ລາວ-ອົດສະຕຣາລີ ຮັດແໜ້ນການຮ່ວມມືຫລາຍຂະແໜງການຢູ່ບັນດາແຂວງພາກເໜືອ

17/07/2026 12:45
Email Print 83
KPL - Asean 2024 ໃນລະຫວ່າງວັນທີ 6-11 ກໍລະກົດ 2026 ຜ່ານມາ, ທ່ານ ນາງ ເມແກນ ຈອນສ໌ ເອກອັກຄະ ລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ໄປຢ້ຽມຢາມແຂວງ ອຸດົມໄຊ, ຫລວງນ້ຳທາ ແລະ ແຂວງ ຫລວງພະບາງ ເພື່ອຮັດແໜ້ນການ ຮ່ວມມືກັບອຳນາດການປົກຄອງ ທ້ອງຖິ່ນ ແລະ ສູນກາງ, ພ້ອມທັງ ຢ້ຽມຢາມໂຄງການພັດທະນາການ ສຶກສາ, ສາທາລະນະສຸກ ແລະ ການ ພັດທະນາເສດຖະກິດ ທີ່ໄດ້ຮັບການ ສະໜັບສະໜູນຈາກລັດຖະບານອົດສະຕຣາລີ.

 ໃນໄລຍະການຢ້ຽມຢາມ, ທ່ານ ທູດໄດ້ເຂົ້າພົບປະ ແລະ ປຶກສາຫາລື ກັບການນຳຂອງແຕ່ລະແຂວງ ຊຶ່ງ ການປຶກສາຫາລື ແມ່ນສຸມໃສ່ບຸລິ ມະສິດການພັດທະນາແຂວງ ແລະ ການຮ່ວມມືເພື່ອປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນຢູ ່ພາກເໜືອ ຂອງ ສປປ ລາວ. ອັນພົ້ນເດັ່ນຂອງ ການຢ້ຽມຢາມຄັ້ງນີ້ແມ່ນການ ເປີດຕົວການປ່ອຍຍຸງໂວບັກເຄຍ ພາຍໃຕ້ໂຄງການຫລຸດຜ່ອນການ ສົ່ງເຊື້ອພະຍາດໄຂ້ຍຸງລາຍ ໂດຍ ການນຳໃຊ້ຍຸງໂວບັກເຄຍ ຢູ່ແຂວງ ອຸດົມໄຊ ແລະ ແຂວງຫລວງພະ ບາງ ໂດຍມີລັດຖະມົນຕີ, ຮອງລັດ ຖະມົນຕີກະຊວງສາທາລະນະສຸກ ເຂົ້າຮ່ວມຊຶ່ງສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນຢ່າງສູງຂອງລັດຖະ ບານ ສປປ ລາວ ໃນການປ້ອງກັນ ພະຍາດໄຂ້ຍຸງລາຍໃນຊຸມຊົນ ແລະ ສົ ່ງເສີມການຮັກສາສຸຂະພາບຂອງປະຊາຊົນ. ໂຄງການດັ່ງກ່າວ, ແມ່ນ ມີຄວາມສຳຄັນໃນການນຳສະເໜີ ວິທີການທີ່ມີນະວັດຕະກຳ, ຄວາມ ປອດໄພ ແລະ ຍືນຍົງໃນການປ້ອງ ກັນໄຂ້ຍຸງລາຍ ຢູ່ ສປປ ລາວ. ນອກຈາກນັ ້ນ, ທ່ານທູດຮ່ວມກັບ ກະຊວງສາທາລະນະສຸກ, ພະແນກ ສາທາລະນະສຸກແຂວງ ແລະ ຄູ່ຮ່ວມ ພັດທະນາ ໄປຢ້ຽມຢາມເບິ່ງການ ຈັດຕັ້ງປະຕິບັດໂຄງການເຂົ້າເຖິງ ການບໍລິການສຸຂະພາບ ແລະ ໂພຊະ ນາການ ໄລຍະ II (HANSA II) ຢູ່ແຂວງອຸດົມໄຊ ແລະ ຫລວງນໍ້າ ທາ. ໂຄງການດັ່ງກ່າວແມ່ນເພື່ອສະ ໜັບສະໜູນຄວາມພະຍາຍາມຂອງ 17/07/2026 ເດັກຍິງສາມາດຮຽນຈົບຊັ້ນມັດທະ ລັດຖະບານ ໃນການປັບປຸງການ ເຂົ້າເຖິງການບໍລິການສຸຂະພາບ ແລະ ໂພຊະນາການ ແລະ ຊ່ວຍໃຫ້ ແມ່ຍິງ ແລະ ເດັກນ້ອຍໃນເຂດຫ່າງ ໄກສອກຫລີກໃຫ້ສາມາດເຂົ້າເຖິງ ການບໍລິການສຸຂະພາບທີ່ມີຄຸນນະ ພາບ ແລະ ການບໍລິການດ້ານໂພຊະ ນາການທີ່ຈຳເປັນໃຫ້ຫລາຍຂຶ້ນ. ພ້ອມນີ້, ຍັງໄດ້ໄປຢ້ຽມຢາມໂຮງໝໍ ແຂວງອຸດົມໄຊ ເພື່ອຕິດຕາມເບິ່ງ ຄວາມຄືບໜ້າໃນການໃຫ້ບໍລິການ ສຸຂະພາບຕາ; ໄປຢ້ຽມຢາມເມືອງ ວຽງພູຄາ ເພື່ອເບິ່ງກິດຈະກຳການ ສະໜັບສະໜູນການພັດທະນາຊຸມ ຊົນໃນເຂດຫ່າງໄກສອກຫລີກ. ກິດ ຈະກຳເຫລົ່ານີ້ປະກອບມີ ການບໍລິ ການສາທາລະນະສຸກແບບເຄື ່ອນທີ ່, ກິດຈະກຳການສຶກສາທີ່ຊ່ວຍໃຫ້ ຍົມຕອນປາຍ ແລະ ການປັບປຸງ ນໍ້າ, ສຸຂາພິບານ ແລະ ສຸຂະອະນາ ໄມທີ່ມີຄວາມທົນທານຕໍ່ການປ່ຽນ ແປງຂອງດິນຟ້າອາກາດຢູ່ສຸກສາ ລາບ້ານທົ່ງລາດ; ໄດ້ພົບປະກັບຜູ້ ຕາງໜ້າຈາກລັດຖະບານ, ທຸລະກິດ ແລະ ອົງການຈັດຕັ້ງຊຸມຊົນ ຢູ່ ແຂວງຫລວງພະບາງ ເພື່ອປຶກສາ ຫາລືກ່ຽວກັບໂອກາດໃນການສົ່ງ ເສີມການເຕີບໂຕເສດຖະກິດແບບ ຍືນຍົງ, ການທ່ອງທ່ຽວ, ການລົງ ທຶນ ແລະ ການສ້າງວຽກເຮັດງານ ທຳ, ທັງໄດ້ໄປຢ້ຽມຢາມວິສາຫະ ກິດທີ່ສ້າງລາຍໄດ້ໃຫ້ແກ່ແມ່ຍິງ ແລະ ຄົນພິການ ຕື່ມອີກ. ທ່ານທູດ ໄດ້ກ່າວວ່າ: ອົດສະ ຕຣາລີ ມີຄວາມພາກພູມໃຈທີ່ໄດ້ ຮ່ວມມືກັບລັດຖະບານ ສປປ ລາວ ເພື່ອສະໜັບສະໜູນບຸລິມະສິດການ ພັດທະນາໃນລະດັບຊາດ ແລະ ແຂວງ, ພວກເຮົາຍິນດີຕໍ່ການນຳພາທີ່ເຂັ້ມ ແຂງຂອງກະຊວງສາທາລະນະ ສຸກ, ອົງການປົກຄອງແຂວງ ແລະ ຊຸມຊົນທ້ອງຖິ ່ນ ໃນການປັບປຸງການ ບ ລ ິ ໍ ການ ແລະ ການສ້າງໂອກາດໃຫ້ ແກ່ປະຊາຊົນເຂດພາກເໜືອຂອງ ສປປ ລາວ. ອົດສະຕຣາລີ ມີຄວາມ ມຸ່ງໝັ້ນທີ່ຈະຮັດແໜ້ນສາຍພົວພັນ ການຮ່ວມມືທີ່ຍາວນານກັບ ສປປ ລາວ ແລະ ສະໜັບສະໜູນຄວາມ ພະຍາຍາມເພື່ອສົ່ງເສີມການພັດທະ ນາແບບມີສ່ວນຮ່ວມ, ເຂັ ້ມແຂງ ແລະ ຍືນຍົງ ຊຶ່ງປະກອບສ່ວນປັບປຸງຊີ ວິດການເປັນຢູ່ຂອງປະຊາຊົນລາວ ທຸກຄົນ.

KPL