ກົມຕຳຫລວດຈາລະຈອນລົງເຜີຍແຜ່ກົດຈາລະຈອນຢູ່ວິທະຍາໄລພາລະສຶກສາ

17/07/2026 12:58
Email Print 83
KPL - Asean 2024 ເມື່ອບໍ່ດົນມານີ້, ກົມຕໍາ ຫລວດຈະລາຈອນ ໄດ້ລົງໂຄສະນາ ເຜີຍແຜ່ກົດຈະລາຈອນ ຢູ່ ໂຮງຮຽນ ວິທະຍາໄລພາລະສຶກສາ

 ນໍາໂດຍ ທ່ານ ພັທ ສົມພອນ ກຸນນຸວົງ ຮອງ ຫົວໜ້າກົມຕໍາຫລວດຈະລາຈອນ, ມີ ທ່ານ ຄໍາສຸກ ອິນສະຫລອງ ຜູ້ ອໍານວຍການໂຮງຮຽນພາລະສຶກ ສາ, ບັນດາຄູ-ອາຈານ, ພ້ອມນ້ອງ ນັກຮຽນເຂົ້າຮ່ວມ. ໂອກາດນີ້, ທ່ານ ຮອ ອໍາພາ ສີຍາຮັກ ຮອງຫົວໜ້າພະແນກໂຄສະນາ ໄດ້ຍົກໃຫ້ເຫັນສາເຫດ ທີ່ພາໃຫ້ເກີດອຸບັດເຫດ, ການລ່ວງ ລະເມີດກົດຈະລາຈອນ, ສະຖິຕິ ການເກີດອຸບັດເຫດທົ່ວປະເທດ, ການຈອດລົດບໍ່ຖືກລະບຽບຕາມ ແຄມທາງ ແລະ ຈໍານວນຕົວເລກຜູ້ ເສຍຊີວິດຈາກການເກີດອຸບັດເຫດ. ພ້ອມນີ້, ຜູ້ເຂົ້າຮ່ວມໄດ້ແລກ ປ່ຽນທັດສະນະໃນການໃຊ້ລົດໃຊ້ ຖະໜົນ ເພື່ອຫາວິທີຊ່ວຍກັນຫລຸດ ຜ່ອນການເກີດອຸບັດເຫດຕາມທ້ອງ ຖະໜົນ ແບບກົງໄປກົງມາ ແລະ ໄດ້ ຈັດກິດຈະກຳຖາມ-ຕອບ ເພື່ອຮັບ ເອົາໝວກກັນກະທົບຢ່າງເປັນຂະ ບວນຄຶກຄື້ນ. ທັງນີ້, ກໍເພື່ອປູກຈິດ ສຳນຶກໃຫ້ນັກສຶກສາ ກໍຄື ຜູ້ໃຊ້ລົດ ໃຊ້ຖະໜົນ ເຄົາລົບ ແລະ ປະຕິບັດ ກົດຈະລາຈອນ ຢ່າງເຂັ້ມງວດ. ຂ ໍ້ມູນ-ພາບ: ກົມຕຳຫລວດຈະລາຈອນ

KPL