ແກ່ ຄະນະອື່ນໆນຳໄປຈັດຕັ້ງປະຕິບັດ ໃຫ້ເກີດຜົນຕໍ່ໄປ.
ຂ່າວ-ພາບ: ນີ່ ທຳມະວົງ
