ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມປຶກສາຫາລືການເມືອງລະດັບສູງ ວ່າດ້ວຍການພັດທະນາແບບຍືນຍົງ
ກອງປະຊຸມໃນປີນີ້, ໄດ້ຮັບຟັງ ການລາຍງານ ກ່ຽວກັບຄວາມຄືບໜ້າຂອງການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນ ຍົງ ໂດຍລົງເລິກໃສ່ 5 ເປົ້າໝາຍຄື: ເປົ້າໝາຍການພັດທະນາແບບຍືນ ຍົງ(ປພຍ) 6: ມີນໍ້າສະອາດ ແລະ ສຸຂານາໄມ; ປພຍ 7: ພະລັງງານ ທີ່ສະອາດ ແລະ ທຸກຄົນສາມາດ ເຂົ້າເຖິງໄດ້; ປພຍ 9: ສົ ່ງເສີມການ ຫັນເປັນອຸດສາຫະກໍາ, ການປະດິດ ສ້າງ ແລະ ພື້ນຖານໂຄງລ່າງທີ່ເຂັ້ມ ແຂງ; ປພຍ 11: ສ້າງຕົວເມືອງ ແລະ ຊຸມຊົນທີ່ຍືນຍົງ ແລະ ປພຍ 17: ການເປັນຄູ່ຮ່ວມມື ເພື່ອເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ມີ 36 ປະເທດ ໄດ້ສະເໜີບົດ ລາຍງານແຫ່ງຊາດແບບສະໝັກໃຈ ກ່ຽວກັບການຈັດຕັ້ງປະຕິບັດ ປພຍ (VNR). ອີງຕາມບົດລາຍງານ ຂອງອົງການ ສປຊ, ປັດຈຸບັນໃນ ທົ ່ວໂລກສາມາດຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ ໄດ້ພຽງ 36% ເທົ່ານັ້ນ ຊຶ່ງ ໜຶ່ງໃນບັນດາສິ່ງທ້າທາຍອັນໃຫຍ່ ຫລວງ ແມ່ນການສະໜອງທຶນໃຫ້ ແກ່ການຈັດຕັ້ງປະຕິບັດທີ່ບໍ່ພຽງພໍ. ໃນນີ້, ປະເທດທີ່ມີຄວາມອ່ອນໄຫວ ໂດຍສະເພາະປະເທດດ້ອຍພັດທະ ນາ, ປະເທດກຳລັງພັດທະນາບໍ່ມີ ຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ ແມ່ນພົບກັບສິ ່ງທ້າ ທາຍຫລາຍກວ່າໝູ່ ຊຶ່ງຍັງເຫລືອ ເວລາເພື່ອຈັດຕັ້ງປະຕິບັດອີກພຽງ ແຕ່ 4 ປີ ຈົນຮອດປີ 2030. ຫົວໜ້າຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ອານຸພາບ ວົງ ໜໍ່ແກ້ວ ຮອງລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຕາງໜ້າໃຫ້ບັນ ດາປະເທດ ອາຊຽນ ໂດຍໄດ້ເນັ້ນ ເຖິງຜົນກະທົບທີ່ແກ່ຍາວມາຈາກ ວິກິດການຕ່າງໆຂອງໂລກ ລວມ ທັງຜົນກະທົບຈາກສົງຄາມ, ຂໍ້ຫຍຸ້ງ ຍາກດ້ານເສດຖະກິດ-ການເງິນ ແລະ ໄພພິບັດທໍາມະຊາດທີ ່ເພີ່ມທະ ວີຄວາມຮຸນແຮງຂຶ້ນ ຊຶ່ງທັງໝົດໄດ້ ສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາ ແບບຍືນຍົງ, ພ້ອມທັງຮຽກຮ້ອງ ໃຫ້ບັນດາປະເທດສະມາຊິກ ສປຊ ຍົກສູງການຮ່ວມມືແບບຮອບດ້ານ ແລະ ໃຫ້ການຊ່ວຍເຫລືອບັນດາ ປະເທດທີ່ອ່ອນໄຫວ ເພື່ອສາມາດ ຈັດຕັ້ງປະຕິບັດວາລະ 2030 ໃຫ້ ມີຜົນຄືບໜ້າ. ສປປ ລາວ ມີເຈດ ຈໍານົງເພື່ອສະເໜີບົດລາຍງານ ແຫ່ງຊາດແບບສະໝັກໃຈ ສະບັບ ທີ 4 ກ່ຽວກັບການຈັດຕັ້ງປະຕິບັດ ເປົ້າໝາຍການພັດທະນາແບບຍືນ ຍົງ ຕໍ່ກອງປະຊຸມໃນປີ 2027 ຊຶ່ງ ຈະເຊື່ອມສານບົດລາຍງານລະດັບ ທ້ອງຖິ່ນເຂົ້າໃນບົດລາຍງານແຫ່ງ ຊາດເປັນຄັ້ງທໍາອິດ; ຈະສືບຕໍ່ພັດ ທະນາເສດຖະກິດຕາມທິດຍືນຍົງ ແລະ ສີຂຽວ, ສ້າງພື້ນຖານເສດ ຖະກິດໃຫ້ມີຄວາມເຂັ້ມແຂງ ແລະ ສາມາດເປັນເຈົ້າຕົນເອງ. ໃນໂອກາດນີ້, ຫົວໜ້າຄະນະຜູ້ ແທນ ສປປ ລາວ ຍັງໄດ້ພົບປະກັບ ທ່ານ ນາງ ຣາບັບ ຟາຕີມາ ຮອງ ເລຂາທິການໃຫຍ່ອົງການ ສປຊ, ຜູ້ຕາງໜ້າຂັ້ນສູງ ສໍາລັບປະເທດ ດ້ອຍພັດທະນາ, ປະເທດກໍາລັງ ພັດທະນາບໍ່ມີຊາຍແດນຕິດທະເລ ແລະ ປະເທດເກາະດອນນ້ອຍ ແລະ ທ່ານ ອອສກາ ເຟີນັນເດສ ຜູ້ຊ່ວຍ ເລຂາທິການໃຫຍ່ ສປຊ ຮັບຜິດ ຊອບວຽກງານປະສານງານດ້ານ ການພັດທະນາ ເພື່ອແລກປ່ຽນ ກ່ຽວກັບທິດທາງການຮ່ວມມື ລະ ຫວ່າງ ລັດຖະບານລາວ ແລະ ອົງ ການ ສປຊ ໃນຕໍ່ໜ້າ ລວມທັງກົນ ໄກສະໜັບສະໜູນເພື່ອໃຫ້ ສປປ ລາວ ມີຄວາມກຽມພ້ອມຫລຸດພົ້ນ ອອກຈາກສະຖານະພາບດ້ອຍພັດ ທະນາຢ່າງໂລ່ງລ່ຽນ ແລະ ຢືນຍົງ ໃນຕໍ່ໜ້າ.
