ບາງທັດສະນະຂອງສະມາຄົມນັກຂ່າວ ຕໍ່ແນວທາງປົກປ້ອງສິດ ແລະ ຜົຮປະໂຫຍດຂອງສື່ມວນຊົນ ໃນຍຸກ 4.0
Email
Print
83
KPL - Asean 2024
ໃນໂອກາດດໍາເນີນກອງ ປະຊຸມສື່ມວນຊົນທົ່ວປະເທດ ຄັ້ງທີ I ໃນວັນທີ 15 ກໍລະກົດ 2026 ນີ້, ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ປະກອບຄຳເຫັນໃນຫົວຂໍ້: ;ການປົກປ້ອງສິດ ແລະ ຜົນປະ ໂຫຍດຂອງສື່ມວນຊົນໃນຍຸກອຸດ ສາຫະກໍາ 4.0; ໂດຍສະທ້ອນໃຫ້ ເຫັນທັງໂອກາດ ແລະ ສິ່ງທ້າທາຍ ທີ່ອົງການສື່ມວນຊົນ ກຳລັງຜະ ເຊີນໃນຍຸກດີຈິຕອນ.
ທ່ານ ສະຫວັນຄອນ ລາຊະ ມຸນຕີ ປະທານສະມາຄົມນັກຂ່າວ ທ່ານ ສະຫວັນຄອນ ລາຊະມຸນຕີ ແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ: ສະມາຄົມນັກຂ່າວ ແຫ່ງ ສປປ ລາວ ເຫັນວ່າ ການປົກປ້ອງສິດ ແລະ ຜົນ ປະໂຫຍດຂອງນັກຂ່າວລາວ ແມ່ນ ວຽກໜຶ່ງທີ່ສໍາຄັນທີ່ຮຽກຮ້ອງໃຫ້ ທົ່ວສັງຄົມມີຄວາມເຂົ້າໃຈຫລາຍ ຂຶ້ນ ແລະ ໃຫ້ການຮ່ວມມື, ສະໜັບ ສະໜູນທີ ່ແຂງແຮງໃນການປະຕິ ບັດສິດ ແລະ ບົດບາດຂອງນັກຂ່າວ ເພາະວ່າເມື ່ອນັກຂ່າວສື່ມວນຊົນ ໄດ້ຮັບການສົ ່ງເສີມໃຫ້ມີຄວາມຮູ້ ຄວາມສາມາດ, ໄດ້ຮັບການປົກ ປ້ອງສິດ ແລະ ໄດ້ຮັບການດູແລດ້ານ ຜົນປະໂຫຍດ ເຂົາເຈົ້າກໍຈະສາມາດ ປົກປ້ອງຕົນເອງໄປໃນຕົວ ແລະ ມີ ຄວາມກະຕືລືລົ້ນເຮັດໜ້າທີ່ນັກຮົບ ທາງດ້ານແນວຄິດ-ວັດທະນະທໍາ ທີ່ ໄວ້ວາງໃຈໄດ້ໃນທຸກສະໜາມຂ່າວ. ສະມາຄົມນັກຂ່າວ ຍາມໃດກໍຍັງ ຄົງມຸ່ງໝັ້ນທີ່ຈະສະໜັບສະໜູນນັກ ຂ່າວ ໃນການພັດທະນາທັກສະ ເຫລົ່ານີ້ ແລະ ສົ່ງເສີມການຜະລິດ ຂ່າວຢ່າງເປັນມືອາຊີບໃນຍຸກດີຈຕອນ ແລະ ພ້ອມທີ່ຈະຮ່ວມມືກັບທຸກ ພາກສ່ວນ ເພື່ອນໍາເອົາວຽກງານ ສື່ມວນຊົນລາວ ໄປສູ່ຄຸນນະພາບ, ມາດຕະຖານໃໝ່ສູງຂຶ້ນເລື້ອຍໆໃນ ຍຸກອຸດສາຫະກໍາ 4.0 ນີ້ ແລະ ຫວັງ ວ່າຈະໄດ້ຮັບການນໍາພາ-ຊີ້ນໍາ ຈາກການຈັດຕັ້ງພັກ-ລັດ ຂັ້ນເທິງ. ໂອກາດນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຍັງໄດ້ສະເໜີໃຫ້ປັບປຸງບັນດານິຕິກໍາ ລວມເຖິງກົດໝາຍ ສື່ມວນຊົນ ໂດຍເພີ່ມຂໍ້ກໍານົດທີ່ປົກ ປ ້ ອງສິດ ແລະ ສະຫວັດດີການຂອງ ນັກຂ່າວ ໃຫ້ຈະແຈ້ງຂຶ້ນ; ສ້າງຕັ້ງ ກອງທຶນພັດທະນາສື່ ໂດຍມີແຫລ່ງ ທຶນສ່ວນໜຶ່ງຈາກງົບປະມານລັດ, ການປະກອບສ່ວນຂອງສັງຄົມ ແລະ ຄ່າທໍານຽມຈາກທຸລະກິດການ ໂຄສະນາ ແລະ ເພີ່ມຈໍານວນຜູ້ເບິ່ງ ຜູ້ຊົມທາງອອນລາຍ ຈາກບໍລິສັດ ໃຫຍ່ຂ້າມຊາດ; ຝຶກອົບຮົມດ້ານ ວິຊາສະເພາະສື່ໃນຍຸກອຸດສາຫະ ກ ໍ າ 4.0 ລວມທັງການບໍລິຫານຄຸ ້ມ ຄອງສື່, ການຕະຫລາດ ແລະ ການ ບໍລິການ ໂດຍເຂົ້າຫາຄູ່ຮ່ວມພັດ ທະນາ, ສ້າງຫລັກສູດຮຽນແບບຕໍ່ ເນື່ອງ ແລະ ບໍ່ເສຍຄ່າ, ເພີ ່ມທະວີ ການພົວພັນຮ່ວມມືກັບບັນດາສື່ ມວນຊົນຕ່າງປະເທດ ເພື ່ອສ້າງເວທີ ແລກປ່ຽນບົດຮຽນ ແລະ ປະສົບ ການ; ສ້າງເຄືອຂ່າຍທີ່ປຶກສາດ້ານທດ ເພື່ອຊ່ວຍໄກ່ເກ່ຍ ແລະ ໃຫ້ຄໍາ ປ ຶ ກສາແກ່ອົງການສື ່ ແລະ ນັກຂ່າວທີ່ປະສົບບັນຫາໃນການປະຕິບັດ ໜ້າທີ່ການເມືອງ ແລະ ວິຊາຊີບ, ພ້ອມທັງປັບປຸງຈັນຍາບັນສື່, ກົດ ລະບຽບໃນການຄຸ້ມຄອງສື່ອອນ ລາຍ ໃຫ້ສອດຄ່ອງຕາມຍຸກສະໄໝ, ໃຫ້ຢູ່ພາຍໃຕ້ກົດໝາຍ, ລັດຖະທໍາ ມະນູນ ແລະ ອະທິປະໄຕຜືນແຜນ ດິນອັນຄົບຖ້ວນຂອງລາວ; ສ້າງຕັ້ງ ສະພາວິຊາການເຕັກນິກທີ່ເປັນວັດຖ ຸ (ຮາດແວ), ບໍ່ເປັນວັດຖຸ (ຊອບ ແວ) ແລະ ຈັດການແຂ່ງຂັນໃຫ້ລາງ ວັນ ນັກຂ່າວດີເດັ່ນປະຈໍາປີ ເພື່ອຄັດ ເລືອກເອົາຜູ້ມີເງື່ອນໄຂຮັບນາມມະ ຍົດນັກຂ່າວ ຕາມດໍາລັດຂອງນາ ຍົກລັດຖະມົນຕີ. ການຂະຫຍາຍຕົວຂອງປັນຍາ ປະດິດ ຫລື AI ແມ່ນມີຄວາມທ້າ ທາຍຫລາຍ ເພາະລະບົບ ຫລື ແພລດ ຟອມດັ່ງກ່າວ ໄດ້ຄົ້ນເອົາເນື້ອໃນທີ່ ນັກຂ່າວຂຽນ ໄປກະຈາຍຢູ ່ເວັບໄຊ ແລະ ຖານຂໍ້ມູນຢູ່ອິນເຕີເນັດ ໂດຍ ສ່ວນໃຫຍ່ບໍ່ໄດ້ຮັບການອະນຸຍາດ ແລະ ບໍ່ໄດ້ຈ່າຍຄ່າຕອບແທນໃດໆ. ສ ິ່ງເຫລົ່ານີ້ໄດ້ສ້າງຜົນກະທົບຕໍ່ຖັນ ແຖວສື່ມວນຊົນ ຊຶ່ງພວກເຮົາຮຽກ ຮ້ອງຕ້ອງການໃຫ້ມີການປົກປ້ອງ. ປັດຈຸບັນທົ່ວໂລກ, ມີຜູ້ພັດທະ ນາລະບົບ ຫລື ແພລດຟອມ ປັນຍາ ປະດິດ (AI platforms) ອອກ ມາບໍລິການສັງຄົມຫລາຍກວ່າ 14.000 ແພລດຟອມ ແລະ 5 ເອໄອ ແພລດຟອມ ທີ່ມີຄົນໃຊ້ ຫລາຍທີ່ສຸດໃນປີ 2026 ລວມມີ: ChatGPT, Claude, Gemini,DeepSeek ແລະ Copilot. ຕໍ່ກັບ ການປ່ຽນແປງຢ່າງໄວວາໃນຍຸກດີ ຈິຕອນ, ນັກຂ່າວໃນຍຸກໃໝ່ຕ້ອງມີ ຄວາມຮູ້ຄວາມສາມາດ, ມີທັກສະ ໃນການນໍາໃຊ້ສິ່ງເຫລົ່ານັ້ນໄດ້ຢ່າງ ຄ່ອງແຄ້ວ, ມີຄວາມສະດຸ້ງໄວ ແລະ ມີຄວາມຮັບຜິດຊອບ. ຂ່າວ: ທະນູທອງ; ພາບ: ອ່າຍຄໍາ
